ຊີ້ນໝູຍັງຄົງພຽງພໍຕໍ່ການບໍລິໂພກພາຍໃນ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຄົງມີໝູພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາຢ່າງຕໍ່ເນື່ອງພາຍໃນປະເທດ.ການລະບາດຂອງພະຍາດດັ່ງກ່າວກວມເອົາ 103 ບ້ານໃນ 42 ເມືອງໃນ 15​ ແຂວງ, ຕາມຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້.ພື້ນທີ່ທີ່ມີການລະບາດ ມີໝູທັງໝົດ 25,568 ໂຕ, ເຊິ່ງໃນນັ້ນ 10,903 ໂຕຕາຍຍ້ອນພະຍາດດັ່ງກ່າວ ແລະ ອີກ 3,306 ໂຕໄດ້ຮັບການທຳລາຍ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/enough-pork-local-consumption-despite-african-swine-fever-outbreak-laos-105517

ເຈົ້າໜ້າທີ່ຮັບປະກັນຄວາມປອດໄພໃນການບໍລິໂພກຊີ້ນໝູ ເນື່ອງຈາກການລະບາດຂອງພະຍາດໃນວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຢືນຢັນວ່າຊິ້ນໝູທຸກໆປະເພດທີ່ວາງຂາຍຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ມີຄວາມປອດໄພໃນການບໍລິໂພກ ພາຍໃຕ້ການກວດສອບຢ່າງເປັນປົກກະຕິ ພາຍຫຼັງພົບການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ແຂວງສາລະວັນໃນເດືອນຜ່ານມາ.ໃນຂະນະດຽວກັນ ເຈົ້າໜ້າທີ່ກໍໄດ້ລາຍງານການລະບາດຂອງພະຍາດດັ່ງກ່າວຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ມີໝູຕາຍປະມານ 100 ໂຕ ເຊິ່ງໃນປະຈຸບັນ ໃນທົ່ວປະເທດພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວປະມານ 2,500 ໂຕ.ເຈົ້າໜ້າທີ່ສາທາລະນະສຸກຢືນຢັນວ່າ ການບໍລິໂພກຊີ້ນໝູແມ່ນມີຄວາມປອດໄພ ແຕ່ວ່າຕ້ອງຜ່ານການປຸ່ງແຕ່ງໃຫ້ສຸກດີ. ເຖິງວ່າເຊື້ອພະຍາດດັ່ງກ່າວຈະເປັນອັນຕະລາຍຕໍ່ໝູ ແຕ່ກໍບໍ່ມີຜົນຫຍັງຕໍ່ຄົນເຮົາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/authorities-reassure-consumers-pork-vientiane-outbreak-reported-99878

ສາລະວັນຍຶດເຄື່ອງໃນໝູຜິດກົດໝາຍທີ່ນຳເຂົ້າຈາກຫວຽດນາມ

ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ແຂວງສາລະວັນໄດ້ຍຶດເຄື່ອງໃນໝູຈຳນວນປະມານ 350 ກິໂລ ທີ່ນຳເຂົ້າຜິດກົດໝາຍມາຈາກປະເທດຫວຽດນາມ.ຂອງກາງດັ່ງກ່າວແມ່ນຍຶດໄດ້ທີ່ດ່ານສາກົນລາໄລ ເຊິ່ງຕັ້ງຢູ່ຊາຍແດນລະຫວ່າງແຂວງສາລະວັນ ແລະ ແຂວງທົວທຽນເຫີ ຂອງຫວຽດນາມ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລາວລະງັບການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ

ວຽງຈັນ — ການນຳເຂົ້າຜະລິດຕະພັນຊີ້ນໝູທຸກຊະນິດຈາກຈີນ ກໍຄື ໝູ ແລະ ລູກໝູເປັນ ໄດ້ມີການລະງັບຊົ່ວຄາວຫຼັງຈາກມີການລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາ ທີ່ແຂວງຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ. ກະຊວງກະສິກຳ ແລະ ປ່າໄມ້ລາວໄດ້ອອກແຈ້ງການອາທິດແລ້ວນີ້ ໃນການຫ້າມການນຳເຂົ້າຜະລິດຕະພັນໝູ, ລູກໝູ ແລະ ແມ່ພັນໝູ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດທີ່ອາດເກີດຂຶ້ນໃນລາວ ແລະ ທັງເປັນການປົກປ້ອງຜູ້ບໍລິໂພກຈາກການເຈັບປ່ວຍ.ອ່ານຕໍ່ ...

ວຽງຈັນທາມສ໌/ເຄືອຂ່າຍຂ່າວເອເຊຍ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TeR65
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!