ເສດຖະກິດ ແລະ ການຄ້າ

ການບໍລິການດ້ານການເງິນ ແລະ ການທະນາຄານ

ທະນາການແຫ່ງລັດ ຄວບຄຸມອັດຕາແລກປ່ຽນເງິນຕາ ເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບຍິ່ງຂື້ນ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກຖະແຫຼງການສະບັບໃໝ່ ກ່ຽວກັບການກຳນົດອັດຕາແລກປ່ຽນເງິນຕາ, ເພື່ອເປັນແນວທາງໃຫ້ແກ່ທະນາຄານທຸລະກິດຊື້ຂາຍເງິນຕາຕ່າງປະເທດ. ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ເຮັດໃຫ້ທະນາຄານການຄ້າສາມາດເຄື່ອນໄຫວໄດ້ໃນລະດັບໜຶ່ງ ໃຫ້ມີຄ່ອງຕົວໃນການຊື້-ຂາຍເງິນຕາຕ່າງປະເທດ, ດັ່ງນັ້ນຈຶ່ງຊ່ວຍເຮັດໃຫ້ມູນຄ່າຂອງເງິນກີບມີສະຖຽນລະພາບ. ພາຍໃຕ້ຂໍ້ຕົກລົງ ຊຶ່ງລົງນາມໂດຍທ່ານ ດຣ ບຸນລືສີ ໄຊສຸລະວົງ, ຜູ້ວ່າການທະນາຄານກາງ, ທະນາຄານການຄ້າໄດ້ຮັບອະນຸຍາດໃຫ້ກຳນົດອັດຕາແລກປ່ຽນໃນແຕ່ລະມື້ຕາມອັດຕາມອັດຕາທີ່ທະນາຄານກາງກຳນົດ.ອ່ານເພິ່ມເຕີມ ...

ສົມສັກ ພົງຂາວ

ການສະຫນອງນໍ້າມັນເຊື້ອໄຟຈະດຳເນີນໄປຢ່າງເປັນປົກກະຕິໃນອະນາຄົດອັນໃກ້ນີ້

ຊາວນະຄອນຫຼວງວຽງຈັນ ມີຄວາມເປັນຫ່ວງກ່ຽວກັບ ການຂາດແຄນນ້ຳມັນເຊື້ອໄຟອີກຄັ້ງທີ່ເກີດຂື້ນຊຶ່ງປ້ຳນ້ຳມັນຫຼາຍແຫ່ງໃນເມືອງ ໄດ້ປິດລົງນັບຕັ້ງແຕ່ ວັນຈັນເປັນຕົ້ນມາ. ແນວໃດກໍ່ຕາມ, ຂະແໜງການທີ່ກ່ຽວຂ້ອງໄດ້ອອກຄຳໝັ້ນສັນຍາວ່າ ນ້ຳມັນເຊື້ອໄຟຈະກັບມາມີປະລິມານທີ່ພຽງພໍກັບຄວາມຕ້ອງການປະຈຳວັນ. ການຂາດແຄນນໍ້າມັນເຊື້ອໄຟໄດ້ເກີດຂຶ້ນໃນຊ່ວງເວລາທີ່ລັດຖະບານກໍາລັງໃຊ້ມາດຕະການຢ່າງເຄັ່ງຄັດເພື່ອຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ, ລວມທັງການປ່ຽນຫົວຫນ້າທະນາຄານກາງ ແລະ ການປາບປາມຜູ້ຄ້າຂາຍເງິນຕາທີ່ຜິດກົດຫມາຍ. ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ການອ່ອນຄ່າຂອງເງິນກີບສ້າງຄວາມເສຍຫາຍຢ່າງໜັກຕໍ່ເສດຖະກິດຂອງລາວ

