ເສດຖະກິດ ແລະ ການຄ້າ

ການບໍລິການດ້ານການເງິນ ແລະ ການທະນາຄານ

ທະນາຄານການຄ້າ, ບໍລິສັດ ອີວີລາວ ຈະຜະລິດບັດສະມາດຄາດ ສຳລັບຈ່າຍຄ່າສາກລົດໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແລະ ບໍລິສັດ ອີວີລາວ ຈຳກັດ ຈະຮ່ວມມືກັນໃນການຜະລິດບັດສະມາດຄາດ ສຳລັບຈ່າຍຄ່າບໍລິການສາກລົດໄຟຟ້າ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວ ໄດ້ມີການລົງນາມທີ່ວຽງຈັນ ໃນອາທິດແລ້ວນີ້ ໂດຍທ່ານ ພູໂຂງ ຈັນທະຈັກ ອຳນວຍການບໍລິຫານຂອງທະນາຄານ ແລະ ທ່ານ ບຸນເລີດ ເລືອງປຼະເສີດ ປະທານບໍລິສັດ ອີວີລາວ ຈຳກັດ, ພາຍໃຕ້ການເຂົ້າຮ່ວມຂອງພະນັກງານຈາກທະນະຄານ ແລະ ບໍລິສັດດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bcel-ev-lao-produce-smart-card-electric-vehicle-charging-payments-105755

ທະນາຄານແຫ່ງ ສປປ ລາວ ອອກຈຳໜ່າຍພັນທະບັດອອມຊັບ ເພື່ອເປີດໂອກາດດ້ານການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ແຈ້ງການກ່ຽວກັບການເປີດຂາຍພັນທະບັດອອມຊັບສະກຸນເງິນໂດລາ ເພື່ອເປີດໂອກາດດ້ານການລົງທຶນ ແລະ ຜົນຕອບແທນທີ່ໜ້າດຶງດູດໃຈ.ຕາມບົດຂ່າວທີ່ສຳນັກຂ່າວວຽງຈັນທາມສ໌ ໄດ້ມາຈາກເວັບໄຊຂອງທະນາຄານກາງ, ພັນທະບັດສະກຸນເງິນໂດລາຊຸດດັ່ງກ່າວແມ່ນເລີ່ມວາງຈຳໜ່າຍແຕ່ວັນທີ 1 ເຖິງ 31 ຕຸລານີ້, ເພື່ອແນໃສ່ລະດົມທຶນເຂົ້າຄັງທະນາຄານໃຫ້ໄດ້ US$500 ລ້ານໂດລາ.ຕາມບົດຂ່າວດັ່ງກ່າວ ພັນທະບັດອອມຊັບນີ້ສາມາດຫາຊື້ໄດ້ທີ່ກົມບໍລິການທະນາຄານ ທຫລ ແລະ ສາຂາທະນາ ທຫລ ແຂວງອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ ແລະ ຈຳປາສັກ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/bank-lao-offers-new-savings-bond-investment-opportunity-105363

ທະນາຄານສືບຕໍ່ສະໜັບສະໜູນດ້ານການເງິນ ສຳລັບການລົງທຶນໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານພານິດໃຫ້ສັນຍາວ່າຈະສືບຕໍ່ການສະໜັບສະໜູນທາງດ້ານແຫຼ່ງທຶນ ເພື່ອສົ່ງເສີມການລົງທຶນໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເພື່ອຜັນຂະຫຍາຍ “ການລິເລີ່ມເສັ້ນທາງ ແລະ ແລວທາງ” ໃຫ້ປະກົດຜົນເປັນຈິງ.ໃນກອງປະຊຸມສື່ມວນຊົນທີ່ນະຄອນຫຼວງວຽງຈັນ ອາທິດແລ້ວນີ້, ທ່ານ ຊຸນ ເຟັງເລີ່ຍ ຜູ້ຈັດການທະນາຄານອຸດສາຫະກຳ ແລະ ການຄ້າແຫ່ງປະເທດຈີນ ສາຂາວຽງຈັນ ກ່າວວ່າ ຂະແໜງການກໍ່ສ້າງພື້ນຖານໂຄງລ່າງ ແລະ ພະລັງງານ ແມ່ນສອງຂະແໜງການຫຼັກທີ່ໄດ້ຮັບການສະໜັບສະໜູນແຫຼ່ງທຶນຈາກທະນາຄານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/banks-commit-financial-support-investment-mekong-lancang-105282

