ຟູດແພນດາ ເປີດໂຕການບໍລິການໃນລາວ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ

ຟູດແພນດາ ຜູ້ບໍລິການຈັດສົ່ງອາຫານຕາມສັ່ງສາກົນ ເປີດໂຕການບໍລິການໃນລາວຢ່າງເປັນທາງການ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ.ເພື່ອເປີດໂລກະທັດໃໝ່ໃນການຊິມລົດຊາດອາຫານສຳລັບຊາວນະຄອນຫຼວງວຽງຈັນ,​ ຂະບວນນັກຈັດສົ່ງອາຫານຟູດແພນດາສີບົວ (Foodpanda) ຈະຈັດສົ່ງອາຫານຈາກຮ້ານອາຫານໃນເຄືອກວ່າ 300 ແຫ່ງ ເຖິງເຮືອນລູກຄ້າຕາມສັ່ງ.ອ່ານຕໍ່ ...

Cameron Darke

ການລົງທຶນໃນຂະແໜງອຸດສາຫະກຳຂອງລາວຍັງຄົງຊັກຊ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຂະຫຍາຍໂຕຂອງໂຮງຈັກໂຮງງານໃນລາວ ຍັງຄົງສືບຕໍ່ຊັກຊ້າ ເຖິງວ່າລັດຖະບານຈະປັບປຸງນະໂຍບາຍ ແລະ ລະບຽບການເພື່ອດຶງດູດການລົງທຶນ.ຕົວເລກໂຮງງານໃນລາວຍັງຄົງຂະຫຍາຍຕົວໃນລະດັບ 5 ສ່ວນຮ້ອຍຕໍ່ປີ, ຕາມສະຖິຕິຈາກກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີ 2016 ລາວມີໂຮງງານທັງໝົດ 13,148 ແຫ່ງ, ເຊິ່ງລວມມີ ໂຮງງານຂະໜາດໃຫຍ່, ຂະໜາດກາງ, ຂະໜາດນ້ອຍ ແລະ ຂະໜາດຄົວເຮືອນ, ຕາມຂໍ້ມູນໃນເວັບໄຊຂອງກະຊວງ.ອ່ານຕໍ່ ...

ໂຕະຂ່າວ

ລາງວັນທຸລະກິດອາຊຽນລາວ ສົ່ງເສີມຜູ້ປະກອບການທີ່ມີຜົນງານດີເດັ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – 18 ຜູ້ຊະນະເລີດລາງວັນທຸລະກິດອາຊຽນລາວ (ABA) 2019 ໄດ້ຮັບການຮັບຮອງຢ່າງເປັນທາງການວ່າເປັນຜູ້ປະກອບການດີເດັ່ນ ທີ່ມີທ່າແຮງສູງໃນການຂະຫຍາຍທຸລະກິດພາຍໃນປະເທດ ກໍຄືໃນຊຸມຊົນທຸລະກິດອາຊຽນ.ເຂົ້າຮ່ວມໃນພິທີມອບລາງວັນດັ່ງກ່າວມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ເຈັນ ປີເຕີ ລຸດເຄັນເຮີມ ເອກອັກຄະລັດຖະທູດເຢຍລະມັນ, ທີ່ໂຮງແຮມ ຄ໌າວພຼາຊາ ໃນວັນສຸກແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/asean-business-awards-laos-promote-outstanding-entrepreneurs-105840

ຂະແໜງທຸລະກິດປະເມີນການສ້າງຄວາມສະດວກໃນການລົງທຶນ, ການຄ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກຳລັງດຳເນີນການປະເມີນວິທີການທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນນຳໃຊ້ ເພື່ອສ້າງຄວາມສະດວກໃຫ້ແກ່ການລົງທຶນ ແລະ ການຄ້າ, ພາຍໃຕ້ໂຄງການ ProFIT ໄລຍະທີ 2.ໂຄງການດັ່ງກ່າວຈະທຳການສຳຫຼວດ ແລະ ປະເມີນວິທີການເພື່ອໃຫ້ຂະແໜງທຸລະກິດໄດ້ຮັບປະໂຫຍດຈາກການຈັດຕັ້ງປະຕິບັດມາດຕະການເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດ ຂອງອົງການຈັດຕັ້ງລັດຖະບານ, ລວມເຖິງໜ່ວຍງານບໍລິການພາກລັດ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/business-sector-assesses-facilitation-investment-trade-laos-105441