ເງິນ​ກີບ​ຂອງ​ລາວ​ໄດ້​ອ່ອນຄ່າ​ເປັນ​ປະຫວັດ​ການ​ໃນ​ຫຼາຍມືື້​ມາ​ນີ້​ເມື່ອ​ທຽບ​ໃສ່​ເງິນ​ໂດ​ລາ​ສະຫະລັດ ​ແລະ​ເງິນ​ບາດ​ຂອງ​ໄທ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ຈະ​ພະຍາຍາມ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ອັດຕາ​ແລກປ່ຽນ​ເງິນຕາ​ກໍ່ຕາມ. ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວຕໍ່ບັນດາສະມາຊິກສະພາແຫ່ງຊາດໃນອາທິດນີ້ວ່າ: ມູນຄ່າຂອງເງິນຕາແຫ່ງຊາດໄດ້ຫຼຸດລົງມາຕັ້ງແຕ່ທ້າຍເດືອນມີນາ.ໃນໄລຍະ 5 ເດືອນຜ່ານມາ, ເງິນກີບຫຼຸດລົງ 7.79% ທຽບກັບເງິນໂດລາສະຫະລັດ ແລະ 8.43% ທຽບກັບເງິນບາດຂອງໄທ ເມື່ອທຽບໃສ່ຕົວເລກທີ່ບັນທຶກໄວ້ໃນທ້າຍປີທີ່ຜ່ານມາ, ເນື່ອງຈາກຄວາມຕ້ອງການດ້ານການສະໜອງບໍ່ກົງກັນ.ອ່ານເພິ່ມເຕີມ ...

