ວຽງຈັນເຊັນເຕີເປີດການຊື້ຂາຍສ່ວນແບ່ງຫຸ້ນໃນຕະຫຼາດຫຸ້ນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດວຽງຈັນເຊັນເຕີລາວມະຫາຊົນ (VCL) ໄດ້ເປີດການຊື້ຂາຍຫຸ້ນໃນຕະຫຼາດຫຸ້ນລາວຢ່າງເປັນທາງການ, ເຊິ່ງເປັນລັດວິສາຫະກິດແຫ່ງທຳອິດຈາກແຂວງຢູນນານ ປະເທດຈີນ ແລະ ບໍລິສັດອັນດັບທີສິບໃນລາຍຊື່ກິດຈະການໃນຕະຫຼາດຫຼັກຊັບລາວ (LSX).

ການເປີດຕົວການຊື້ຂາຍດັ່ງກ່າວແມ່ນໄດ້ມີຂຶ້ນໃນວັນສຸກແລ້ວນີ້ ທີ່ອາຄານຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານນາງ ສາຍສະໝອນ ຈັນທະຈັກ ເລຂາທິການຫ້ອງການຄະນະກຳມາທິການຕະຫຼາດຫຼັກຊັບລາວ, ທ່ານ ວັນຄຳ ວໍຣະວົງ ອຳນວຍການ LSX, ຜູ້ຕາງໜ້າຈາກອົງການຈັດຕັ້ງລັດຖະບານ, ຜູ້ຖືຫຸ້ນ ພ້ອມດ້ວຍພະນັກງານບໍລິສັດ.

ອ່ານຕໍ່…

ເພັດສະໝອນ ຈັນດາລາ
http://annx.asianews.network/content/vientiane-center-opens-share-trading-lao-stock-market-97838