ເສດຖະກິດ ແລະ ການຄ້າ

ການບໍລິການດ້ານການເງິນ ແລະ ການທະນາຄານ

ລາວຈະເຂັ້ມງວດໃນການຄຸ້ມຄອງອັດຕາແລກປ່ຽນ

ລັດຖະບານລາວໄດ້ເນັ້ນເຖິງຄວາມຈຳເປັນຕໍ່ການເຂັ້ມງວດໃນການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ ທ່າມກາງຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ.ໃນກອງປະຊຸມສື່ມວນຊົນໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທີ 19 ສິງຫານີ້,​ ລັດຖະບານໄດ້ຖະແຫຼງວ່າ ຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ໄດ້ສົ່ງຜົນກະທົບທາງລົບຕໍ່ລາຄາສິນຄ້າອຸປະໂພກບໍລິໂພກໃນລາວ.ສິນຄ້າອຸປະໂພກບໍລິໂພກສ່ວນໃຫຍ່ໃນລາວແມ່ນສິນຄ້ານຳເຂົ້າ, ສະນັ້ນເມື່ອຄ່າເງິນກີບອ່ອນລົງ ເມື່ອທຽບກັບເງິນຕາຕ່າງປະເທດສ່ວນໃຫຍ່ ເຊັ່ນ ເງິນໂດລາ ຫຼື ເງິນບາດ, ເຮັດໃຫ້ລາຄາສິນຄ້າເພີ່ມສູງຂຶ້ນເປັນລຳດັບ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/09/02/laos-to-tighten-management-of-exchange-rates/

ຄະນະລັດຖະບານຊຸກຍູ້ການຄຸ້ມຄອງອັດຕາແລກປ່ຽນໃຫ້ມີປະສິດທິພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະລັດຖະບານຖືເອົາການຄຸ້ມຄອງອັດຕາແລກປ່ຽນເປັນໜຶ່ງໃນບູລິມະສິດສູງສຸດໃນໄລຍະເດືອນຕໍ່ໜ້າ, ເນື່ອງຈາກຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການ ແລະ ໃນທ້ອງຕະຫຼາດຂະຫຍາຍຕົວເພີ່ມຂຶ້ນ.ຕາມການເປີດເຜີຍຕໍ່ສື່ມວນຊົນໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທີ 19 ສິງຫານີ້, ລັດຖະບານໄດ້ເນັ້ນເຖິງຄວາມຈຳເປັນສຳລັບທະນາຄານແຫ່ງ ສປປ ລາວ ແລະ ຂະແໜງການທີ່ກ່ຽວຂ້ອງ ໃຫ້ຮັດແໜ້ນການຄຸ້ມຄອງການແລກປ່ຽນເງິນຕາ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-cabinet-pushes-effective-management-exchange-rates-102988

ເຈົ້າໜ້າທີ່ພາສີຈັດຕັ້ງກິດຈະກຳສົ່ງເສີມການຕ້ານການຟອກເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ປ້າຍຂໍ້ມູນຂ່າວສານໄດ້ມີການຕິດຕັ້ງຢູ່ດ່ານຊາຍແດນເຂົ້າອອກປະເທດ ເພື່ອໃຫ້ຂໍ້ມູນແກ່ຜູ້ເດີນທາງ ກ່ຽວກັບລະບຽບການຂອງປະເທດລາວໃນການຖືຄອງ ແລະ ຂົນຍ້າຍເງິນຕາຕ່າງໆ.ການລິເລີ່ມດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກຳການໂຄສະນາເພື່ອສົ່ງເສີມຄວາມຮູ້ຄວາມເຂົ້າໃຈໃນທົ່ວປະເທດ ໂດຍຫ້ອງການຕ້ານການຟອກເງິນ (AMLIO) ແລະ ເຈົ້າໜ້າທີ່ພາສີລາວ ຮ່ວມກັບສະຖາບັນເພື່ອການຊ່ວຍເຫຼືອດ້ານກົດໝາຍ ແລະ ສະໜັບສະໜູນວິຊາການ (ILSTA).ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/customs-officials-step-campaign-against-money-laundering-102627

