Law and judiciary

ອາດຊະຍາກຳ ແລະ ການປະຕິບັດກົດໝາຍ

ໜ້າເວັບຊ່ວຍເຫຼືອດ້ານກົດໝາຍໄດ້ຖືກເປີດນຳໃຊ້

ໜ້າເວັບຊ່ວຍເຫຼືອດ້ານກົດໝາຍຈະໄດ້ຖືກເປີດໃຫ້ນຳໃຊ້ໂດຍກະຊວງຍຸດຕິທຳ ເພື່ອສະໜອງຂໍ້ມູນ ແລະ ບໍລິການຕ່າງໆທາງດ້ານກົດໝາຍໃຫ້ບັນດາພົນລະເມືອງລາວ. ມວນຊົນສາມາດເຂົ້າໄປໃນເວັບໄຊ, ສອບຖາມ ແລະ ຮ້ອງຂໍຄຳແນະນຳ ແລະ ຄຳປຶກສາຕ່ກະຊວງຍຸດຕິທຳໂດຍບໍ່ມີຄ່າໃຊ້ຈ່າຍ. ກະຊວງຍຸດຕິທຳໄດ້ນຳໃຊ້ທຶນຊ່ວຍເຫຼືອດັ່ງກ່າວ ເພື່ອປົກປ້ອງສິດຂອງກຸ່ມຄົນດ້ອຍໂອກາດ ແລະ ຜູ້ປະສົບເຄາະຮ້າຍທາງດ້ານການຄ້າມະນຸດ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ. ໜ້າເວັບດັ່ງກ່າວໄດ້ຖືກພັດທະນາຂື້ນພາຍໃຕ້ການສະໜັບສະໜູນຈາກ ອົງການ USAID ຮ່ວມມືກັບ ມູນນິທິເອເຊຍ. ອ່ານຕໍ່ທີ່ນີ້  ...

ຂ່າວສານປະເທດລາວ

ລາວ: ລັດຖະບານຮ່ວມມືກັບສາກົນ ໃນການເຮັດສົງຄາມຕ້ານຢາເສບຕິດໃນສະໜາມບິນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຮັດວຽກຢ່າງໃກ້ຊິດກັບບັນດາອົງການຈັດຕັ້ງສາກົນ ເພື່ອສົ່ງເສີມການຕ້ານຢາເສບຕິດຢູ່ໃນສະໜາມບິນ ຜ່ານການຈັດຕັ້ງໜ່ວຍສະເພາະກິດຕ້ານຢາເສບຕິດ.ບັນຫາດັ່ງກ່າວໄດ້ມີການຫາລືໃນກອງປະຊຸມຄະນະສະເພາະກິດຕ້ານຢາເສບຕິດໃນສະໜາມບິນ ອາຊຽນຄັ້ງທີ 9 ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 27-29 ພະຈິກນີ້.ເຂົ້າຮ່ວມໃນພິທີເປີດກອງປະຊຸມດັ່ງກ່າວ ມີທ່ານ ພຸດສະຫວັດ ສູນທະລາ ຮອງເລຂາທິການໃຫຍ່ ຄະນະກຳມາທິການວ່າດ້ວຍການຄວບຄຸມ ແລະ ກວດກາຢາເສບຕິດແຫ່ງຊາດ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດບຼູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິປິນ, ສິງກະໂປ, ຫວຽດນາມ ແລະ ໄທ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ສາວລາວຖືກຕັດສິນຈຳຄຸກ 5 ປີໃນຄະດີໂຄສະນາຕ້ານລັດຖະບານຜ່ານ ເຟັສ໌ບຸ໊ກ