ແຂວງສະຫວັນນະເຂດຍົກເລີກຈຸດກວດກາ ເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສະຫວັນນະເຂດ ໄດ້ແຈ້ງການຍົກເລີກຈຸດກວດຕາມຖະໜົນສາຍຫຼັກ ເພື່ອເພີ່ມຄວາມໄວໃນການຂົນສົ່ງສິນຄ້າ ແລະ ການສົ່ງອອກ.ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ອອກຄຳສັ່ງໃນອາທິດແລ້ວນີ້ ກ່ຽວກັບການຍຸບເລີກຈຸດກວດກາສິນຄ້າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງພາກກາງ.ຈຸດກວດກາຂອງເຈົ້າໜ້າທີ່ຕຳຫຼວດຕາມເສັ້ນທາງຫຼວງເລກທີ 9 ເຊິ່ງເຊື່ອມຕໍ່ລະຫວ່າງຂົວມິດຕະພາບລາວ-ໄທ ແລະ ດ່ານກວດແດນສະຫວັນ-ລາວບາວຊາຍແດນຫວຽດນາມ ໄດ້ມີການຍຸບເລີກຢ່າງເປັນທາງການ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/savannakhet-laos-slashes-red-tape-ease-freight-transport-105203

ການຂະຫຍາຍຕົວຂອງການທ່ອງທ່ຽວໃນລາວດຶງດູດໂຮງແຮມຊັ້ນນຳຂອງໂລກ

ເຄືອຂ່າຍໂຮງແຮມ ແລະ ບ້ານພັກລະດັບສາກົນ ຮິວຕັນ ໄດ້ຖະແຫຼງແຜນການໃນການເປີດສາຂາເຄືອຂ່າຍຂອງໂຮງແຮມແຫ່ງທຳອິດຢູ່ນະຄອນຫຼວງວຽງຈັນຂອງລາວ, ຄຽງຄູ່ກັບບັນດາໂຮງແຮມຊັ້ນນຳຂອງໂລກຫຼາຍແຫ່ງ ທີ່ຫຼັ່ງໄຫຼກັນມາເປີດສາຂາໃນປະເທດລາວ ເພື່ອຫວັງສ້າງກຳໄລຈາກຂະແໜງການທ່ອງທ່ຽວທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ.ໂຮງແຮມ ຮິວຕັນ ໄດ້ມີພິທີວາງສິລາເລີກການກໍ່ສ້າງໃນວັນທີ 9 ກັນຍາທີ່ຜ່ານມາ ສຳລັບໂຮງແຮມ DoubleTree ໂດຍຮິວຕັນວຽງຈັນ ແຫ່ງໃໝ່ ຮ່ວມກັບບໍລິສັດ TPD, ສາຂາກຸ່ມບໍລິສັດ TK Group ລາວ.ໂຮງແຮມຂະໜາດ 188 ຫ້ອງດັ່ງກ່າວ ຄາວວ່າຈະເປີດບໍລິການໃນປີ 2022 ເຊິ່ງຕັ້ງຢູ່ໃກ້ກັບສວນນ້ຳພຸ, ສະຖານທີ່ສາທາລະນະຊື່ດັງຢູ່ໃຈກາງຕົວເມືອງ.ອ່ານຕໍ່ ...

Taejun Kang
https://laotiantimes.com/2019/09/24/lao-tourism-boom-attracts-global-hotel-brands/

ລາວສົ່ງເສີມການຄ້າ, ການລົງທຶນ ໃນງານບຸນທ່ອງທ່ຽວຫູໜານ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນລາວ ເຂົ້າຮ່ວມງານບຸນທ່ອງທ່ຽວວັດທະນະທຳສາກົນຫູໜານ 2019 ໃນທ້າຍອາທິດແລ້ວນີ້ ເພື່ອສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ໃນຂະແໜງການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ.ທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນຳພາຄະນະຜູ້ແທນລາວ ລວມທັງເຈົ້າໜ້າທີ່ກະຊວງ ແລະ ບໍລິສັດທ່ອງທ່ຽວຂອງລາວ ເຂົ້າຮ່ວມງານດັ່ງກ່າວທີ່ເມືອງຫູໜານ ປະເທດຈີນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-boost-trade-investment-through-huanan-tourism-festival-104809

