ລາວລົງໂທດຕໍ່ການທາລຸນນະກຳສັດຕາມກົດໝາຍອາຍາສະບັບປັບປຸງໃໝ່

ລາວໄດ້ເພີ່ມໝວດໃໝ່ໃນໃນກົດໝາຍອາຍາ ເຊິ່ງເວົ້າກ່ຽວກັບການລົງໂທດຕໍ່ການທາລຸນະກຳສັດ.

ໝວດດັ່ງກ່າວໄດ້ລວມຢູ່ໃນກົດໝາຍສະບັບປັບປຸງຫຼ້າສຸດ, ເຊິ່ງໄດ້ມີການປະກາດໃຊ້ໂດຍລັດຖະບານ ໃນວັນທີ່ 18 ພະຈິກ 2018.

ມາດຕາ 353 ຂອງກົດໝາຍອາຍາສະບັບປັບປຸງ ກ່າວວ່າ ບຸກຄົນທີ່ທຳການທາລຸນນະກຳ ຫຼື ບຽດບຽນສັດ ເຊັ່ນ ກະທຳການກັກຂັງສັດໂດຍທີ່ບໍ່ໃຫ້ອາຫານ ຫຼື ນ້ຳ, ນຳໃຊ້ແຮງງານສັດແບບບໍ່ມີການຢຸດພັກ, ທຸບຕີສັດຢ່າງໜັກ, ຂົນຍ້າຍສັດບໍ່ຖືກຕາມມາດຕະຖານ, ຂ້າສັດຢ່າງໂຫດຮ້າຍປ່າເຖື່ອນ, ຫຼື ໃຊ້ຢາເບື່ອຕໍ່ສັດ, ຈະໄດ້ຮັບໂທດຈຳຄຸກ ຫຼື ປັບໃໝຢູ່ໃນລະຫວ່າງ 500,000 ກີບເຖິງ 3,000,000 ກີບ.

ອ່ານຕໍ່…

The Laotian Times