ພະລັງງານ

ນະໂຍບາຍ ແລະ ການຄຸ້ມຄອງດ້ານພະລັງງານ

ສປປ ລາວ ມີຄວາມຫວັງຈະຊຳລະໜີ້ຈຳນວນ 14 ຕື້ໂດລາສະຫະລັດ ພາຍໃນປີ 2025

ລັດຖະມົນຕີກະຊວງການເງິນ, ທ່ານ ບຸນຈອມ ອຸບົນປະເສີດ ໄດ້ກ່າວຕໍ່ສະພາແຫ່ງຊາດໃນວາລະກອງປະຊຸມສະພາແຫ່ງຊາດຊຸດທີ 9 ຜ່ານມານີ້ ວ່າປະເທດລາວໄດ້ວາງແຜນຊຳລະໜີ້ (ໜີ້ຕ່່າງປະເທດຈຳນວນ 13 ຕື້ໂດລາ ແລະ ໜີ້ພາຍໃນຈຳນວນ 900 ລ້ານ ພາຍໃນອີກ 5 ປີຕໍ່ໜ້າ (ນັບແຕ່ 2021-2025) ແລະ ຈາກປີ 2026-2030 ໂດຍອີງໃສ່ລາຍການສ້າງລາຍຮັບທີ່ໄດ້ກຳນົດໄວ້. ລັດຖະບານເວົ້າວ່າຈະເພິ່ມລາຍຮັບຈາກແຫຼ່ງໃໝ່ ແລະ ທັງຊອກຫາສິ່ງບົ່ມຊ້ອນຈາກຂະແໜງພະລັງງານ ແລະ ບໍ່ແຮ່. ອ່ານຕໍ່ທີ່ນີ້   ...

ລັດສະໝີ ພອນວິໄລ

ຫວຽດນາມ ຈະສົ່ງເສີມການນຳເຂົ້າພະລັງງານຈາກລາວ

ຫວຽດນາມ ຕົກລົງນຳເຂົ້າໄຟຟ້າຈາກລາວຕື່ມອີກ 200 MW ໃນປີໜ້າ ທ່າມການຂາດແຄນພະລັງງານທີ່ອາດເກີດຂື້ນ.ການຕັດສິນໃຈດັ່ງກ່າວ ແມ່ນມາຈາກຄວາມກັງວົນທີ່ວ່າ ປະເທດອາດຜະເຊີນກັບຄວາມຂາດແຄນດ້ານພະລັັງງານ ນັບຈາກປີ 2020.ກະຊວງອຸດສາຫະກຳ ແລະ ການຄ້າຂອງຫວຽດນາມ ໄດ້ປະເມີນວ່າປະເທດຈະຜະເຊີນກັບພາວະຂາດແຄນພະລັງງານ 3.7 ຕື້ kWh ໃນປີ 2021, ເຊິ່ງຈະເພີ່ມສູງຂຶ້ນເຖິງ 15 ຕື້ kWh ໃນປີ 2023, ກ່ອນທີ່ຈະປັບຫຼຸດລົງປີລະເຄິ່ງ ຈົນເຖິງລະດັບ 3.5 ຕື້ kWh ໃນປີ 2025.ອ່ານຕໍ່ ...

Taejun Kang

ຜູ້ນຳເຂົ້ານ້ຳມັນເຊື້ອໄຟໃນລາວຕ້ອງດຳເນີນການປະເມີນຜົນໃນຕໍ່ໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດນ້ຳມັນເຊື້ອໄຟ ສິບເອັດບໍລິສັດທີ່ຈະໄດ້ຮັບການຂຶ້ນທະບຽນໃນການນຳເຂົ້ານ້ຳມັນເຊື້ອໄຟ ຕ້ອງສຳເລັດການປະເມີນຜົນໃນການປັບປຸງທຸລະກິດທັງໝົດ ຕາມທີ່ໄດ້ລະບຸໄວ້ໃນດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 331 ໃນເດືອນພະຈິກ, ຫົວໜ້າສະມາຄົມນ້ຳມັນເຊື້ອໄຟ ແລະ ແກ໊ສ໌ກ່າວ.ອຳນາດການປົກຄອງທີ່ກ່ຽວຂ້ອງມີແຜນດຳເນີນການປະເມີນຄືນ ພາຍຫຼັງທີ່ຄັດເລືອກຜູ້ປະກອບການຈາກທັງໝົດ 26 ບໍລິສັດ ທີ່ສອດຄ່ອງຕາມເງື່ອນໄຂໃນການນຳເຂົ້ານ້ຳມັນເຊື້ອໄຟ. ອຳນາດການປົກຄອງໄດ້ໃຫ້ໂອກາດ 11 ບໍລິສັດໃນການດຳເນີນການປັບປຸງປ່ຽນແປງທີ່ຈຳເປັນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos%E2%80%99-fuel-importers-undergo-further-assessment-100659

