ການເຜີຍແຜ່ກົດໝາຍໃໝ່ ເພື່ອສົ່ງເສີມການເກັບກຳອາກອນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບທະນາຄານໂລກ ໄດ້ເຜີຍແຜ່ກົດໝາຍໃໝ່ກ່ຽວກັບການເກັບກຳອາກອນ ໃນວັນພະຫັດນີ້ ເຊິ່ງຈະມີຜົນບັງຄັບໃຊ້ໃນຕົ້ນປີໜ້າ ພາຍຫຼັງຜ່ານຮັບຮອງໂດຍສະພາແຫ່ງຊາດ ໃນເດືອນມິຖຸນາທີ່ຜ່ານມາ.

ເຈົ້າໜ້າທີ່ກົມສ່ວນສາອາກອນ ເປັນປະທານໃນກອງປະຊຸມ ເຊິ່ງມີຜູ້ຕາງໜ້າຈາກຫົວໜ່ວຍທຸລະກິດ 300 ແຫ່ງ ເພື່ອຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ), ກົດໝາຍວ່າດ້ວຍພາສີອາກອນ ແລະ ກົດໝາຍວ່າດ້ວຍອາກອນລາຍຮັບ.

ອ່ານຕໍ່…

ໂຕະຂ່າວ