Law and judiciary

ອາດຊະຍາກຳ ແລະ ການປະຕິບັດກົດໝາຍ

ເຈົ້າໜ້າທີ່ອອກ 8 ມາດຕະການເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນຊ່ວງປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງບັນຊາການປ້ອງກັນຄວາມສະຫງົບ ພາຍໃຕ້ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການໃນອາທິດແລ້ວນີ້ (1 ເມສາ) ກ່ຽວກັບແປດລະບຽບການໃນການຈໍລະຈອນຕາມທ້ອງຖະໜົນໃນເກົ້າຕົວເມືອງ, ເພື່ອແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍໃນຊ່ວງປິໃໝ່ລາວ (14-16 ເມສາ).ກົດລະບຽບໝາຍເລກໜຶ່ງແມ່ນຫ້າມການຂາຍບັ້ງໄຟ, ສອງແມ່ນຫ້າມໃຊ້ນ້ຳທີ່ເປິະເປື້ອນສາດໃສ່ກັນ, ຫ້າມນຸ່ງເຄື່ອງໂປ້ເປືອຍໃນລະຫວ່າງບຸນປະເພນີ, ແລະ ຫ້າມຫຼິ້ນການພະນັນໃນຊ່ວງສະເຫຼີມສະຫຼອງປີໃໝ່.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ສາລະວັນຍຶດເຄື່ອງໃນໝູຜິດກົດໝາຍທີ່ນຳເຂົ້າຈາກຫວຽດນາມ

ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ແຂວງສາລະວັນໄດ້ຍຶດເຄື່ອງໃນໝູຈຳນວນປະມານ 350 ກິໂລ ທີ່ນຳເຂົ້າຜິດກົດໝາຍມາຈາກປະເທດຫວຽດນາມ.ຂອງກາງດັ່ງກ່າວແມ່ນຍຶດໄດ້ທີ່ດ່ານສາກົນລາໄລ ເຊິ່ງຕັ້ງຢູ່ຊາຍແດນລະຫວ່າງແຂວງສາລະວັນ ແລະ ແຂວງທົວທຽນເຫີ ຂອງຫວຽດນາມ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ກຳປູເຈຍ, ລາວ ລົງນາມໃນຂໍ້ຕົກລົງຕ້ານຢາເສບຕິດ, ອາຊະຍາກຳ

(MENAFN) ກຳປູເຈຍລົງນາມໃນບົດບັນທຶກຄວາມເຂົ້າໃຈກັບລາວ ເພື່ອການຮ່ວມມືໃນການຈັດການບັນຫາຢາເສບຕິດ ແລະ ອາຊະຍາກຳຂ້າມຊາດ.ທ່ານ ສາ ເຄັງ ລັດຖະມົນຕີກະຊວງພາຍໃນຂອງກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືດັ່ງກ່າວຮ່ວມກັບທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງລາວທີ່ນະຄອນພະນົມເປັນ.ອ່ານຕໍ່ ...

ທີມຂ່າວ MENAFN

ລັດຈະປັບໄໝໜັກສຳລັບຜູ້ລະເມີດລະບຽບການກ່ຽວກັບຢາສູບ

ຜູ້ຜະລິດ ແລະ ຜູ້ນຳເຂົ້າຜະລິດຕະພັນຢາສູບຈະໄດ້ຮັບການລົງໂທດດ້ວຍການປັບໄໝໜັກ ແລະ ມາດຕະການເພີ່ມເຕີມອື່ນໆ ສຳລັບສິ່ງຫຸ້ມຫໍ່ຜະລິດຕະພັນທີ່ບໍ່ມີການຕິດຄຳແນະນຳທີ່ຈຳເປັນ ແລະ ຄຳເຕືອນກ່ຽວກັບຜົນເສຍຕໍ່ສຸຂະພາບ ຕາມລະບຽບການສະບັບໃໝ່.ຄຳເຕືອນກ່ຽວກັບສຸຂະພາບຕ້ອງປະກອບໄປດ້ວຍຮູບພາບ ແລະ ຕົວໜັງສື.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມໄນຕີໄດ້ລົງນາມໃນລັດຖະດຳລັດກ່ຽວກັບຄ່າປັບໄໝ ແລະ ມາດຕະການອື່ນໆຕໍ່ຜູ້ທີ່ລະເມີດລະບຽບກົດໝາຍວ່າດ້ວຍການຄວບຄຸມຢາສູບ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຊຸກຍູ້ໃຫ້ອົງກອນພາກລັດປະຕິບັດຕາມກົດໝາຍວ່າດ້ວຍການຈັດຊື້

