ລາວ: ລັດຖະບານຮ່ວມມືກັບສາກົນ ໃນການເຮັດສົງຄາມຕ້ານຢາເສບຕິດໃນສະໜາມບິນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຮັດວຽກຢ່າງໃກ້ຊິດກັບບັນດາອົງການຈັດຕັ້ງສາກົນ ເພື່ອສົ່ງເສີມການຕ້ານຢາເສບຕິດຢູ່ໃນສະໜາມບິນ ຜ່ານການຈັດຕັ້ງໜ່ວຍສະເພາະກິດຕ້ານຢາເສບຕິດ.

ບັນຫາດັ່ງກ່າວໄດ້ມີການຫາລືໃນກອງປະຊຸມຄະນະສະເພາະກິດຕ້ານຢາເສບຕິດໃນສະໜາມບິນ ອາຊຽນຄັ້ງທີ 9 ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 27-29 ພະຈິກນີ້.

ເຂົ້າຮ່ວມໃນພິທີເປີດກອງປະຊຸມດັ່ງກ່າວ ມີທ່ານ ພຸດສະຫວັດ ສູນທະລາ ຮອງເລຂາທິການໃຫຍ່ ຄະນະກຳມາທິການວ່າດ້ວຍການຄວບຄຸມ ແລະ ກວດກາຢາເສບຕິດແຫ່ງຊາດ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດບຼູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິປິນ, ສິງກະໂປ, ຫວຽດນາມ ແລະ ໄທ.

ອ່ານຕໍ່…

ພົມພົງ ເຫຼົາອິນ