ສົມສັກ ພົງຂາວ

ບັນດາທະນາຄານ, ສະຖາບັນການເງິນໄດ້ສັ່ງໃຫ້ເລື່ອນການຈ່າຍເງິນຕົ້ນ ແລະ ດອກເບັ້ຍ

ທະນາຄານແຫ່ງ ສປປ ລາວ ໄດ້ອອກຄຳສັ່ງ ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ເລື່ອນກຳນົດເວລາສຳລັບການຈ່າຍເງິນຕົ້ນ ແລະ ດອກເບ້ຍ ສຳລັບຜູ້ທີ່ໄດ້ກູ້ຢືມເງິນເພື່ອໃຊ້ຈ່າຍໃນການດຳລົງຊີວິດ ເປັນເວລາ 3 ເດືອນ (ນັບແຕ່ເດືອນພຶດສະພາເປັນຕົ້ນໄປ).  ຂໍ້ຕົກລົງສະບັບ ລົງວັນທີ 13 ພຶດສະພາ, 2021, ໂດຍມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຂອງສະພາບການ Covid-19 ຕໍ່ຜູ້ກູ້ຢືມເງິນຂອງທະນາຄານການຄ້າ ແລະ ສະຖາບັນການເງິນ ທີ່ເປັນພະນັກງານຂອງທຸລະກິດ ຫຼື ອົງການຈັດຕັ້ງທີ່ໄດ້ຢຸດກິດຈະການທາງທຸລະກຳ ແລະ ນັກທຸລະກິດອິດສະຫຼະ ທີ່ຂາດລາຍໄດ້.ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ທະນາຄານໃນລາວ ຮ່ວມມືໃນການຈັດຕັ້ງລະບົບການຈ່າຍເງິນລວມສູນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໃນຖານະທະນາຄານກາງແຫ່ງລັດ ໄດ້ເປີດໂຕວິສາຫະກິດຮ່ວມປະສົມ ພາຍໃຕ້ຊື່ ບໍລິສັດເຄືອຂ່າຍການຊຳລະເງິນແຫ່ງຊາດ ຈຳກັດ (LAPNet) ພາຍໃຕ້ການຮ່ວມມືກັບເຈັດທະນາຄານໃຫຍ່ໃນລາວ.ບໍລິສັດດັ່ງກ່າວແມ່ນແນໃສ່ຈັດຕັ້ງລະບົບການຊຳລະສະສາງທີ່ມີປະສິດທິຜົນຍິ່ງຂຶ້ນ ແລະ ເຮັດໃຫ້ການຊຳລະເງິນແບບອິເລັກໂທຼນິກຜ່ານບັນດາທະນາຄານ ມີຄວາມສະດວກ ແລະ ລວມສູນຍິ່ງຂຶ້ນ.ທະນາຄານແຫ່ງລັດ ແລະ ເຈັດທະນາຄານໃຫຍ່ ໄດ້ຮ່ວມກັນລົງທຶນໃສ່ບໍລິສັດ LAPNet ເພື່ອຈຸດປະສົງເຮັດໃຫ້ລະບົບການຊຳລະສະສາງມີຄວາມວ່ອງໄວ, ໜ້າເຊື່ອຖື ແລະ ສະດວກຍິ່ງຂຶ້ນ.ທະນາຄານທີ່ເຂົ້າຮ່ວມມີຄື ທະນາຄານການຄ້າຕ່ງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານເອັສ໌ທີ ແລະ ທະນາຄານ ບີຊີໄອ (ລາວ) ຈຳກັດ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງເກົາຫຼີ ສະຫຼຸບໂຄງການຮ່ວມມື ດ້ານການທະນາຄານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງເກົາຫຼີ ໄດ້ຮ່ວມແລກປ່ຽນຜົນໄດ້ຮັບຈາກໂຄງການຮ່ວມມື ເພື່ອສົ່ງເສີມຄວາມຮູ້ – ທະນາຄານແຫ່ງເກົາຫຼີ 2019 (BOK-KPP) ໃນໄລຍະເຈັດເດືອນທີ່ຜ່ານມາ ກັບພາກສ່ວນທີ່ກ່ຽວຂ້ອງ.ພາຍຫຼັງສິ້ນສຸດໂຄງການ ທີ່ເລີ່ມດຳເນີນມາແຕ່ເດືອນພຶດສະພາ, ໄດ້ມີການຈັດກອງປະຊຸມສຳມະນາ ເພື່ອເຜີຍແຜ່ຜົນໄດ້ຮັບຈາກໂຄງການດັ່ງກ່າວ ແລະ ໃຫ້ຄຳແນະນຳທາງດ້ານນະໂຍບາຍ.ອ່ານຕໍ່ ...

ໂຕະຂ່າວ

ລາວພົວພັນກັບອົງກອນຈັດອັນດັບສາກົນ ໃນການເປີດໂຕພັນທະບັດເງິນໂດລາໃນສາກົນ

ລັດຖະບານລາວ ໄດ້ມີການພົວພັນກັບອົງການ Standard Chartered, JP Morgan, ແລະ Credit Suisse ສຳລັບແຜນການເປີດໂຕພັນທະບັດເງິນໂດລາໃນສາກົນ.ໃນເດືອນທັນວາ 2015, ລາວໄດ້ມີການຈຳໜ່າຍພັນທະບັດ ມູນຄ່າ US$182 ລ້ານໂດລາ ໃນສອງງວດ ໃຫ້ແກ່ນັກລົງທຶນສະຖາບັນໃນປະເທດໄທ ແລະ ມີການອອກພັນທະບັດເປັນເງິນບາດໄທ, ແຕ່ກໍ່ຍັງບໍ່ມີການຈຳໜ່າຍພັນທະບັດໃຫ້ແກ່ນັກລົງທຶນຕ່າງປະເທດ.ອ່ານຕໍ່ ...