ໃນອາທິດແລ້ວນີ້ ອຳນາດການປົກຄອງ ໄດ້ຕັດສິນໃຫ້ຈຳຄຸກສາວລາວເປັນເວລາ 5 ປີ ໃນຂໍ້ຫາໂຄສະນາຕ້ານລັດຖະບານຜ່ານສື່ ເຟັສ໌ບຸ໊ກ.ນາງ ຮວຍເຮືອງ ໄຊຍະບູລີ ອາຍຸ 30 ປີ ຫຼື ນາງໝວຍ ໄດ້ຖືກຈັບໃນວັນທີ 12 ກັນຍາ 2019 ເນື່ອງຈາກທຳການວິພາກວິຈານການຮັບມືກັບໄພນ້ຳຖ້ວມຂອງລັດຖະບານ ຢູ່ແຂວງຈຳປາສັກ ແລະ ສາລະວັນ ໂດຍອອກອາກາດສົດຜ່ານຊ່ອງທາງ ເຟັສ໌ບຸ໊ກ ໃນວັນທີ 5 ກັນຍາ.ໃນວີດີໂອດັ່ງກ່າວ ເຊິ່ງມີຍອດຜູ້ເຂົ້າຊົມຫຼາຍກວ່າ 150,000 ຄັ້ງ, ຜູ້ກ່ຽວໄດ້ເວົ້າວ່າ ລັດຖະບານດຳເນີນການຊ່ວຍເຫຼືອຊັກຊ້າ ເຮັດໃຫ້ປະຊາຊົນຫຼາຍຄົນຖືກປະລະ ແລະ ບໍ່ໄດ້ຮັບການຊ່ວຍເຫຼືອ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ເຈົ້າໜ້າທີ່ຕຳຫຼວດແຈ້ງເຕືອນກ່ຽວກັບໂຈນທຸບແວ່ນລົດ

ພະແນກຕຳຫຼວດຈໍລະຈອນນະຄອນຫຼວງວຽງຈັນ ໄດ້ແຈ້ງເຕືອນຜູ້ຂັບຂີ່ ໃຫ້ມີສະຕິລະມັດລະວັງໃນການປົກປ້ອງຍານພາຫະນະຂອງຕົນ ຕໍ່ກັບກຸ່ມໂຈນທຸບແວ່ນລົດເພື່ອລັກເຄື່ອງ, ເຊິ່ງເກີດຂຶ້ນຫຼ້າສຸດໃນຄືນວັນຈັນທີ່ຜ່ານມາ ທີ່ບ້ານນາຄຳ ເມືອງສີໂຄດຕະບອງ.ລົດທີ່ຈອດໄວ້ບໍລິເວນຮ້ານອາຫານແຫ່ງໜຶ່ງໄດ້ຖືກທຸບ ແລະ ລັກເອົາສິ່ງຂອງມີຄ່າຢູ່ພາຍໃນລົດ, ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ. ທາງເຈົ້າໜ້າທີ່ໄດ້ທຳການກວດເບິ່ງວີດີໂອທີ່ບັນທຶກໄວ້ໂດຍກ້ອງວົງຈອນປິດທີ່ຢູ່ໃກ້ຄຽງ ເພື່ອຂະຫຍາຍຜົນຈັບໂຕຜູ້ກະທຳຜິດດັ່ງກ່າວໃຫ້ໄວທີ່ສຸດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ສະຖານທູດຈີນ, ຕຳຫຼວດລາວ ສົ່ງຕົວນັກຕົ້ມຕຸ໋ນ 137 ຄົນກັບປະເທດ

ສະຖານທູດຈີນປະຈຳລາວ ຊຸກຍູ້ໃຫ້ປະຊາຊົນລາວ ມີສະຕິລະວັງຕົວກຸ່ມນັກຕົ້ມຕຸ໋ນຈີນ ພາຍຫຼັງການສົ່ງຕົວນັກຕົ້ມຕຸ໋ນຈີນຈຳນວນ 137 ຄົນກັບປະເທດ ໃນວັນອັງຄານນີ້.ນັກຕົ້ມຕຸ໋ນສັນຊາດຈີນຈຳນວນ 137 ຄົນດັ່ງກ່າວ ແມ່ນຖືກຈັບຕົວ ແລະ ສົ່ງຕົວກັບປະເທດໃນວັນອັງຄານນີ້ ໃນຂໍ້ຫາມີສ່ວນຮ່ວມໃນການແອບອ້າງວ່າເປັນສູນບໍລິການໂທລະສັບເພື່ອລັກຂໍ້ມູນລູກຄ້າ.ອ່ານຕໍ່ ...

