ລາວ: ທະນາຄານກາງຈະອອກທະນະບັດໃບ 500 ກີບສະບັບປີ 2015

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການກ່ຽວກັບການອອກທະນະບັດໃບ 500 ກີບສະບັບປີ 2015. ທະນາຄານກາງໄດ້ແຈ້ງການລ່ວງໜ້າກ່ຽວກັບການອອກທະນະບັດໃໝ່ດັ່ງກ່າວ ເພື່ອເປັນການຕັດຂໍ້ສົງໄສກ່ຽວກັບການນຳໃຊ້ທະນະບັດດັ່ງກ່າວ.

ທະນາຄານກາງໄດ້ອອກແຈ້ງການໃນວັນທີ 24 ກັນຍາ ເຊິ່ງມີເນື້ອໃນວ່າ ຈະເລີ່ມໝູນວຽນການນຳໃຊ້ທະນະບັດໃບ 500 ກີບ ສະບັບປີ 2015 ຢ່າງເປັນທາງການໃນວັນທີ 7 ຕຸລານີ້. 

ສ່ວນທະນະບັດໃບ 500 ກີບສະບັບປີ 1998 ກໍຍັງສືບຕໍ່ນຳໃຊ້ໄດ້ຕາມປົກກະຕິ ຄຽງຄູ່ກັບທະນະບັດໃໝ່ນີ້.

ອ່ານຕໍ່…

ເອກະພອນ ພູທອນສີ
http://annx.asianews.network/content/laos-central-bank-circulate-2015-version-500-kip-note-105205