ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME)

ຕະຫຼາດຫຼັກຊັບ (ຕະຫຼາດຫຸ້ນ)

ພັນທະບັດລັດຖະບານ ຈະມີການຈຳໜ່າຍໃນຕະຫຼາດຫຼັກຊັບລາວໃນເດືອນທັນວານີ້

ວຽງຈັນ (ວຽງຈັນທາມສ໌/ANN) –  ລັດຖະບານໄດ້ຈັດຖະແຫຼງຂ່າວ ກ່ຽວກັບການຈຳໜ່າຍພັນທະບັດໃໝ່ ມູນຄ່າລວມກວ່າ 1,287 ຕື້ກີບ ($142 ລ້ານໂດລາ) ສຳລັບຕະຫຼາດຫຼັກຊັບລາວໃນເດືອນນີ້.ພາຍຫຼັງການເປີດຈຳໜ່າຍພັນທະບັດມູນຄ່າ 1,700 ຕື້ກີບໃນເດືອນກັນຍານີ້, ພັນທະບັດຈຳນວນ 412.57 ຕື້ກີບໄດ້ຖືກຈຳໜ່າຍອອກ ພາຍຫຼັງຫຼາຍເດືອນຂອງການວາງຈຳໜ່າຍໃນຕະຫຼາດຫຼັກຊັບລາວ, ແລະ ສ່ວນທີ່ເຫຼືອມີກຳນົດການເປີດຊື້ຂາຍໃນວັນທີ 18-24 ທັນວານີ້, ເຊິ່ງການຈ່າຍດອກເບ້ຍແມ່ນສອງຄັ້ງຕໍ່ປີ, ຕາມຂໍ້ມູນທີ່ເປີດເຜີຍໃນກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງວຽງຈັນວານນີ້.ອ່ານຕໍ່  ...

ໂຕະຂ່າວ

ທະນາຄານກາງ ຫວັງເພີ່ມທະວີການລົງທຶນໃນຕະຫຼາດຫຼັກຊັບ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຫົວໜ່ວຍທຸລະກິດໃນລາວ ຈະມີຄວາມສະດວກຍິ່ງຂຶ້ນໃນການນຳໃຊ້ຕະຫຼາດຫຼັກຊັບ ເພື່ອເປັນຊ່ອງທາງໃນການລະດົມທຶນ ພາຍຫຼັງທີ່ສະພາແຫ່ງຊາດມີການຮັບຮອງເອົາກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ, ອີງຕາມເຈົ້າໜ້າທີ່ການນຳຂອງທະນາຄານແຫ່ງ ສປປ ລາວ.ທ່ານ ສອນໄຊ ສີພະໄຊ ຜູ້ອຳນວຍການທະນາຄານການ ໄດ້ໃຫ້ຄຳເຫັນດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງຂຶ້ນສະເໜີກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕະຫຼາດຫຼັກຊັບເປີດການຊື້ຂາຍຫຸ້ນບໍລິສັດ ລານໂກ

(ຂປລ) ໃນວັນພະຫັດນີ້ ຕະຫຼາດຫຼັກຊັບລາວໄດ້ເປີດການຊື້ຂາຍຫຸ້ນບໍລິສັດລາວອາຊຽນເຊົ່າສິນເຊື່ອ (ລານໂກ) ເຊິ່ງເປັນບໍລິສັດລາຍທີ 11 ທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ.ໃນມື້ເປີດໂຕ ລາຄາຊື້ຂາຍຫຸ້ນດັ່ງກ່າວແມ່ນຢູ່ທີ່ 3,000 ກີບຕໍ່ຫຸ້ນ, ປັບໂຕເພີ່ມຂຶ້ນຈາກລາຄາ 2,700 ກີບໃນມື້ເປີດຈອງໃນຕົ້ນເດືອນນີ້.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48752

ຕະຫຼາດຫຼັດຊັບອະທິບາຍວຽກງານຂອງຕະຫຼາດທຶນໃຫ້ແກ່ນັກລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກລົງທຶນ, ນາຍໜ້າລົງທຶນ, ນັກສຶກສາການເງິນ ແລະ ຕາງໜ້າຈາກບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ເຂົ້າຮ່ວມການແລກປ່ຽນໄລຍະສອງວັນ ທີ່ຕະຫຼາດຫຼັກຊັບລາວ (LSX) ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບຕະຫຼາດທຶນ ຈາກຊ່ຽວຊານທີ່ມີປະສົບການຈາກລາວ ແລະ ໄທ.ງານປະຕູສູ່ການລົງທຶນ 2019 ໃນຫົວຂໍ້ ‘ການຂະຫຍາຍທຸລະກິດໃນຕະຫຼາດທຶນ’ ມີຜູ້ເຂົ້າຮ່ວມຫຼາຍຮ້ອຍຄົນ ທີ່ມີຄວາມສົນໃຈຮຽນຮູ້ກ່ຽວກັບວຽກງານຂອງຕະຫຼາດການເງິນ, ທຶນ, ແລະ ເງິນ ຈາກຜູ້ຊ່ຽວຊານສະເພາະດ້ານ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lsx-explains-workings-capital-market-investors-104556

