Law and judiciary

ອາດຊະຍາກຳ ແລະ ການປະຕິບັດກົດໝາຍ

ລາວ, ອົງການຈັດຕັ້ງສາກົນຫາລືວິທີການເພື່ອຕ້ານອາດສະຍາກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຍຄວາມ, ເຈົ້າໜ້າທີ່ຕຸລາການ ແລະ ເຈົ້າໜ້າທີ່ກົດໝາຍຈາກສູນກາງ ແລະ ແຂວງ ແລະ ອົງການຈັດຕັ້ງສາກົນໄດ້ປະຊຸມທີ່ແຂວງຊຽງຂວາງ ເພື່ອຫາລືວິທີການໃນການສົ່ງເສີມຄວາມສາມາດ ເພື່ອຕ້ານການກໍ່ອາດສະຍາກຳຂ້າມຊາດ ລວມທັງການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ.ກອງປະຊຸມຄັ້ງທີສອງເພື່ອຕິດຕາມວຽກງານໃນຫົວຂໍ້ດັ່ງກ່າວ ໄດ້ຈັດຂຶ້ນຢູ່ໂພນສະຫວັນ ແຂວງຊຽງຂວາງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-international-organisations-discuss-ways-combat-crime-99526

ຕຳຫຼວດຈໍລະຈອນວຽງຈັນເລີ່ມປະຕິບັດມາດຕະການລົງໂທດທີ່ເຂັ້ມງວມກວ່າເດີມຕໍ່ຜູ້ທີ່ເມົາແລ້ວຂັບຂີ່

ຕຳຫຼວດຈໍລະຈອນນະຄອນຫຼວງວຽງຈັນຈະເລີ່ມເຂັ້ມງວດໃນການປັບໃໝ ແລະ ຍຶດໃບຂັບຂີ່ຂອງຜູ້ທີ່ເມົາແລ້ວຂັບຂີ່ ເພື່ອຫຼຸດຜ່ອນຈຳນວນອຸບັດຕິເຫດຕາມທ້ອງຖະໜົນໃນນະຄອນຫຼວງວຽງຈັນ.ຕາມບົດລາຍງານທີ່ຜ່ານມາຂອງເຈົ້າໜ້າທີ່, ການຂັບຂີ່ລົດໃນຂະນະມືນເມົາເປັນສາເຫດຫຼັກຂອງການອຸບັດຕິເຫດບົນທ້ອງຖະໜົນ. ສະນັ້ນ ໃນກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສານປະຊາຊົນນະຄອນຫຼວງວຽງຈັນຈຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ນາຍົກຮຽກຮ້ອງການຮ່ວມມືເພື່ອຕ້ານບັນຫາຢາເສບຕິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນປະກອບສ່ວນໃນການຕ້ານການຄ້າຢາເສບຕິດ.ທ່ານ ທອງລຸນ ໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນວັນອັງຄານຜ່ານມາ ເຊິ່ງກົງກັບວັນຕ້ານການນຳໃຊ້ ແລະ ຊື້ຂາຍຢາເສບຕິດສາກົນ ຄົບຮອບ 32 ປີ ເຊິ່ງວຽນມາບັນຈົບຄົບຮອບໃນວັນທີ 26 ມິຖຸນານີ້.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-pm-calls-joint-effort-combat-drugs-problem-99159

ລາວ, ໄທເສີມຂະຫຍາຍວຽກງານການຮ່ວມມືດ້ານຄວາມປອດໄພຊາຍແດນ 

ວຽງຈັນ (ວຽງຈັນທາມສ໌/ANN) — ລັດຖະບານລາວ ແລະ ໄທ ຈະສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານຄວາມປອດໄພຊາຍແດນ ແລະ ການປ້ອງກັນອາດສະຍາກຳຂ້າມຊາດ, ໂດຍສະເພາະຢູລຽບເຂດຊາຍແດນແຂວງໄຊຍະບູລີ ແລະ ຈັງຫວັດນ່ານ.ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີການລົງນາມທີ່ບໍລິສັດໄຟຟ້າຫົງສາ ຈຳກັດ ແຂວງໄຊຍະບູລີ ໃນອາທິດແລ້ວນີ້ ລະຫວ່າງທ່ານພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ວໍຣະກິດຕິ ສີທິບພະກອນ ຜູ້ວ່າລາດຊະການຈັງຫວັດນ່ານ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-thailand-extend-partnership-border-security-cooperation-99102