LNCCI,​ ທະນາຄານລົງນາມໃນຂໍ້ຕົກລົງເພື່ອປັບປຸງການເຂົ້າເຖິງແຫຼ່ງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບທະນາຄານພານິດແປດແຫ່ງ ເພື່ອສະໜັບສະໜູນວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການທຸລະກິດໃນລາວຜ່ານການເຂົ້າເຖິງແຫຼ່ງທຶນ.ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີການລົງນາມຢູ່ວຽງຈັນລະຫວ່າງ LNCCI ແລະ ຕາງໜ້າຈາກທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານພັດທະນາລາວ (LDB), ທະນາຄານລາວ-ຫວຽດ ຈຳກັດ, ທະນາຄານລາວຈີນ ຈຳກັດ, ທະນາຄານເອຊິລິດາ ຈຳກັດ, ທະນາຄານໄຊງ່ອນທູງຕິນລາວຈຳກັດ, ທະນາຄານເອັສ໌ທີ ຈຳກັດ ແລະ ທະນາຄານລາວຝຣັ່ງຈຳກັດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lncci-banks-sign-agreement-improve-access-finance-102114

ທະນາຄານໂລກຊຸກຍູ້ໃຫ້ລາວປ່ອຍຄ່າເງິນກີບໃຫ້ເປັນໄປຕາມກົນໄກຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກໄດ້ແນະນຳໃຫ້ປະເທດລາວປ່ອຍຄ່າເງິນຕາຂອງຕົນໃຫ້ເປັນໄປຕາມກະແສຂອງຕະຫຼາດ ໃນຂະນະທີ່ປະເທດຕ່າງໆໄດ້ມີການປະກາດຫຼຸດອັດຕາດອກເບ້ຍ ທ່າມກາງສົງຄາມການຄ້າລະຫວ່າງສະຫະລັດ ແລະ ຈີນ.ທ່ານ ສົມນຶກ ດາວວະດິງ ນັກເສດຖະສາດລະດັບສູງຂອງທະນາຄານໂລກ ໄດ້ໃຫ້ຄຳແນະນຳດັ່ງກ່າວໃນການເປີດຕົວບົດລາຍງານການຕິດຕາມເສດຖະກິດຂອງລາວສະບັບຫຼ້າສຸດໃນວັນຈັນຜ່ານມາ, ພາຍຫຼັງທະນາຄານກາງຂອງສະຫະລັດ ໄດ້ແຈ້ງຫຼຸດອັດຕາດອກເບ້ຍເພື່ອຫຼຸດຜ່ອນຜົນກະທົບຈາກຄວາມເຄັ່ງຕຶງທາງການຄ້າ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/world-bank-urges-laos-let-kip-follow-market-102043

ທພລ ຈະເສີມຂະຫຍາຍການຮ່ວມມືກັບຄູ່ຮ່ວມງານສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄົນລາວ ແລະ ຕ່າງປະເທດສາມາດນຳໃຊ້ການບໍລິການຈ່າຍເງິນຜ່ານ Alipay ໄດ້ແລ້ວທີ່ທະນາຄານພັດທະນາລາວ (ທພລ). ນອກຈາກນີ້ ທາງທະນາຄານຍັງກະກຽມທີ່ຈະເສີມຂະຫຍາຍການຮ່ວມມືກັບບັນດາຄູ່ຮ່ວມງານສາກົນໃນຕ່າງປະເທດ ແລະ ຄາດວ່າຈະກ້າວເຂົ້າສູ່ຕະຫຼາດຫຼັກຊັບໃນອະນາຄົດຕໍ່ໜ້າ.ທພລ ໄດ້ມີການຮ່ວມມືກັບບໍລິສັດ UnionPay ແລະ Alipay ຂອງຈີນ, ເຊິ່ງເປັນຜູ້ນຳດ້ານເທັກໂນໂລຢີການເງິນດັ່ງກ່າວ, ແລະ ສາຂາສະຖາບັນການເງິນຕ່າງປະເທດ ແລະ ໜ່ວຍປະກອບການຂອງທະນາຄານຈີນໃນລາວ, ສຳລັບການເຄື່ອນໄຫວແລກປ່ຽນເງິນກີບ ແລະ ເງິນຢວນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/ldb-enhance-collaboration-international-partners-102041

