ໜ້າເວັບຊ່ວຍເຫຼືອດ້ານກົດໝາຍໄດ້ຖືກເປີດນຳໃຊ້

ໜ້າເວັບຊ່ວຍເຫຼືອດ້ານກົດໝາຍຈະໄດ້ຖືກເປີດໃຫ້ນຳໃຊ້ໂດຍກະຊວງຍຸດຕິທຳ ເພື່ອສະໜອງຂໍ້ມູນ ແລະ ບໍລິການຕ່າງໆທາງດ້ານກົດໝາຍໃຫ້ບັນດາພົນລະເມືອງລາວ. ມວນຊົນສາມາດເຂົ້າໄປໃນເວັບໄຊ, ສອບຖາມ ແລະ ຮ້ອງຂໍຄຳແນະນຳ ແລະ ຄຳປຶກສາຕ່ກະຊວງຍຸດຕິທຳໂດຍບໍ່ມີຄ່າໃຊ້ຈ່າຍ. ກະຊວງຍຸດຕິທຳໄດ້ນຳໃຊ້ທຶນຊ່ວຍເຫຼືອດັ່ງກ່າວ ເພື່ອປົກປ້ອງສິດຂອງກຸ່ມຄົນດ້ອຍໂອກາດ ແລະ ຜູ້ປະສົບເຄາະຮ້າຍທາງດ້ານການຄ້າມະນຸດ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ. ໜ້າເວັບດັ່ງກ່າວໄດ້ຖືກພັດທະນາຂື້ນພາຍໃຕ້ການສະໜັບສະໜູນຈາກ ອົງການ USAID ຮ່ວມມືກັບ ມູນນິທິເອເຊຍ. 

ອ່ານຕໍ່ທີ່ນີ້… 

ຂ່າວສານປະເທດລາວ