ອາຊຽນ, ຈີນສົ່ງເສີມການຝຶກອົບຮົມເຈົ້າໜ້າທີ່ຕຳຫຼວດເພື່ອຕ້ານອາດຊະຍາກຳຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຮ່ວມມືກັບຈີນ, ປະເທດສະມາຊິກອາຊຽນ ແລະ ປະເທດເພື່ອນບ້ານ ຫາລືກ່ຽວກັບການສະໜັບສະໜູນສອງຝ່າຍໃນການສ້າງສະຖາບັນ ແລະ ສູນຝຶກອົບຮົມຕຳຫຼວດ.ການຮ່ວມມືດັ່ງກ່າວໄດ້ມີການຫາລືໃນລະຫວ່າງກອງປະຊຸມໂຕະມົນ ເພື່ອຍົກລະດັບຄວາມສາມາດດ້ານການບັງຄັບໃຊ້ກົດໝາຍ ຂອງປະທານສະຖາບັນຕຳຫຼວດຈີນ-ອາຊຽນ ແລະ ປະເທດເພື່ອນບ້ານຄັ້ງທີ 3 ທີ່ວຽງຈັນ ໃນວັນອັງຄານຜ່ານມານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/asean-china-bolster-police-training-against-cross-border-crime-98721

ລາວ, ສິງກະໂປຮ່ວມກັນຕ້ານອາດສະຍາກຳຂ້າມຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ້າສະພາທະນາຍຄວາມແຫ່ງສາທາລະນະລັດສິງກະໂປ (AGC) ແລະ ຫ້ອງການຜູ້ພິພາສາປະຊາຊົນສູງສຸດຂອງລາວຕົກລົງເຮັດວຽກຮ່ວມກັນ ໃນການຕ້ານການກໍ່ອາສະຍາກຳຂ້າມປະເທດ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບບັນຫາດັ່ງກ່າວໄດ້ຮັບການລົງນາມຫວ່າງໝໍ່ໆມານີ້ ລະຫວ່າງທ່ານ ລູຊຽນ ວອງ ປະທານສະພາທະນາຍຄວາມຂອງສິງກະໂປ ແລະ ທ່ານ ຄຳແສນ ສຸວົງ ໄອຍະການສານປະຊາຊົນສູງສຸດ ທີ່ນະຄອນຫຼວງວຽງຈັນ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງ AGC.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/laos-singapore-fight-transnational-crime-98464

ເຈົ້າໜ້າທີ່ສືບສວນສອບສວນນິຕິເວດຮັບການຝຶກອົບຮົມທີ່ປະເທດເກົາຫຼີ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ສົ່ງເສີມ ເຈົ້າໜ້າທີ່ຕຳຫຼວດລາວໃຫ້ເຂົ້າຮ່ວມໂຄງການສ້າງຄວາມສາມາດດ້ານວິທະຍາສາດທາງນິຕິເວດ ແລະ ເທັກໂນໂລຢີດ້ານການສືບສວນສອບສວນຄະດີອາຍາ ທີ່ສາທາລະນະລັດເກົາຫຼີ.ອົງການ KOICA ໄດ້ເຊື້ອເຊີນເຈົ້າໜ້າທີ່ຈາກກະຊວງປ້ອງກັນຄວາມສະຫງົບໃຫ້ເຂົ້າຮ່ວມໃນໂຄງການດັ່ງກ່າວ ເຊິ່ງຈັດຂຶ້ນໃນວັນທີ 9-22 ພຶດສະພານີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ຈັບຊາວຈີນສາມຄົນທີ່ນຳໃຊ້ເງິນປອມ