ບໍລິສັດໄຟຟ້າລາວມະຫາຊົນຈະບໍ່ມີການຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຫຸ້ນສຳລັບຊ່ວງຫົກເດືອນຕົ້ນປີ 2019

ວຽງຈັນ (ວຽງຈັນທາມສ໌/ANN) – ກອງປະຊຸມຄະນະອຳນວຍການບໍລິສັດໄຟຟ້າລາວມະຫາຊົນ (EDL-Gen) ໃນເດືອນນີ້ ບໍ່ອະນຸມັດການຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຫຸ້ນ ເນື່ອງຈາກລາຍຮັບຂອງບໍລິສັດໃນຊ່ວງຫົກເດືອນຕົ້ນປີ 2019 ສະແດງຜົນການຂາດທຶນ 147.15 ຕື້ກີບ.ການຂາດທຶນດັ່ງກ່າວສະແດງຜົນເປັນເງິນກີບ ເນື່ອງຈາກອັດຕາແລກປ່ຽນເງິນຕາເປັນເງິນບາດ ແລະ ໂດລາມີລັກສະນະຜັນຜວນ, ຕາມການລາຍງານຂອງບໍລິສັດ EDL-Gen.ເຖິງວ່າ ບໍລິສັດ EDL-Gen ຈະສ້າງກຳໄລຈາກການຂາຍໄຟຟ້າໃນລາວ ແລະ ຕ່າງປະເທດ ແລະ ມີຄັງສຳຮອງເງິນສົດ, ໜີ້ສີນຂອງບໍລິສັດສ່ວນໃຫຍ່ ໃນຮູບຂອງການໃຊ້ໜີ້ເງິນກູ້ ແມ່ນເປັນເງິນບາດ ແລະ ໂດລາ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/edl-gen-not-paying-dividend-shareholders-first-six-months-2019-103351

ຕະຫຼາດຫຼັກຊັບລາວແຈ້ງເຕືອນບໍລິສັດທີ່ບໍ່ສາມາດເປີດເຜີຍຜົນການປະກອບການ

ຕະຫຼາດຫຼັກຊັບລາວ (LSX) ໄດ້ຈັດບໍລິສັດພູສີກໍ່ສ້າງ ແລະ ພັດທະນາ (PCD) ມະຫາຊົນ ເຂົ້າໃນສະຖານະບໍລິສັດ “ທີ່ບໍ່ໜ້າເຊື່ອຖື”, ພາຍຫຼັງທີ່ບໍລິສັດ PDC ບໍ່ສາມາດເປີດເຜີຍບົດລາຍງານກາງປີ ແລະ ບົດລາຍງານປີ 2018 ຂອງຕົນຜ່ານທາງລະບົບຂອງ LSX.ສະຖານະ “ບໍ່ໜ້າເຊື່ອຖື” ຈະຂຶ້ນສະແດງໃນຊື່ໂລໂກຂອງບໍລິສັດ PCD ໃນລະບົບຊື້ຂາຍຫຸ້ນໃນຕະຫຼາດຫຼັກຊັບ ແລະ ທາງເວັບໄຊຕະຫຼາດຫຼັກຊັບນັບແຕ່ວັນທີ 27 ສິງຫາເປັນຕົ້ນໄປ ຈົນກວ່າບໍລິສັດ PCD ຈະສາມາດແກ້ໄຂບັນຫາດັ່ງກ່າວ, ຕາມການແຈ້ງການຂອງຕະຫຼາດຫຼັກຊັບລາວໃນວັນທີ 26 ສິງຫານີ້.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/30/lao-securities-exchange-calls-out-firm/