ອົງກອນພາກລັດທີ່ຕ້ອງການນຳໃຊ້ງົບປະມານລັດເກີນ 5 ລ້ານກີບຕ້ອງເຮັດສັນຍາປະມູນໂຄງການ, ອີງຕາມກະຊວງການເງິນ. ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງຂອງລັດຖະມົນຕີ ໃນຕົ້ນເດືອນນີ້ ເຊິ່ງກຳນົດຂັ້ນຕອນໃໝ່ທີ່ໜ່ວຍງານພາກລັດຕ້ອງປະຕິບັດໃນການນຳໃຊ້ງົບປະມານລັດ.ຂໍ້ຕົກລົງດັ່ງກ່າວແມ່ນໜຶ່ງໃນຄວາມພະຍາຍາມຂອງກະຊວງ ໃນການບັງຄັບໃຊ້ກົດໝາຍວ່າດ້ວຍການຈັດຊື້ແຫ່ງລັດໃນບັນດາໜ່ວຍງານລັດ ແລະ ເພື່ອຮັບປະກັນວ່າການໃຊ້ຈ່າຍງົບປະມານມີຄວາມຄຸ້ມຄ່າ ແລະ ສົມເຫດສົມຜົນ.ອ່ານຕໍ່   ...

ເອກະພອນ ພູທອນສີ

ເຈົ້າໜ້າທີ່ກວດລ້າງໄຮ່ຢາຝິ່ນທີ່ຫຼວງນ້ຳທາ ແລະ ຊຽງຂວາງ

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຂວງຫຼວງນ້ຳທາ ໄດ້ບຸກທຳລາຍໄຮ່ຢາຝິ່ນ 17 ເຮັກຕາໃນແປດບ້ານຂອງເມືອງລອງ ແຂວງພາກເໜືອຂອງລາວ.ທ່ານພັນຕີ ສິນນະກອນ ຂຸນວົງພົມ ຮອງຫົວໜ້າຫ້ອງການປ້ອງກັນຄວາມສະຫງົບເມືອງ ໄດ້ເປີດເຜີຍຜ່ານວຽງຈັນທາມສ໌ ໃນວັນສຸກແລ້ວນີ້ວ່າ ເຈົ້າໜ້າທີ່ຕຳຫຼວດເມືອງ ສົມທົບກັບພະແນກກວດກາ ແລະ ຄວບຄຸມຢາເສບຕິດແຂວງ ໄດ້ລົງກວດລ້າງໄຮ່ຝິ່ນຈຳນວນ 17 ເຮັກຕາ ໃນບ້ານແມ່ຂອງ, ສາມສົບ, ຈາຄຳລີ, ພັນງົວ, ໄອແສງ, ສົບປັນເກົາ, ຈາຄຳຕັນ ແລະ ສົບປັນໃໝ່.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ເຈົ້າໜ້າທີ່ລາວຖືກກ່າວຫາວ່າເມົາແລ້ວຂັບຕຳແລ້ວໜີ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນໄດ້ນຳໃຊ້ສື່ສັງຄົມອອນໄລ ໃນການສະແດງຄວາມບໍ່ພໍໃຈ ຫຼັງຈາກທີ່ໄດ້ຊົມບັນທຶກພາບທີ່ເຈົ້າໜ້າທີ່ຕຳຫຼວດຈົງໃຈຂັບລົດໜີພາຍຫຼັງມີສ່ວນພົວພັນກັບການເກີດອຸບັດຕິເຫດ.ວີດີໂອທີ່ແຜ່ກະຈາຍໃນສື່ສັງຄົມ Facebook ສະແດງໃຫ້ເຫັນລົດໂຕໂຢຕາ ຣີໂວ ປ້າຍທະບຽນ ກກ 4668 ຂອງລັດຖະບານ ໄດ້ມີສ່ວນໃນອຸບັດຕິເຫດຕຳກັບລົດຈັກ ແລະ ຕໍ່ມາໄດ້ຖືກໄລ່ຕາມໂດຍເຈົ້າໜ້າທີ່ຕຳຫຼວດຈໍລະຈອນ ກ່ອນທີ່ຈະຫຼົບໜີໄປ.ອ່ານຕໍ່ ...