ລາວ: ທະນາຄານກາງຈະອອກທະນະບັດໃບ 500 ກີບສະບັບປີ 2015

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການກ່ຽວກັບການອອກທະນະບັດໃບ 500 ກີບສະບັບປີ 2015. ທະນາຄານກາງໄດ້ແຈ້ງການລ່ວງໜ້າກ່ຽວກັບການອອກທະນະບັດໃໝ່ດັ່ງກ່າວ ເພື່ອເປັນການຕັດຂໍ້ສົງໄສກ່ຽວກັບການນຳໃຊ້ທະນະບັດດັ່ງກ່າວ.ທະນາຄານກາງໄດ້ອອກແຈ້ງການໃນວັນທີ 24 ກັນຍາ ເຊິ່ງມີເນື້ອໃນວ່າ ຈະເລີ່ມໝູນວຽນການນຳໃຊ້ທະນະບັດໃບ 500 ກີບ ສະບັບປີ 2015 ຢ່າງເປັນທາງການໃນວັນທີ 7 ຕຸລານີ້. ສ່ວນທະນະບັດໃບ 500 ກີບສະບັບປີ 1998 ກໍຍັງສືບຕໍ່ນຳໃຊ້ໄດ້ຕາມປົກກະຕິ ຄຽງຄູ່ກັບທະນະບັດໃໝ່ນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-central-bank-circulate-2015-version-500-kip-note-105205

ການຝຶກອົບຮົມເພື່ອສະໜັບສະໜູນບາດກ້າວການນຳໃຊ້ມາດຕະຖານບັນຊີສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມກຳລັງຫັນໄປສູ່ການນຳໃຊ້ມາດຕະຖານບັນຊີສາກົນ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຍົກລະດັບ ການຄຸ້ມຄອງຂະແໜງການເງິນຂອງຂະແໜງການລັດ ຜ່ານການສ້າງຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ການເງິນໃນທົ່ວປະເທດ.ກອງປະຊຸມຝຶກອົບຮົມຄູຝຶກ ໄລຍະຫ້າວັນ ເພື່ອພັດທະນາທັກສະຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ ໄດ້ຮັບການຈັດຕັ້ງຂຶ້ນ ພາຍໃຕ້ການຮ່ວມມືລະຫວ່າງ ສະຖາບັນນັກການບັນຊີຂອງສິງກະໂປ (ISCA) ກະຊວງການເງິນຂອງລາວ ພາຍໃຕ້ການສະໜັບສະໜູນໂດຍມູນນິທິ ເຕມາເສັກ ສາກົນ (TF Intl) ແລະ ຈະດຳເນີນໄປຈົນເຖິງວັນທີ 27 ກັນຍານີ້.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/training-supporting-local-moves-adopt-int%E2%80%99l-accounting-standards-104810

ທະນາຄານຫວຽດຕິນ ເປີດສຳນັກງານໃຫຍ່ຢູ່ນະຄອນວຽງຈັນ

ທະນາຄານພານິດຮ່ວມຫຸ້ນ ເພື່ອອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ຫວຽດຕິນແບັງ) ໄດ້ເປີດສຳນັກງານໃຫຍ່ ຢູ່ນະຄອນຫຼວງວຽງຈັນ, ເພື່ອສົ່ງເສີມບາດກ້າວໃນການຂະຫຍາຍການຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃນຂະແໜງການເງິນ ແລະ ການທະນາຄານ.ທະນາຄານຫວຽດຕິນ ໄດ້ເປີດສາຂາທຳອິດໃນລາວໃນປີ 2012, ເຊິ່ງໄດ້ມີການຍົກລະດັບເປັນທະນາຄານຫວຽດຕິນລາວໃນປີ 2015 ເຊິ່ງເປັນເຄືອຂ່າຍຂອງທະນາຄານຫວຽດຕິນ. ຈາກນັ້ນໄດ້ມີການເປີດສາຂາເພີ່ມຢູ່ແຂວງຈຳປາສັກໃນເດືອນກັນຍາ ປີ 2016.ອ່ານຕໍ່ ...

Taejun Kang
https://laotiantimes.com/2019/09/19/vietinbank-opens-laos-headquraters-in-vientiane/

ທະນາຄານກາງລາວ ແລະ ຫວຽດນາມ ເສີມຂະຫຍາຍການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານກາງຂອງລາວ ແລະ ຫວຽດນາມ ຈະເສີມຂະຫຍາຍການຮ່ວມມືພາຄີດ້ານຂໍ້ມູນຂ່າວສານ, ເທັກໂນໂລຢີ, ບັນຫາວິຊາການ ແລະ ຂົງເຂດວຽກງານກ່ຽວກັບທະນາຄານທີ່ສຳຄັນອື່ນໆ.ເຈົ້າໜ້າທີ່ລະດັບສູງຈາກສອງທະນາຄານ ໄດ້ປະຊຸມກັນຢູ່ນະຄອນວຽງຈັນ ວານນີ້ ເຊິ່ງນຳໂດຍທ່ານ ສອນໄຊ ສິດພະໄຊ ອຳນວຍການທະນາຄານແຫ່ງ ສປປ ລາວ, ແລະ ທ່ານ ເລ ມິນ ຮຸງ ອຳນວຍການທະນາຄານແຫ່ງລັດແຫ່ງປະເທດຫວຽດນາມ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/central-banks-laos-vietnam-bolster-cooperation-104381