ລັດຖະບານຕົກລົງຫຼຸດຄ່າໄຟຟ້າເພື່ອສົ່ງເສີມປະສິດທິພາບການຜະລິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຕົກລົງຫຼຸດຄ່າໄຟຟ້າເພື່ອເພີ່ມທະວີນະໂຍບາຍໃນການສົ່ງເສີມການລົງທຶນ ແລະ ປະສິດທິພາບຂອງການຜະລິດ ທັງເປັນການຍົກລະດັບຊີວິດການເປັນຢູ່ສຳລັບຜູ້ມີລາຍຮັບຕ່ຳ.ຂໍ້ຕົກລົງດັ່ງກ່າວໄດ້ຜ່ານການຮັບຮອງໃນກອງປະຊຸມລະຫວ່າງສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ເຊິ່ງຈັດຂຶ້ນໃນອາທິດນີ້ທີ່ວຽງຈັນ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-agrees-lower-electricity-rates-promote-productivity-99226

ກະຊວງຕັ້ງເປົ້າໝາຍໃນການຫຼຸດຄ່າໄຟຟ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງພະລັງງານ ແລະ ບໍ່ແຮ່ກຳລັງພະຍາຍາມຫຼຸດຜ່ອນຄ່າໄຟຟ້າ ເພື່ອໃຫ້ພະລັງງານຖືກລົງສຳລັບປະຊາຊົນ ແລະ ທຸລະກິດທ້ອງຖິ່ນ.ຜູ້ຊົມໃຊ້ໄຟຟ້າໃນລາວຫຼາຍຄົນໄດ້ຕໍ່ວ່າກ່ຽວກັບບິນຄ່າໄຟແພງ. ອັດຕາຄ່າໄຟຂອງລາວແມ່ນຂ້ອນຂ້າງສູງ ຖ້າທຽບກັບປະເທດເພື່ອນບ້ານ, ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃນກອງປະຊຸມປະຈຳໄຕມາດທຳອິດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ນະຄອນຫຼວງວຽງຈັນວານນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/ministry-aiming-lower-electricity-prices-laos-97837

ລັດຕົກລົງອອດມາດຕະການຫຼຸດຄ່າໄຟ ເພື່ອສົ່ງເສີມເສດຖະກິດໃຫ້ເຂັ້ມແຂງ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະລັດຖະບານໄດ້ຕົກລົງແກ້ໄຂໂຄງສ້າງລາຄາກະແສໄຟຟ້າຕໍ່ໜ່ວຍ ເພື່ອຫຼຸດຜ່ອນຄ່າໄຟຟ້າ ເຊິ່ງເປັນນະໂຍບາຍເພື່ອສົ່ງເສີມການລົງທຶນ ແລະ ຄວາມສາມາດດ້ານການຜະລິດ.ສະມາຊິກຄະນະລັດຖະບານໄດ້ຕົກລົງໃນກອງປະຊຸມສາມັນປະຈຳເດືອນເມສາ ເຊິ່ງຈັດຂຶ້ນໃນວັນອັງຄານ ແລະ ວັນພຸດຜ່ານມານີ້. ການປັບໂຄງສ້າງນີ້ ເຊິ່ງຈະມີຜົນໄປຈົນເຖິງປີ 2025 ຈະເລີ່ມປັບຫຼຸດຄ່າໄຟຟ້າໃຫ້ຕ່ຳລົງ, ຕາມການເປີດເຜີຍໃນກອງປະຊຸມສື່ມວນຊົນຂອງສຳນັກງານນາຍົກລັດຖະມົນຕີ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ມີຫຼາຍໂຄງການດ້ານພະລັງງານ ແລະ ຂຸດຄົ້ນບໍ່ແຮ່ທີ່ບໍ່ປະຕິບັດຕາມກົດລະບຽບ

ໃບອະຍຸຍາດທີ່ອອກໂດຍເຈົ້າໜ້າທີ່ໃນບາງໂຄງການການລົງທຶນ ແມ່ນຍັງບໍ່ສອດຄ່ອງຕາມແຜນທາງການ ແລະ ບໍ່ປະຕິບັດຕາມຂັ້ນຕອນທີ່ເໝາະສົມສະເໝີໄປ, ຕາມຄຳເຫັນຂອງເຈົ້າໜ້າທີ່ການນຳຂະແໜງການໃນວັນຈັນແລ້ວນີ້.ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຜີຍໃຫ້ຊາບບັນດາອຸປະສັກ ແລະ ສິ່ງທ້າທາຍຕ່າງໆ ກ່ຽວກັບການຄຸ້ມຄອງຂະແໜງການ ໃນທີ່ປະຊຸມສະພາແຫ່ງຊາດອາທິດນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3PMVk
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!