ລັດຖະບານອອກພັນທະບັດເພື່ອຮັບມືກັບການຂາດດູນງົບປະມານ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະພະຍາຍາມເພີ່ມການຂາຍພັນທະບັດພາຍໃນປະເທດໃນສະກຸນເງິນທ້ອງຖິ່ນ ເພື່ອແກ້ໄຂການຂາດດູນງົບປະມານ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຕະຫຼາດທຶນແຫ່ງຊາດ.ໃນຊ່ວງຫ້າເດືອນຜ່ານມານີ້ ລັດຖະບານສາມາດຂາຍພັນທະບັດພາຍໃນປະເທດມູນຄ່າ 1.13 ພັນຕື້ກີບ, ທຽບເທົ່າກັບ 28.89 ເປີເຊັນຂອງມູນຄ່າເປົ້າໝາຍຕາມແຜນປີ 2019, ຕາມບົດລາຍງານຫຼ້າສຸດຂອງກະຊວງການເງິນ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-issue-bonds-tackle-fiscal-deficit-101751

ຕະຫຼາດຫຼັກຊັບລາວແຕ່ງຕັ້ງປະທານຄົນໃໝ່

ວຽງຈັນ (ວຽງຈັນທາມສ໌) – ໃນອາທິດແລ້ວນີ້ ທະນາຄານແຫ່ງ ສປປ ລາວ (BOL) ໄດ້ມີການແຕ່ງຕັ້ງທ່ານ ອ໊ອດ ພົນຊຽງດີ ອະດີດຫົວໜ້າກົມການຮ່ວມມືສາກົນ ໃຫ້ເປັນຜູ້ບໍລິຫານຄົນໃໝ່ຂອງຕະຫຼາດຫຼັກຊັບລາວ (LSX).ສ່ວນທ່ານ ວັນຄຳ ວໍລະວົງ ອະດີດຜູ້ບໍລິຫານຕະຫຼາດຫຼັກຊັບລາວ LSX ໄດ້ເຂົ້າຮັບໜ້າທີ່ໃໝ່ຢູ່ທີ່ທະນາຄານກາງ ຕາມທະນາຄານແຫ່ງ ສປປ ລາວ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-stock-market-appoints-new-chief-100576

ບໍລິສັດ ENECO ໄດນາມິກມະຫາຊົນຈະເປີດຊື້ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ ENECO ໄດນາມິກມະຫາຊົນຂອງລາວ ມີແຜນຂະຫຍາຍແຫຼ່ງທຶນ 40 ຕື້ກີບໂດຍການເປີດຊື້ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວ (LSX).ບໍລິສັດພະລັງງານດັ່ງກ່າວໄດ້ຍື່ນສະເໜີຕໍ່ຄະນະກຳມາທິການຕະຫຼາດຫຼັກຊັບ ແລະ ຕະຫຼາດຫຸ້ນລາວໃນວັນສຸກຜ່ານມາ ກ່ຽວກັບການເປີດຂາຍຫຸ້ນໃຫ້ແກ່ສາທາລະນະຊົນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/eneco-dynamic-public-company-be-listed-lsx-99796

ວຽງຈັນເຊັນເຕີເປີດການຊື້ຂາຍສ່ວນແບ່ງຫຸ້ນໃນຕະຫຼາດຫຸ້ນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດວຽງຈັນເຊັນເຕີລາວມະຫາຊົນ (VCL) ໄດ້ເປີດການຊື້ຂາຍຫຸ້ນໃນຕະຫຼາດຫຸ້ນລາວຢ່າງເປັນທາງການ, ເຊິ່ງເປັນລັດວິສາຫະກິດແຫ່ງທຳອິດຈາກແຂວງຢູນນານ ປະເທດຈີນ ແລະ ບໍລິສັດອັນດັບທີສິບໃນລາຍຊື່ກິດຈະການໃນຕະຫຼາດຫຼັກຊັບລາວ (LSX).ການເປີດຕົວການຊື້ຂາຍດັ່ງກ່າວແມ່ນໄດ້ມີຂຶ້ນໃນວັນສຸກແລ້ວນີ້ ທີ່ອາຄານຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານນາງ ສາຍສະໝອນ ຈັນທະຈັກ ເລຂາທິການຫ້ອງການຄະນະກຳມາທິການຕະຫຼາດຫຼັກຊັບລາວ, ທ່ານ ວັນຄຳ ວໍຣະວົງ ອຳນວຍການ LSX, ຜູ້ຕາງໜ້າຈາກອົງການຈັດຕັ້ງລັດຖະບານ, ຜູ້ຖືຫຸ້ນ ພ້ອມດ້ວຍພະນັກງານບໍລິສັດ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/vientiane-center-opens-share-trading-lao-stock-market-97838

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

aYNzD
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!