News
ທາງການລາວໂຈະການສະຫນອງພະລັງງານໃຫ້ແກ່ທຸລະກິດຂຸດຄົ່ນບໍແຮ່ (Cryptocurrency)
ລັດວິສາຫະກິດໄຟຟ້າລາວ (EDL) ປະກາດວ່າ ຈະບໍ່່ສະໜອງກະແສໄຟຟ້າ ໃຫ້ແກ່ການຂຸດຄົ້ນ cryptocurrency ໃນລາວ ອີກຕໍ່ໄປ ໂດຍອ້າງເຖິງໜີ້ສິນທີ່ຄົງຄ້າງໃນໄລຍະຍາວ. ແຈ້ງການຂອງ EDL ທີ່ນຳອອກເຜີຍແຜ່ໃນວັນພຸດມື້ນີ້ ລະບຸວ່າ ປະເທດລາວປະສົບກັບສະພາບໄພແຫ້ງແລ້ງໃນໄລຍະ 6 ເດືອນຕົ້ນປີ 2023 ດ້ວຍຄວາມຮ້ອນແຮງເຮັດໃຫ້ຄວາມຕ້ອງການໄຟຟ້າສູງ, ໃນຂະນະທີ່ໂຮງງານໄຟຟ້ານ້ຳຕົກຍັງປະສົບກັບຄວາມຫຍຸ້ງຍາກໃນການຜະລິດກະແສໄຟຟ້າຢ່າງພຽງພໍ.ອີງຕາມ EDL, 95% ຂອງພະລັງງານໄຟຟ້າໃນທົ່ວປະເທດແມ່ນຜະລິດຈາກເຂື່ອນໄຟຟ້າຜ່ານລະບົບໄຟຟ້າລາວ, ແລະ ລັດວິສາຫະກິດໄຟຟ້າລາວຕັ້ງໃຈຈະສະໜອງໄຟຟ້າພາຍໃນປະເທດ, ພ້ອມທັງສົ່ງອອກຈໍານວນຫຼວງຫຼາຍໃຫ້ແກ່ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGET). ) ເພື່ອສະໜອງຕາຂ່າຍໄຟຟ້າຂອງໄທໃນລະດູແລ້ງໃນປີ 2024.ອ່ານເພິ່ມເຕີມ. ...
ມະນີພອນ ວົງພະຈັນ
ມີຫຼາຍໂຄງການດ້ານພະລັງງານ ແລະ ຂຸດຄົ້ນບໍ່ແຮ່ທີ່ບໍ່ປະຕິບັດຕາມກົດລະບຽບ
ໃບອະຍຸຍາດທີ່ອອກໂດຍເຈົ້າໜ້າທີ່ໃນບາງໂຄງການການລົງທຶນ ແມ່ນຍັງບໍ່ສອດຄ່ອງຕາມແຜນທາງການ ແລະ ບໍ່ປະຕິບັດຕາມຂັ້ນຕອນທີ່ເໝາະສົມສະເໝີໄປ, ຕາມຄຳເຫັນຂອງເຈົ້າໜ້າທີ່ການນຳຂະແໜງການໃນວັນຈັນແລ້ວນີ້.ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຜີຍໃຫ້ຊາບບັນດາອຸປະສັກ ແລະ ສິ່ງທ້າທາຍຕ່າງໆ ກ່ຽວກັບການຄຸ້ມຄອງຂະແໜງການ ໃນທີ່ປະຊຸມສະພາແຫ່ງຊາດອາທິດນີ້.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