ໂຕະຂ່າວ

ນະຄອນຫຼວງສັ່ງຫ້າມບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າກ່ອນເວລາ 4 ໂມງແລງ

ເພື່ອເປັນການສົ່ງເສີມສຸຂະພາບ ແລະ ຄວາມປອດໄພຂອງພົນລະເມືອງລາວ, ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກມາດຕະການສັ່ງຫ້າມຂາຍເຄື່ອງດື່ມທີ່ມີທາດເຫຼົ້າໃນນະຄອນຫຼວງວຽງຈັນກ່ອນເວລາ 4 ໂມງແລງ.ຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ລົງວັນທີ  21 ທັນວາ 2018 ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ສົ່ງເສີມຄວາມປອດໄພຕາມທ້ອງຖະໜົນ, ເຈົ້າໜ້າທີ່ຈະເລີ່ມມີການກວດກາ ແລະ ປັບໃໝລົງໂທດຫ້າງຮ້ານ ແລະ ກິດຈະການຕ່າງໆທີ່ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າທີ່ບໍ່ປະຕິບັດຕາມລະບຽບການ ເລີ່ມແຕ່ວັນທີ 1 ມັງກອນ 2019 ເປັນຕົ້ນໄປ.ອ່ານຕໍ່  ...

Lao Post

ເຈົ້າໜ້າທີ່ລັດຊຸກຍຸ້ແບບຢ່າງການຂັບຂີ່ປອດໄພໃນວຽງຈັນ

ນັກສ້າງນະໂຍບາຍໃນນະຄອນວຽງຈັນສະເໜີວ່າ ເຈົ້າໜ້າທີ່ພັກລັດຄວນສ້າງແບບຢ່າງໃນການປະຕິບັດກົດຈໍລະຈອນ ແລະ ຜູ້ທີ່ລະເມີດກົດຈະລະຈອນຕ້ອງໄດ້ຮັບການລົງໂທດ.ນັກສ້າງນະໂຍບາຍໄດ້ຈັດລຽງຂໍ້ສະເໜີດັ່ງກ່າວເຂົ້າໃນຮ່າງຄຳສັ່ງຄຸ້ມຄອງຂອງເຈົ້າຄອງນະຄອນວຽງຈັນ ເຊິ່ງສ້າງຂຶ້ນເພື່ອຫຼຸດຜ່ອນຈຳນວນອຸບັດຕິເຫດໃນທ້ອງຖະໜົນທີ່ເພີ່ມຂຶ້ນ.ອ່ານຕໍ່  ...

ເອກະພອນ ພູທອນສີ

ກະຊວງລາວເຜີຍສິ່ງທ້າທາຍໃນການຈັດການກັບອາດສະຍາກຳກ່ຽວກັບສັດປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຜະເຊີນສິ່ງທ້າຍທາຍຕົ້ນຕໍຫຼາຍຢ່າງໃນການຈັດການອາດສະຍາກຳກ່ຽວກັບສັດນ້ຳ ແລະ ສັດປ່າ ຕາມການລາຍງານຂອງກົມກວດກາປ່າໄມ້ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້.ແຜນດຳເນີນງານດ້ານການຕ້ານອາດສະຍາກຳສັດນ້ຳ ແລະ ສັດປ່າແຫ່ງຊາດທີ່ມີການເປີດເຜີຍຫຼ້າສຸດ ລາຍງານວ່າປະເທດລາວມັກເປັນໜຶ່ງໃນຈຸດເຊື່ອມຕໍ່ລະຫວ່າງເຄືອຂ່າຍອາດສະຍາກຳຂ້າມຊາຍແດນ, ​ຜູ້ຊື້ ແລະ ຜູ້ຂາຍຜະລິດຕະພັນສັດປ່າຜິດກົດໝາຍ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gknJd
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!