Law and judiciary

Legal aid

ໜ້າເວັບຊ່ວຍເຫຼືອດ້ານກົດໝາຍໄດ້ຖືກເປີດນຳໃຊ້

ໜ້າເວັບຊ່ວຍເຫຼືອດ້ານກົດໝາຍຈະໄດ້ຖືກເປີດໃຫ້ນຳໃຊ້ໂດຍກະຊວງຍຸດຕິທຳ ເພື່ອສະໜອງຂໍ້ມູນ ແລະ ບໍລິການຕ່າງໆທາງດ້ານກົດໝາຍໃຫ້ບັນດາພົນລະເມືອງລາວ. ມວນຊົນສາມາດເຂົ້າໄປໃນເວັບໄຊ, ສອບຖາມ ແລະ ຮ້ອງຂໍຄຳແນະນຳ ແລະ ຄຳປຶກສາຕ່ກະຊວງຍຸດຕິທຳໂດຍບໍ່ມີຄ່າໃຊ້ຈ່າຍ. ກະຊວງຍຸດຕິທຳໄດ້ນຳໃຊ້ທຶນຊ່ວຍເຫຼືອດັ່ງກ່າວ ເພື່ອປົກປ້ອງສິດຂອງກຸ່ມຄົນດ້ອຍໂອກາດ ແລະ ຜູ້ປະສົບເຄາະຮ້າຍທາງດ້ານການຄ້າມະນຸດ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ. ໜ້າເວັບດັ່ງກ່າວໄດ້ຖືກພັດທະນາຂື້ນພາຍໃຕ້ການສະໜັບສະໜູນຈາກ ອົງການ USAID ຮ່ວມມືກັບ ມູນນິທິເອເຊຍ. ອ່ານຕໍ່ທີ່ນີ້  ...

ຂ່າວສານປະເທດລາວ

ນັກສຶກສາກົດໝາຍຮຽນຮູ້ກ່ຽວກັບວຽກງານການທູດໃນພາກພື້ນ

ວຽງຈັນ  (ວຽງຈັນທາມສ໌/ANN) – ນັກສຶກສາຈາກຄະນະນິຕິສາດ ແລະ ວິທະຍາສາດການເມືອງ ມະຫາວິທະຍາໄລແຫ່ງຊາດ ໄດ້ປະກອບສ່ວນໃນການປຶກສາຫາລື ແລະ ຮຽນຮູ້ກ່ຽວກັບບັນຫາໃນພາກພື້ນ ພາຍໃຕ້ໂຄງການກອງປະຊຸມຕົວແບບອາຊຽນ (MAM) ເຊິ່ງຈັດຂຶ້ນທີ່ວຽງຈັນໃນວັນເສົາຜ່ານມາ.ໃນງານດັ່ງກ່າວ ທ່ານ ຮສ ບຸນຕຽງ ພົມມະຈັນ ຮອງອະທິການບໍດີຄະນະນິຕິສາດ ແລະ ວິທະຍາສາດການເມືອງ ກ່າວວ່າ ໂຄງການນີ້ແມ່ນການລິເລີ່ມຂອງມູນນິທິອາຊຽນ ເພື່ອສົ່ງເສີມຄວາມເຂົ້າໃຈໃຫ້ແກ່ນັກສຶກສາ ກ່ຽວກັບວຽກງານການທູດ ແລະ ວິທີການທີ່ຜູ້ນຳປະເທດສະມາຊິກອາຊຽນ ນຳໃຊ້ໃນການແກ້ໄຂບັນຫາຂອງພາກພື້ນໃນກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຳຄັນອື່ນໆ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຍີ່ປຸ່ນສະເຫຼີມສະຫຼອງການຮ່ວມມືດ້ານນິຕິບັດຍັດ ແລະ ຕຸລາການຄົບຮອບ 20 ປີ

ລັດຖະບານລາວ ແລະ ຍີ່ປຸ່ນຊົມເຊີຍຜົນສຳເລັດ 20 ປີໃນການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃນຂະແໜງນິຕິບັນຍັດ ແລະ ຕຸລາການໃນລາວ, ໂດຍສະເພາະແມ່ນການຮ່ວມມືດ້ານການພັດທະນາບຸກຄະລາກອນ.ຜົນສຳເລັດດັ່ງກ່າວໄດ້ມີການຍົກຂຶ້ນໃນພິທີສະເຫຼີມສະຫຼອງໃນວັນອັງຄານຜ່ານມາ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງຍີ່ປຸ່ນ ແຕ່ປີ 1998-2018.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

6pVcw
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!