ທະນາຄານລາວສິບແຫ່ງຈະຂົນຂວາຍແຫຼ່ງເງິນກູ້ເພື່ອສົ່ງເສີມ SMEs

ວຽງຈັນ (ວຽງຈັນທາມສ໌/ANN) – ພະແນກປະຕິບັດການທະນາຄານ ພາຍໃຕ້ທະນາຄານແຫ່ງ ສປປ ລາວ (BOL) ໄດ້ຕົກລົງໃຫ້ທະນາຄານການຄ້າ 10 ແຫ່ງຂົນຂວາຍທຶນກູ້ຢືມ US$300 ລ້ານໂດລາຈາກທະນາຄານພັດທະນາຈີນ (CDB) ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນລາວ.ບົດບັນທຶກຄວາມເຂົ້າໃຈສຳລັບໂຄງການດັ່ງກ່າວ ໄດ້ມີການລົງນາມທີ່ນະຄອນວຽງຈັນລະຫວ່າງກົມ ກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານພັດທະນາລາວ (LDB), ທະນາຄານສົ່ງເສີມກະສິກຳ (APB), ທະນາຄານມາຣູຮັນ ປະເທດຍີ່ປຸ່ນ ຈຳກັດ, ທະນາຄານຮ່ວມພັດທະນາ (JDB), ທະນາຄານລາວ-ຈີນ ຈຳກັດ, ທະນາຄານລາວ-ຫວຽດ ຈຳກັດ, ທະນາຄານເອັສ໌ທີ ຈຳກັດ, ທະນາຄານຮ່ວມຫຸ້ນການຄ້າກອງທັບ-ສາຂາລາວ ແລະ ທະນາຄານໄຊງ່ອນທຸງຕິນ ລາວຈຳກັດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/ten-lao-banks-seek-loan-promotion-smes-104290

ທະນາຄານກາງອອກມາດຕະການເພື່ອຄຸ້ມຄອງຄ່າເງິນກີບ

ທະນາຄານແຫ່ງ ສປປ ລາວ ໄດ້ອອກມາດຕະການເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນຕາຕ່າງປະເທດ.ຕາມຈົດໝາຍັຂ່າວຂອງທະນາຄານກາງໃນອາທິດນີ້, ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບທຽບກກັບເງິນໂດລາ ແລະ ເງິນບາດ, ທະນາຄານກາງໄດ້ປັບປຸງປະລິມານເງິນໃນລະດັບໜຶ່ງ ເຊິ່ງສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນປະຈຸບັນ.ນອກຈາກນີ້ ທະນາຄານຍັງມີການນຳໃຊ້ລະບົບອັດຕາແລກປ່ຽນແບບລອຍຕົວພາຍໃຕ້ການຄຸ້ມຄອງ ເພື່ອເພີ່ມສະຖຽນລະພາບໃຫ້ແກ່ຄ່າເງິນກີບ, ຕາມຈົດໝາຍຂ່າວ ເຊິ່ງມີການເຜີຍແຜ່ຢູ່ໜ້າເວັບໄຊຫຼັກຂອງທະນາຄານແຫ່ງ ສປປ ລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເງິນກີບອ່ອນຄ່າທຽບກັບເງິນບາດ ສົ່ງຜົນກະທົບຕໍ່ຜູ້ນຳເຂົ້າສິນຄ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການອ່ອນຄ່າຢ່າງຕໍ່ເນື່ອງຂອງເງິນກີບລາວທຽບກັບເງິນບາດຂອງໄທ ໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດໃນລາວ, ໂດຍສະເພາະແມ່ນຜູ້ນຳເຂົ້າສິນຄ້າ, ເຮັດໃຫ້ເຂົາເຈົ້າສູນເສຍຜົນກຳໄລ.ມາຮອດວັນທີ 2 ກັນຍາ, ອັດຕາແລກປ່ຽນຢູ່ທະນາຄານການຄ້າຕ່າງປະເທດລາວ (BCEL) ໜຶ່ງບາດແມ່ນມີອັດຕາຂາຍເທົ່າກັບ 291.92 ກີບ ແລະ ອັດຕາຊື້ແມ່ນຢູ່ທີ່ 289.73 ກີບຕໍ່ໜຶ່ງບາດ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/kip-weakens-against-thai-baht-hurts-lao-importers-103260

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

wDvrP
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!