ພັນທະບັດລັດຖະບານ ຈະມີການຈຳໜ່າຍໃນຕະຫຼາດຫຼັກຊັບລາວໃນເດືອນທັນວານີ້

ວຽງຈັນ (ວຽງຈັນທາມສ໌/ANN) –  ລັດຖະບານໄດ້ຈັດຖະແຫຼງຂ່າວ ກ່ຽວກັບການຈຳໜ່າຍພັນທະບັດໃໝ່ ມູນຄ່າລວມກວ່າ 1,287 ຕື້ກີບ ($142 ລ້ານໂດລາ) ສຳລັບຕະຫຼາດຫຼັກຊັບລາວໃນເດືອນນີ້.

ພາຍຫຼັງການເປີດຈຳໜ່າຍພັນທະບັດມູນຄ່າ 1,700 ຕື້ກີບໃນເດືອນກັນຍານີ້, ພັນທະບັດຈຳນວນ 412.57 ຕື້ກີບໄດ້ຖືກຈຳໜ່າຍອອກ ພາຍຫຼັງຫຼາຍເດືອນຂອງການວາງຈຳໜ່າຍໃນຕະຫຼາດຫຼັກຊັບລາວ, ແລະ ສ່ວນທີ່ເຫຼືອມີກຳນົດການເປີດຊື້ຂາຍໃນວັນທີ 18-24 ທັນວານີ້, ເຊິ່ງການຈ່າຍດອກເບ້ຍແມ່ນສອງຄັ້ງຕໍ່ປີ, ຕາມຂໍ້ມູນທີ່ເປີດເຜີຍໃນກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງວຽງຈັນວານນີ້.

ອ່ານຕໍ່…

 

ໂຕະຂ່າວ