ອອກຄຳສັ່ງແນະນຳໃຫ້ປະຊາຊົນຫຼີກລ້ຽງການເດີນທາງທີ່ບໍ່ຈຳເປັນ, ປະຢັດນ້ຳມັນເພື່ອກະສິກຳ

ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ຮຽກຮ້ອງໃຫ້ບັນດາສະມາຊິກພັກ-ລັດ ຈົ່ງມີສະຕິໃນການນຳໃຊ້ນ້ຳມັນເຊື້ອໄຟ ແລະ ບໍ່ໃຫ້ເດີນທາງໂດຍບໍ່ຈຳເປັນ, ໃຫ້ມີນ້ຳມັນສຳຮອງໄວ້ພຽງພໍເພື່ອນຳໃຊ້ເຂົ້າໃນການຜະລິດກະສິກຳ ແລະ ກິດຈະກຳທີ່ສຳຄັນອື່ນໆ.
ການ​ນໍາ​ໃຊ້​ນໍ້າມັນ​ເຊື້ອ​ໄຟ​ຢ່າງ​ລະມັດລະວັງ​ ເປັນ​ວິທີ​ດຽວ​ທີ່​ຈະ​ແກ້​ໄຂ​ບັນຫາ​ຂາດ​ແຄນ​ໃນ​ປະຈຸ​ບັນ.
ຊາວກະສິກອນ ຈໍານວນນຶ່ງ ຈົ່ມວ່າ ບໍ່ສາມາດ ປູກຝັງໄດ້ ຍ້ອນຂາດແຄນ ນໍ້າມັນ ແລະ ຮຽກຮ້ອງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງແກ້ໄຂວິກິດການ. ຫົວໜ້າສາຂາລັດວິສາຫະກິດນ້ຳມັນເຊື້ອໄຟລາວ ແຂວງຄຳມ່ວນ ທ່ານ ວົງສອນ ພິມມະວົງສາ ໄດ້ລາຍງານໃຫ້ນັກຂ່າວພາຍໃນແຂວງຊາບ ກ່ຽວກັບສະພາບ ການສະໜອງນ້ຳມັນເຊື້ອໄຟຢູ່ທ້ອງຖິ່ນ.

ອ່ານເພິ່ມເຕີມ…

ເພັດໂພໄຊ ແສງປະເສີດ