ທະນາຄານໃນລາວ ຮ່ວມມືໃນການຈັດຕັ້ງລະບົບການຈ່າຍເງິນລວມສູນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໃນຖານະທະນາຄານກາງແຫ່ງລັດ ໄດ້ເປີດໂຕວິສາຫະກິດຮ່ວມປະສົມ ພາຍໃຕ້ຊື່ ບໍລິສັດເຄືອຂ່າຍການຊຳລະເງິນແຫ່ງຊາດ ຈຳກັດ (LAPNet) ພາຍໃຕ້ການຮ່ວມມືກັບເຈັດທະນາຄານໃຫຍ່ໃນລາວ.

ບໍລິສັດດັ່ງກ່າວແມ່ນແນໃສ່ຈັດຕັ້ງລະບົບການຊຳລະສະສາງທີ່ມີປະສິດທິຜົນຍິ່ງຂຶ້ນ ແລະ ເຮັດໃຫ້ການຊຳລະເງິນແບບອິເລັກໂທຼນິກຜ່ານບັນດາທະນາຄານ ມີຄວາມສະດວກ ແລະ ລວມສູນຍິ່ງຂຶ້ນ.

ທະນາຄານແຫ່ງລັດ ແລະ ເຈັດທະນາຄານໃຫຍ່ ໄດ້ຮ່ວມກັນລົງທຶນໃສ່ບໍລິສັດ LAPNet ເພື່ອຈຸດປະສົງເຮັດໃຫ້ລະບົບການຊຳລະສະສາງມີຄວາມວ່ອງໄວ, ໜ້າເຊື່ອຖື ແລະ ສະດວກຍິ່ງຂຶ້ນ.

ທະນາຄານທີ່ເຂົ້າຮ່ວມມີຄື ທະນາຄານການຄ້າຕ່ງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານເອັສ໌ທີ ແລະ ທະນາຄານ ບີຊີໄອ (ລາວ) ຈຳກັດ.

ອ່ານຕໍ່…

ໂຕະຂ່າວ