Latsamy Phonevilay

ຍິງສາວທີ່ຖືກກັກຂັງໃນຂໍ້ຫາທຳລາຍຊື່ສຽງຂອງປະເທດ ຖືກສັ່ງຫ້າມບໍ່ໃຫ້ຄອບຄົວເຂົ້າຢ້ຽມ

ຍິງສາວທີ່ຖືກຈັບໃນວັນທີ 12 ກັນຍາ ໃນຂໍ້ຫາທຳລາຍຊື່ສຽງປະເທດ ຍັງຄົງຖືກກັກຂັງບໍ່ໃຫ້ພົບກັບຄອບຄົວ ຈົນກວ່າຈະສຳເລັດການສືບສວນຄະດີກ່ຽວກັບໃນການກະທຳຄວາມຜິດຂອງລາວ, ແຫຼ່ງຂ່າວ RFA ລາວ ລາຍງານໃນວັນພະຫັດນີ້.ນາງ ຮວາຍເຮືອງ ໄຊຍະບູລີ ອາຍຸ 30 ປີ ໄດ້ຖືກັກຕົວ ຫຼັງຈາກທີ່ໄດ້ທຳການວິຈານຜ່ານທາງເຟັສ໌ບຸ໊ກ ກ່ຽວກັບການຊ່ວຍເຫຼືອບັນເທົາທຸກນ້ຳຖ້ວມຂອງລັດຖະບານ ໃນວັນທີ 5 ກັນຍາ ຢູ່ແຂວງຈຳປາສັກ ແລະ ສາລະວັນ ທາງພາກໃຕ້ຂອງລາວ, ຕາມການລາຍງານຂອງໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/refused-09262019131452.html

ອົງການດ້ານກົດໝາຍລາວຫາລືຊ່ອງທາງໃນການຕ້ານອາດຊະຍາກຳຂ້າມຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການໄອຍະການ, ອົງການຕຸລາການ ແລະ ກົດໝາຍຈາກແຂວງພາກໃຕ້ ສົມທົບກັບຊ່ຽວຊານຈາກສະຖາບັນ ILSTA ປະເທດການາດາ ແລະ ມະຫາວິທະຍາໄລລຸກຊຳບວກ ໄດ້ປະຊຸມກັນໃນອາທິດແລ້ວນີ້ຢູ່ແຂວງຄຳມ່ວນ ເພື່ອຫາລີຊ່ອງທາງໃນການຕ້ານອາດຊະຍາກຳຂ້າມຊາດ.ກອງປະຊຸມດັ່ງກ່າວແມ່ນແນໃສ່ການຕ້ານການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ, ເຊິ່ງມີຜູ້ເຂົ້າຮ່ວມກວ່າ 100 ຄົນ.ອ່ານຕໍ່  ...

ພົມພົງ ເຫຼົາອິນ
http://annx.asianews.network/content/lao-law-enforcement-agencies-mull-ways-combat-transnational-crime-103258

