ຈັບຊາວຈີນສາມຄົນທີ່ນຳໃຊ້ເງິນປອມ

ໃນອາທິດນີ້ ເຈົ້າໜ້າທີ່ຕຳຫຼວດລາວໄດ້ຈັບຕົວຊາວຈີນສາມຄົນ ທີ່ພະຍາຍາມນຳໃຊ້ເງິນປອມຊື້ເສື້ອຜ້າໃນຊ່ວງປີໃໝ່ ເຊິ່ງວ່າເຈົ້າຂອງຮ້ານໄດ້ສັງເກດເຫັນຮອຍນ້ຳໝຶກທີ່ຊຶມອອກມາ, ຈຶ່ງໄດ້ແຈ້ງຕໍ່ເຈົ້າໜ້າທີ່, ຕາມແຫຼ່ງຂ່າວໃນລາວ.

ຜູ້ຕ້ອງສົງໄສ ເປັນຜູ້ຊາຍສອງຄົນ ແລະ ຍິງໜຶ່ງຄົນ ໄດ້ເດີນທາງເຂົ້າມາລາວຈາກແຂວງຢຸນນານຂອງຈີນ ແລະ ພວມກຳລັງຢູ່ໃນຂັ້ນຕອນການສືບສວນສອບສວນ ແຕ່ຍັງບໍ່ທັນມີການແຈ້ງຂໍ້ກ່າວຫາ, ເຈົ້າໜ້າທີ່ຕຳຫຼວດນະຄອນຫຼວງພະບາງລາຍງານຕໍ່ໜ່ວຍຂ່າວ RFA ລາວໃນວັນພຸດຜ່ານມາ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