Francis Savankham

ທະນາຄານກາງ ຈະເນັ້ນໃສ່ການຄຸ້ມຄອງເງິນຕາ ທ່າມກາງສິ່ງທ້າທາຍ

ວຽງຈັນ (ວຽງຈັນທາມສ໌) – ທະນາຄານກາງຂອງລາວຈະຈັດການກັບສິ່ງທ້າທາຍ ເພື່ອຮັບປະກັນສະຖຽນລະພາບຂອງຄ່າເງິນກີບ ແລະ ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນບາດໄທ, ແລະ ເພື່ອຮັບປະກັນໃຫ້ອັດຕາເງິນເຟີ້ ໃຫ້ຢູ່ຕ່ຳກວ່າລະດັບ 5 ສ່ວນຮ້ອຍ.ຕໍ່ກັບຄຳຖາມກ່ຽວກັບການຄຸ້ມຄອງເງິນຕາ ຈາກສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາໃນວັນພຸດນີ້, ທ່ານ ສອນໄຊ ສິດພະໄຊ ຜູ້ອຳນວຍການທະນາຄານແຫ່ງ ສປປ ລາວ ກ່າວວ່າ ປະເທດລາວຈະສືບຕໍ່ຜະເຊີນກັບສິ່ງທ້າທາຍໃນດ້ານການຄຸ້ມຄອງເງິນຕາຕ່າງປະເທດ ເນື່ອງຈາກເປັນປະເທດຜູ້ນຳເຂົ້າສຸດທິ.ອ່ານຕໍ່ ...

ໂຕະຂ່າວ

ກຸງສີ ເປີດໂຕການບໍລິການໂອນເງິນແບບຣຽວທາມ

(ຂປລ) ທະນາຄານກຸງສີ ທະນາຄານພານິດຂອງໄທ ໄດ້ເປີດໂຕບໍລິການໂອນເງິນ ບລຼ໋ອກເຊນ ກຸງສີ ເພື່ອຮັບປະກັນຄວາມສະດວກໃນການໂອນເງິນແບບຣຽວທາມ ລະຫວ່າງລາວ ແລະ ໄທ.“ບໍລິການໂອນເງິນ ບລຼ໋ອກເຊນ ກຸງສີ” ແມ່ນບໍລິການໂອນເງິນຕ່າງປະເທດແບບຣຽວທາມ ລະຫວ່າງ ສປປ ລາວ ແລະ ໄທ ສຳລັບ ທຸລະກິດ SMEs. ພາຍໃຕ້ການບໍລິການໃໝ່ດັ່ງກ່າວ, ລູກຄ້າຈະໄດ້ຮັບຄວາມສະດວກໃນການໂອນເງິນລະຫວ່າງປະເທດຜ່ານສາຂາຂອງທະນາຄານກຸງສີ,” ທ່ານ ດານ ຮາໂຊໂນ, ຫົວໜ້າພະແນກຂາຍຍ່ອຍ ແລະ ບໍລິການລູກຄ້າ ເປີດເຜີຍໃນງານເປີດໂຕ ທີ່ວຽງຈັນ ໃນວັນທີ 28 ຕຸລານີ້.ອ່ານຕໍ່ ...

ໂຕະຂ່າວ ຂປລ

BCEL, Swift Pass ຮ່ວມມືກັນຈັດຕັ້ງລະບົບການຊຳລະເງິນຜ່ານ WeChat Pay ແລະ AliPay

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ (BCEL) ຮ່ວມມືກັບບໍລິສັດ Swift Pass ໃນການຈັດຕັ້ງການຊຳລະສະສາງຜ່ານລະບົບ WeChat Pay ແລະ AliPay ເພື່ອສົ່ງເສີມໃຫ້ຮ້ານຄ້າ ແລະ ທຸລະກິດຂອງລາວດຶງດູດລູກຄ້າຈີນໃຫ້ຫຼາຍຂຶ້ນ.ພິທີເປີດຕົວລະບົບການຊຳລະ WeChat Pay ແລະ AliPay ໄດ້ມີຂຶ້ນຢູ່ນະຄອນຫຼວງວຽງຈັນໃນອາທິດແລ້ວນິ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bcel-swift-pass-partner-payments-through-wechat-pay-and-alipay-106312

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vcem8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!