ຍິງສາວທີ່ຖືກກັກຂັງໃນຂໍ້ຫາທຳລາຍຊື່ສຽງຂອງປະເທດ ຖືກສັ່ງຫ້າມບໍ່ໃຫ້ຄອບຄົວເຂົ້າຢ້ຽມ

ຍິງສາວທີ່ຖືກຈັບໃນວັນທີ 12 ກັນຍາ ໃນຂໍ້ຫາທຳລາຍຊື່ສຽງປະເທດ ຍັງຄົງຖືກກັກຂັງບໍ່ໃຫ້ພົບກັບຄອບຄົວ ຈົນກວ່າຈະສຳເລັດການສືບສວນຄະດີກ່ຽວກັບໃນການກະທຳຄວາມຜິດຂອງລາວ, ແຫຼ່ງຂ່າວ RFA ລາວ ລາຍງານໃນວັນພະຫັດນີ້.

ນາງ ຮວາຍເຮືອງ ໄຊຍະບູລີ ອາຍຸ 30 ປີ ໄດ້ຖືກັກຕົວ ຫຼັງຈາກທີ່ໄດ້ທຳການວິຈານຜ່ານທາງເຟັສ໌ບຸ໊ກ ກ່ຽວກັບການຊ່ວຍເຫຼືອບັນເທົາທຸກນ້ຳຖ້ວມຂອງລັດຖະບານ ໃນວັນທີ 5 ກັນຍາ ຢູ່ແຂວງຈຳປາສັກ ແລະ ສາລະວັນ ທາງພາກໃຕ້ຂອງລາວ, ຕາມການລາຍງານຂອງໜ່ວຍຂ່າວ RFA ລາວ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/refused-09262019131452.html