ໃນອາທິດນີ້ ເຈົ້າໜ້າທີ່ຕຳຫຼວດລາວໄດ້ຈັບຕົວຊາວຈີນສາມຄົນ ທີ່ພະຍາຍາມນຳໃຊ້ເງິນປອມຊື້ເສື້ອຜ້າໃນຊ່ວງປີໃໝ່ ເຊິ່ງວ່າເຈົ້າຂອງຮ້ານໄດ້ສັງເກດເຫັນຮອຍນ້ຳໝຶກທີ່ຊຶມອອກມາ, ຈຶ່ງໄດ້ແຈ້ງຕໍ່ເຈົ້າໜ້າທີ່, ຕາມແຫຼ່ງຂ່າວໃນລາວ.ຜູ້ຕ້ອງສົງໄສ ເປັນຜູ້ຊາຍສອງຄົນ ແລະ ຍິງໜຶ່ງຄົນ ໄດ້ເດີນທາງເຂົ້າມາລາວຈາກແຂວງຢຸນນານຂອງຈີນ ແລະ ພວມກຳລັງຢູ່ໃນຂັ້ນຕອນການສືບສວນສອບສວນ ແຕ່ຍັງບໍ່ທັນມີການແຈ້ງຂໍ້ກ່າວຫາ, ເຈົ້າໜ້າທີ່ຕຳຫຼວດນະຄອນຫຼວງພະບາງລາຍງານຕໍ່ໜ່ວຍຂ່າວ RFA ລາວໃນວັນພຸດຜ່ານມາ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ການສະເຫຼີມສະຫຼອງປີໃໝ່ລາວມີຜູ້ເສຍຊີວິດ 37 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ

(ຂປລ) ຕຳຫຼວດຈໍລະຈອນລາຍງານວ່າ ໃນຊ່ວງການສະເຫຼີມລະຫຼອງປີໃໝ່ລາວ ພສ 2562 ລະຫວ່າງວັນທີ 13-17 ເມສາ 2019 ມີຜູ້ເສຍຊີວິດທັງໝົດ 37 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 532 ຄົນ.ຕົວເລກດັ່ງກ່າວຫຼຸດລົງ 5% ທຽບກັບຍອດຜູ້ເສຍຊີວິດຈາກການສະຫຼອງປີໃໝ່ປີ 2018. ແຕ່ວ່າຍອດຜູ້ໄດ້ຮັບບາດເຈັບປີຕໍ່ປີແມ່ນເພີ່ມຂຶ້ນເລັກໜ້ອຍຢູ່ທີ່ 0.7%.ອ່ານຕໍ່ ...

ຂປລ

ເພີ່ມຄວາມເຂັ້ມງວດໃນມາດຕະການເພື່ອຫຼຸດຜ່ອນອັດຕາການເກີດອຸປະຕິເຫດໃນຊ່ວງປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນລາວທົ່ວປະເທດ ກຳລັງຂຸ້ນຂ້ຽວກະກຽມສະເຫຼີມສະຫຼອງປີໃໝ່ລາວ ໃນຊ່ວງໄລຍະສີ່ວັນຂອງບຸນປະເພນີ ແລະ ຂະນົບທຳນຽມຄວາມມ່ວນຊື່ນທີ່ຈະມີຂຶ້ນໃນອາທິດໜ້າ.ໃນຂະນະດຽວກັນ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນກໍມີການຮ່ວມມືກັນ ເພື່ອຫຼຸດຜ່ອນຈຳນວນອຸປະຕິເຫດຕາມທ້ອງຖະໜົນ ທີ່ອາດເກີດຂຶ້ນໃນໄລຍະພັກຍາວດັ່ງກ່າວ.ອ່ານຕໍ່ ...

ໂຕະບັນນາທິການ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zFwS7
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!