ຕະຫຼາດຫຼັກຊັບ (ຕະຫຼາດຫຸ້ນ)
Stock market
ຕະຫຼາດຫຼັດຊັບອະທິບາຍວຽກງານຂອງຕະຫຼາດທຶນໃຫ້ແກ່ນັກລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກລົງທຶນ, ນາຍໜ້າລົງທຶນ, ນັກສຶກສາການເງິນ ແລະ ຕາງໜ້າຈາກບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ເຂົ້າຮ່ວມການແລກປ່ຽນໄລຍະສອງວັນ ທີ່ຕະຫຼາດຫຼັກຊັບລາວ (LSX) ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບຕະຫຼາດທຶນ ຈາກຊ່ຽວຊານທີ່ມີປະສົບການຈາກລາວ ແລະ ໄທ.ງານປະຕູສູ່ການລົງທຶນ 2019 ໃນຫົວຂໍ້ ‘ການຂະຫຍາຍທຸລະກິດໃນຕະຫຼາດທຶນ’ ມີຜູ້ເຂົ້າຮ່ວມຫຼາຍຮ້ອຍຄົນ ທີ່ມີຄວາມສົນໃຈຮຽນຮູ້ກ່ຽວກັບວຽກງານຂອງຕະຫຼາດການເງິນ, ທຶນ, ແລະ ເງິນ ຈາກຜູ້ຊ່ຽວຊານສະເພາະດ້ານ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/lsx-explains-workings-capital-market-investors-104556
ວຽງຈັນເຊັນເຕີເປີດການຊື້ຂາຍສ່ວນແບ່ງຫຸ້ນໃນຕະຫຼາດຫຸ້ນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດວຽງຈັນເຊັນເຕີລາວມະຫາຊົນ (VCL) ໄດ້ເປີດການຊື້ຂາຍຫຸ້ນໃນຕະຫຼາດຫຸ້ນລາວຢ່າງເປັນທາງການ, ເຊິ່ງເປັນລັດວິສາຫະກິດແຫ່ງທຳອິດຈາກແຂວງຢູນນານ ປະເທດຈີນ ແລະ ບໍລິສັດອັນດັບທີສິບໃນລາຍຊື່ກິດຈະການໃນຕະຫຼາດຫຼັກຊັບລາວ (LSX).ການເປີດຕົວການຊື້ຂາຍດັ່ງກ່າວແມ່ນໄດ້ມີຂຶ້ນໃນວັນສຸກແລ້ວນີ້ ທີ່ອາຄານຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານນາງ ສາຍສະໝອນ ຈັນທະຈັກ ເລຂາທິການຫ້ອງການຄະນະກຳມາທິການຕະຫຼາດຫຼັກຊັບລາວ, ທ່ານ ວັນຄຳ ວໍຣະວົງ ອຳນວຍການ LSX, ຜູ້ຕາງໜ້າຈາກອົງການຈັດຕັ້ງລັດຖະບານ, ຜູ້ຖືຫຸ້ນ ພ້ອມດ້ວຍພະນັກງານບໍລິສັດ.ອ່ານຕໍ່ ...
ເພັດສະໝອນ ຈັນດາລາ
http://annx.asianews.network/content/vientiane-center-opens-share-trading-lao-stock-market-97838