ແຂວງສະຫວັນນະເຂດຫຼຸດຜ່ອນຂັ້ນຕອນຂໍການອະນຸຍາດດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສະຫວັນນະເຂດໄດ້ຜັນຂະຫຍາຍຂັ້ນຕອນການດຳເນີນງານເຂົ້າສູ່ກະແສນະໂຍບາຍຫຼັກ ເພື່ອຊ່ວຍຫຼຸດຜ່ອນໄລຍະເວລາທີ່ໃຊ້ໃນການຂໍອະນຸຍາດດຳເນີນທຸລະກິດ.ປະຈຸບັນໃບອະນຸຍາດລົງທຶນສຳລັບໂຄງການສຳປະທານທີ່ບໍ່ຊັບຊ້ອນ ສາມາດອອກໃຫ້ໄດ້ພາຍໃນໄລຍະເວລາ 15 ວັນ ທຽບກັບ 65 ວັນໃນເມື່ອກ່ອນ, ຕາມພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວກັບຂັ້ນຕອນດຳເນີນງານໃໝ່.ລະບຽບການໃໝ່ດັ່ງກ່າວໄດ້ເລີ່ມທົດລອງນຳໃຊ້ມາແຕ່ທ້າຍເດືອນມິຖຸນາທີ່ຜ່ານມາ ເພື່ອເພີ່ມຄວາມໄວໃນການຂໍໃນອະນຸຍາດດຳເນີນທຸລະກິດໃນປະເພດການລົງທຶນຕ່າງໆພາຍໃນແຂວງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/savannakhet-shortens-investment-permit-procedures-104554

ວິສາຫະກິດຮ່ວມປະສົມລາວ-ຈີນ ຈະສົ່ງເສີມອຸດສາຫະກຳການກະເສດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ແຫ່ງປະເທດລາວໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບບໍລິສັດພັດທະນາກະສິກຳກວາງໂຈວ ຈຳກັດ (GZAD) ຂອງຈີນ ແລະ ບໍລິສັດ UAB Global ຈຳກັດ ຂອງຮ່ອງກົງ ເພື່ອການຮ່ວມມືການລົງທຶນ ດ້ານການພັດທະນາອຸດສາຫະກຳ ແລະ ຕະຫຼາດການກະເສດ.ຂໍ້ຕົກລົງກ່ຽວກັບການສ້າງຕັ້ງວິສາຫະກິດຮ່ວມປະສົມ CSU Agricultural Innovation Co., Ltd. (CSU) ໄດ້ມີການລົງນາມທີ່ວຽງຈັນ ໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການ SAS, ທ່ານ ຈົງ ໝິງ ອຳນວຍການບໍລິສັດ GZAD, ແລະ ທ່ານ ວູ ຮິວ ຊູ ປະທານບໍລິສັດ UAB.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-chinese-joint-venture-boost-agricultural-industry-103707

ແຄລິຟໍເນຍເປີດເຜີຍອັດຕາສ່ວນການລົງທຶນສຳລັບລາວ

ຜູ້ປະກອບການທຸລະກິດໃນແຄລິຟໍເນຍ ສະຫະລັດອາເມລິກາ ໄດ້ສົ່ງເສີມໃຫ້ນັກທຸລະກິດລາວ ແລະ ອຳນາດການປົກຄອງສ້າງປະໂຫຍດຈາກທ່າແຮງການລົງທຶນຂອງລັດຕາມສະພາບພູມີປະເທດຂອງຕົນ ແລະ ສະເໜີໃຫ້ມີການຈັບຄູ່ທາງທຸລະກິດເຊິ່ງຈະສ້າງປະໂຫຍດໃຫ້ທັງສອງຝ່າຍ.ໃນປີ 2018 ມູນຄ່າການຄ້າສອງຝ່າຍລະຫວ່າງລາວ ແລະ ສະຫະລັດແມ່ນ US$157 ລ້ານໂດລາ, ເຊິ່ງໃນນັ້ນມູນຄ່າການສົ່ງອອກຈາກສະຫະລັດສູ່ລາວແມ່ນ US$15 ລ້ານໂດລາ ແລະ ມູນຄ່າການນຳເຂົ້າສິນຄ້າຈາກລາວແມ່ນ US$142 ລ້ານໂດລາ. ສ່ວນຂໍ້ມູນກ່ຽວກັບການລົງທຶນລະຫວ່າງລາວ ແລະ ສະຫະລັດແມ່ນຍັງບໍ່ມີຂໍ້ມູນ.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/california-untapped-investment-proposition-laos-103261

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

pDsht
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!