ຊີ້ນໝູຍັງຄົງພຽງພໍຕໍ່ການບໍລິໂພກພາຍໃນ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຄົງມີໝູພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາຢ່າງຕໍ່ເນື່ອງພາຍໃນປະເທດ.

ການລະບາດຂອງພະຍາດດັ່ງກ່າວກວມເອົາ 103 ບ້ານໃນ 42 ເມືອງໃນ 15​ ແຂວງ, ຕາມຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້.

ພື້ນທີ່ທີ່ມີການລະບາດ ມີໝູທັງໝົດ 25,568 ໂຕ, ເຊິ່ງໃນນັ້ນ 10,903 ໂຕຕາຍຍ້ອນພະຍາດດັ່ງກ່າວ ແລະ ອີກ 3,306 ໂຕໄດ້ຮັບການທຳລາຍ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/enough-pork-local-consumption-despite-african-swine-fever-outbreak-laos-105517