ເຈົ້າໜ້າທີ່ກວດລ້າງໄຮ່ຢາຝິ່ນທີ່ຫຼວງນ້ຳທາ ແລະ ຊຽງຂວາງ

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຂວງຫຼວງນ້ຳທາ ໄດ້ບຸກທຳລາຍໄຮ່ຢາຝິ່ນ 17 ເຮັກຕາໃນແປດບ້ານຂອງເມືອງລອງ ແຂວງພາກເໜືອຂອງລາວ.

ທ່ານພັນຕີ ສິນນະກອນ ຂຸນວົງພົມ ຮອງຫົວໜ້າຫ້ອງການປ້ອງກັນຄວາມສະຫງົບເມືອງ ໄດ້ເປີດເຜີຍຜ່ານວຽງຈັນທາມສ໌ ໃນວັນສຸກແລ້ວນີ້ວ່າ ເຈົ້າໜ້າທີ່ຕຳຫຼວດເມືອງ ສົມທົບກັບພະແນກກວດກາ ແລະ ຄວບຄຸມຢາເສບຕິດແຂວງ ໄດ້ລົງກວດລ້າງໄຮ່ຝິ່ນຈຳນວນ 17 ເຮັກຕາ ໃນບ້ານແມ່ຂອງ, ສາມສົບ, ຈາຄຳລີ, ພັນງົວ, ໄອແສງ, ສົບປັນເກົາ, ຈາຄຳຕັນ ແລະ ສົບປັນໃໝ່.

ອ່ານຕໍ່…

ພົມພົງ ເຫຼົາອິນ