ເຈົ້າໜ້າທີ່ຮັບປະກັນຄວາມປອດໄພໃນການບໍລິໂພກຊີ້ນໝູ ເນື່ອງຈາກການລະບາດຂອງພະຍາດໃນວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຢືນຢັນວ່າຊິ້ນໝູທຸກໆປະເພດທີ່ວາງຂາຍຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ມີຄວາມປອດໄພໃນການບໍລິໂພກ ພາຍໃຕ້ການກວດສອບຢ່າງເປັນປົກກະຕິ ພາຍຫຼັງພົບການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ແຂວງສາລະວັນໃນເດືອນຜ່ານມາ.

ໃນຂະນະດຽວກັນ ເຈົ້າໜ້າທີ່ກໍໄດ້ລາຍງານການລະບາດຂອງພະຍາດດັ່ງກ່າວຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ມີໝູຕາຍປະມານ 100 ໂຕ ເຊິ່ງໃນປະຈຸບັນ ໃນທົ່ວປະເທດພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວປະມານ 2,500 ໂຕ.

ເຈົ້າໜ້າທີ່ສາທາລະນະສຸກຢືນຢັນວ່າ ການບໍລິໂພກຊີ້ນໝູແມ່ນມີຄວາມປອດໄພ ແຕ່ວ່າຕ້ອງຜ່ານການປຸ່ງແຕ່ງໃຫ້ສຸກດີ. ເຖິງວ່າເຊື້ອພະຍາດດັ່ງກ່າວຈະເປັນອັນຕະລາຍຕໍ່ໝູ ແຕ່ກໍບໍ່ມີຜົນຫຍັງຕໍ່ຄົນເຮົາ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/authorities-reassure-consumers-pork-vientiane-outbreak-reported-99878