News
ສະຫະລັດອາເມລິກາ ໃຫ້ທຶນຊ່ວຍເຫຼືອການບູລະນະໂຮງຮຽນທີ່ແຂວງສາລະວັນ
ປະຊາຊົນຊາວເມືອງຄົງເຊໂດນ ແລະ ພື້ນທີ່ໃກ້ຄຽງແຂວງສາລະວັນ ຈະໄດ້ຮັບໂອກາດທີ່ດີຂື້ນໃນເລື່ອງການດູແລສຸຂະພາບ ແລະ ການເບິ່ງແຍງຊ່ວຍເຫຼືອທາງການແພດ ທີ່ໄດ້ຮັບຈາກການຊຸກຍູ້ຈາກລັດຖະບານສະຫະລັດອາເມລິກາ ໃນການບູລະນະໂຄງໝໍເມືອງຄົງເຊໂດນ. ພິທີທາງການດັ່ງກ່າວ ໄດ້ເປີດຂື້ນໃນວັນພະຫັດ ຊຶ່ງນຳໂດຍທ່ານ ດຣ. ປີເຕີ ໄຮມອນ, ເອກອັກຄະລັດຖະທູດອາເມລິກາປະຈຳລາວ, ທ່ານ ສົມໃຈ ອຸ່ນຈິດ, ຮອງເຈົ້າເມືອງ ແລະ ທ່ານ ອາຄົມ ລຳວິຈິດ, ຫົວໜ້າຫ້ອງວ່າການແຂວງສາລະວັນ. ສືບຕໍ່ອ່ານ ...
ຜູ້ສື່ຂ່າວທາມສ໌
ສະຫະລັດສົ່ງເສີມນັກວິທະຍາສາດໜຸ່ມໃນການຕ້ານພະຍາດທີ່ເກີດຈາກຍຸງໃນລາວ
(ຂປລ) ສະຫະລັດສືບຕໍ່ແບ່ງປັນຄວາມຮູ້ ແລະ ການຮ່ວມມືກັບນັກວິທະຍາສາດໜຸ່ມລາວກ່ຽວກັບບັນຫາທ້າທາຍດ້ານສຸຂະພາບທີ່ສຳຄັນ.ໃນວັນທີ 1 ກໍລະກົດນີ້ ພະນັກງານຈາກສະຖານທູດສະຫະລັດ, ກະຊວງສາທາລະນະສຸກ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບກຸ່ມນັກວິທະຍາສາດ 33 ຄົນຈາກລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເພື່ອສະເຫຼີມສະຫຼອງການເປີດໂຄງການລິເລີ່ມໃນພາກພື້ນລຸ່ມແມ່ນ້ຳຂອງຂອງນັກວິທະຍາສາດໜຸ່ມ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46986