ທະນາຄານແຫ່ງລັດແນະນຳໃຫ້ເພີ່ມຄວາມເຂັ້ມງວດກັບໜ່ວຍແລກປ່ຽນເງິນຕາ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (BOL) ບໍ່ຄວນຈະອອກພຽງແຕ່ຄຳເຕືອນຕໍ່ໜ່ວຍແລກປ່ຽນເງິນຕາຕ່າງປະເທດທີ່ບໍ່ປະຕິບັດຕາມລະບຽບການກ່ຽວກັບເງິນຕາ, ເຈົ້າໜ້າທີ່ການນຳຂອງສະພານການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວວານນີ້.ຄຳເຫັນດັ່ງກ່າວໄດ້ມີຂຶ້ນໃນລະຫວ່າງກອງປະຊຸມປຶກສາຫາລືລະຫວ່າງຕາງໜ້າຈາກໜ່ວຍງານລັດ ແລະ ຂະແໜງເອກະຊົນໃນນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ ເພື່ອຫາລືກ່ຽວກັບອັດຕາແລກປ່ຽນ ແລະ ຫົວຂໍ້ອື່ນໆທີ່ກ່ຽວຂ້ອງກັບການບໍລິການສາທາລະນະເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bank-laos-advised-more-strictly-regulate-money-changers-101752

ທະນາຄານແມນດິຣິ ທະນາຄານທີ່ໃຫຍ່ທີ່ສຸດຂອງອິນໂດເນເຊຍ ໝາຍຕາຕະຫຼາດໃນລາວ

ທະນາຄານແມນດິຣິ ທະນາຄານແຫ່ງລັດຂອງອິນໂດເນເຊຍໄດ້ສະແດງເຈດຈຳນົງໃນການເຂົ້າສູາຕະຫຼາດລາວ ແລະ ກຳປູເຈຍ.ທ່ານ ໂຣຮັນ ນາຟາສ ເລຂາທິການໃຫຍ່ຂອງທະນາຄານ ແມນດິຣິ ກ່າວວ່າ ທະນາຄານກຳລັງທຳການສຶກສາວິທີການທີ່ດີທີ່ສຸດໃນການເຈາະສອງຕະຫຼາດໃໝ່.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/07/indonesias-largest-bank-mandiri-eyes-lao-market/

ທພລ ຮ່ວມມືກັບບໍລິສັດ KIWI ກ່ຽວກັບການເຄື່ອນໄຫວທາງການເງິນຜ່ານ Alipay

ວຽງຈັນ (ວຽງຈັນທາມສ໌/ANN) – ໃນອີກບໍ່ດົນ ບັນດານັກລົງທຶນ ແລະ ບໍລິສັດຈີນກໍຈະສາມາດເຄື່ອນໄຫວທາງການເງິນຜ່ານລະບົບການຈ່າຍເງິນ Alipay ໃນລາວໄດ້ແລ້ວ.ທະນາຄານພດທະນາລາວ (ທພລ) ໄດ້ເຮັດຂໍ້ຕົກລົງກັບບໍລິສັດ KIWI ຈຳກັດໃນວັນທີ 30 ກໍລະກົດທີ່ຜ່ານມາກ່ຽວກັບການໃຫ້ບໍລິການດັ່ງກ່າວ.ບໍລິສັດ KIWI  ແມ່ນຜູ້ໃຫ້ບໍລິການກ່ຽວກັບເທັກໂນໂນຢີທາງການເງິນຊັ້ນນຳໃນອາຊີຕາເວັນອອກສຽງໃຕ້ ແລະ ໃຫ້ບໍລິການລະບົບການຈ່າຍເງິນແບບບໍ່ໃຊ້ເງິນສົດສຳລັບລູກຄ້າ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/ldb-partners-kiwi-transactions-through-alipay-101455

ບີຊີອີແອວ, ຢູນຽນເພ ຈະເປີດຕົວການບໍລິການຈ່າຍເງິນໂດຍນຳໃຊ້ລະຫັດ ຄິວອາ ໃນລາວ

ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ໄດ້ຕົກລົງຮ່ວມມືກັບບໍລິສັດ ຢູນຽນເພ ສາກົນ, ຜູ້ໃຫ້ບໍລິການຈ່າຍເງິນຂອງຈີນ ໃນການເປີດຕົວການບໍລິການຈ່າຍເງິນໂດຍຜ່ານລະຫັດ ຄິວອາ ໃນລາວ.ບາດກ້າວດັ່ງກ່າວຈະເຮັດໃຫ້ຜູ້ນຳໃຊ້ແອັບ ຢູນຽນເພ ສາມາດຈ່າຍເງິນໂດຍການສະແກນ ຄິວອາໂຄ໊ດ ຢູ່ຕາມຮ້ານຄ້າພາຍໃນປະເທດ, ໜ່ວຍງານບັດສາກົນເປີດເຜີຍໃນວັນທີ 22 ກໍລະກົດຜ່ານມາ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/23/bcel-unionpay-to-launch-qr-code-payment-service-in-laos/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gCLEA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!