ຕະຫຼາດຫຼັກຊັບລາວແຈ້ງເຕືອນບໍລິສັດທີ່ບໍ່ສາມາດເປີດເຜີຍຜົນການປະກອບການ

ຕະຫຼາດຫຼັກຊັບລາວ (LSX) ໄດ້ຈັດບໍລິສັດພູສີກໍ່ສ້າງ ແລະ ພັດທະນາ (PCD) ມະຫາຊົນ ເຂົ້າໃນສະຖານະບໍລິສັດ “ທີ່ບໍ່ໜ້າເຊື່ອຖື”, ພາຍຫຼັງທີ່ບໍລິສັດ PDC ບໍ່ສາມາດເປີດເຜີຍບົດລາຍງານກາງປີ ແລະ ບົດລາຍງານປີ 2018 ຂອງຕົນຜ່ານທາງລະບົບຂອງ LSX.

ສະຖານະ “ບໍ່ໜ້າເຊື່ອຖື” ຈະຂຶ້ນສະແດງໃນຊື່ໂລໂກຂອງບໍລິສັດ PCD ໃນລະບົບຊື້ຂາຍຫຸ້ນໃນຕະຫຼາດຫຼັກຊັບ ແລະ ທາງເວັບໄຊຕະຫຼາດຫຼັກຊັບນັບແຕ່ວັນທີ 27 ສິງຫາເປັນຕົ້ນໄປ ຈົນກວ່າບໍລິສັດ PCD ຈະສາມາດແກ້ໄຂບັນຫາດັ່ງກ່າວ, ຕາມການແຈ້ງການຂອງຕະຫຼາດຫຼັກຊັບລາວໃນວັນທີ 26 ສິງຫານີ້.

ອ່ານຕໍ່…

The Laotian Times
https://laotiantimes.com/2019/08/30/lao-securities-exchange-calls-out-firm/