ທະນາຄານກາງອອກມາດຕະການເພື່ອຄຸ້ມຄອງຄ່າເງິນກີບ

ທະນາຄານແຫ່ງ ສປປ ລາວ ໄດ້ອອກມາດຕະການເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນຕາຕ່າງປະເທດ.

ຕາມຈົດໝາຍັຂ່າວຂອງທະນາຄານກາງໃນອາທິດນີ້, ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບທຽບກກັບເງິນໂດລາ ແລະ ເງິນບາດ, ທະນາຄານກາງໄດ້ປັບປຸງປະລິມານເງິນໃນລະດັບໜຶ່ງ ເຊິ່ງສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນປະຈຸບັນ.

ນອກຈາກນີ້ ທະນາຄານຍັງມີການນຳໃຊ້ລະບົບອັດຕາແລກປ່ຽນແບບລອຍຕົວພາຍໃຕ້ການຄຸ້ມຄອງ ເພື່ອເພີ່ມສະຖຽນລະພາບໃຫ້ແກ່ຄ່າເງິນກີບ, ຕາມຈົດໝາຍຂ່າວ ເຊິ່ງມີການເຜີຍແຜ່ຢູ່ໜ້າເວັບໄຊຫຼັກຂອງທະນາຄານແຫ່ງ ສປປ ລາວ.

ອ່ານຕໍ່…

ເອກະພອນ ພູທອນສີ