ເຈົ້າໜ້າທີ່ລາດຕະເວນແຂວງບໍ່ແກ້ວ ຍືດຢາບ້າໄດ້ 2.5 ລ້ານເມັດ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທະຫານຊາຍແດນແຂວງບໍ່ແກ້ວ ໄດ້ບຸກຍືດຢາບ້າກວ່າ 2.5 ລ້ານເມັດ ທີ່ບັນທຸກມາໃນເຮືອຍາວສອງລຳເພື່ອຂ້າມແມ່ນ້ຳຂອງຢູ່ເມືອງຫ້ວຍຊາຍ ຫຼັງຈາກທີ່ຜູ້ຂັບເຮືອໄຫວໂຕຫຼົບໜີໄປ.ເຈົ້າໜ້າທີ່ຕຳຫຼວດຄວບຄຸມຢາເສບຕິດໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນມື້ວານນີ້ວ່າ ໃນຂະນະລາດຕະເວນຕາມລຳແມ່ນ້ຳຂອງ ເຈົ້າໜ້າທີ່ທະຫານໄດ້ພົບເຫັນເຮືອຕ້ອງສົງໄສ. ຈຶ່ງໄດ້ຂໍກວດຄົ້ນ, ເຊິ່ງເຮືອສອງລຳດັ່ງກ່າວໄດ້ເຂົ້າທຽບຝັ່ງ ແລະ ຄົນຂັບທັງສອງໄດ້ຫຼົບໜີໄປ.ຈາກການກວດຄົ້ນເຮືອດັ່ງກ່າວ ພົບຢາບ້າ 2,560,000 ເມັດ ນ້ຳໜັກລວມ 290 ກິໂລ, ຈຶ່ງໄດ້ມອບໃຫ້ຫ້ອງການຄວບຄຸມ ແລະ ກວດກາຢາເສບຕິແຂວງບໍ່ແກ້ວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bokeo-border-patrol-seizes-over-25-million-amphetamine-pills-102987

ນັກຄ້າຢາສັນຊາດລາວຖືກຕັດສິນປະຫານຊີວິດໃນຂໍ້ຫາຄ້າຢາເສບຕິດ 300 ກິໂລ

ໃນວັນທີ 28 ສິງຫານີ້ ສານປະຊາຊົນເແຂວງກວາງບິນ ປະເທດຫວຽດນາມ ໄດ້ຕັດສິນປະຫານຊີວິດນັກຄ້າຢາເສບຕິດຄົນລາວ ໃນຄະດີຄ້າຢາມ້າ 308.6 ກິໂລໃນປະເທດຫວຽດນາມ.ຜູ້ຕ້ອງໂທດຊື່ວ່າທ. ເຊັງ ວ່າງ ເກີດເມື່ອວັນທີ 6 ສິງຫາ 1995, ອາໄສຢູ່ແຂວງບໍລິຄຳໄຊຂອງລາວ.ຈາກສຳນວນຄະດີ, ສາມເດືອນກ່ອນຖືກຈັບກຸມ ຜູ້ກ່ຽວໄດ້ຮູ້ຈັກກັບທ. ຫາງ ອາ ຊີນ, ຊາວຫວຽດນາມ ເກີດປີ 1996, ແລະ ອາໄສຢູ່ເຂດພູສູງໃນແຂວງດັກນອງ.ອ່ານຕໍ່ ...

ໂຕະຂ່າວ
https://vietnamnet.vn/en/society/laos-national-sentenced-to-death-for-trafficking-over-300kg-of-drugs-563296.html

ຫ້ອງທົດລອງດ້ານນິຕິເວດດິຈິຕອລ໌ແຫ່ງທຳອິດຂອງລາວມີການເປີດໂຕຢ່າງເປັນທາງການ

ຫ້ອງທົດລອງດ້ານນິຕິເວດດິຈິຕອລ໌ແຫ່ງທຳອິດຂອງລາວ ໄດ້ມີການເປີດໂຕຢ່າງເປັນທາງການໃນວັນສຸກນີ້ ທີ່ກົມຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ.  ເຂົ້າຮ່ວມໃນພິທີດັ່ງກ່າວ ມີເຈົ້າໜ້າທີ່ຈາກກົມກອງ ແລະ ໂຄງການຕ້ານອາດສະຍາກຳອອນໄລໂລກ ຂອງຫ້ອງວ່າການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດສະຍາກຳ  (UNODC).ອ່ານຕໍ່ ...

ວິສິດ ເທບພະລາດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

bEsav
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!