ສາວລາວຖືກຕັດສິນຈຳຄຸກ 5 ປີໃນຄະດີໂຄສະນາຕ້ານລັດຖະບານຜ່ານ ເຟັສ໌ບຸ໊ກ

ໃນອາທິດແລ້ວນີ້ ອຳນາດການປົກຄອງ ໄດ້ຕັດສິນໃຫ້ຈຳຄຸກສາວລາວເປັນເວລາ 5 ປີ ໃນຂໍ້ຫາໂຄສະນາຕ້ານລັດຖະບານຜ່ານສື່ ເຟັສ໌ບຸ໊ກ.

ນາງ ຮວຍເຮືອງ ໄຊຍະບູລີ ອາຍຸ 30 ປີ ຫຼື ນາງໝວຍ ໄດ້ຖືກຈັບໃນວັນທີ 12 ກັນຍາ 2019 ເນື່ອງຈາກທຳການວິພາກວິຈານການຮັບມືກັບໄພນ້ຳຖ້ວມຂອງລັດຖະບານ ຢູ່ແຂວງຈຳປາສັກ ແລະ ສາລະວັນ ໂດຍອອກອາກາດສົດຜ່ານຊ່ອງທາງ ເຟັສ໌ບຸ໊ກ ໃນວັນທີ 5 ກັນຍາ.

ໃນວີດີໂອດັ່ງກ່າວ ເຊິ່ງມີຍອດຜູ້ເຂົ້າຊົມຫຼາຍກວ່າ 150,000 ຄັ້ງ, ຜູ້ກ່ຽວໄດ້ເວົ້າວ່າ ລັດຖະບານດຳເນີນການຊ່ວຍເຫຼືອຊັກຊ້າ ເຮັດໃຫ້ປະຊາຊົນຫຼາຍຄົນຖືກປະລະ ແລະ ບໍ່ໄດ້ຮັບການຊ່ວຍເຫຼືອ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