ເຂດເສດຖະກິດພິເສດແຂວງຫຼວງນ້ຳທາ ໝາຍຕາເພີ່ມທະວີການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ຫວັງເພີ່ມທະວີການດຶງດູດນັກລົງທຶນໃຫ້ຫຼາຍຂຶ້ນ, ໂດຍສະເພາະໃນຂະແໜງການສຶກສາ ແລະ ການແພດ.

ພິທີເປີດເຂດອຸດສາຫະກຳການສຶກສາ ແລະ ການແພດ ໄດ້ມີຂຶ້ນໃນວັນສຸກແລ້ວນີ້. ພາຍໃຕ້ການເຂົ້າຮ່ວມຂອງຕາງໜ້າຈາກລັດຖະບານ, ນັກລົງທຶນຕ່າງປະເທດ ແລະ ແຂກທີ່ຖືກເຊີນ.

“ເຂດເສດຖະກິດດັ່ງກ່າວໄດ້ແບ່ງເປັນ 4 ເຂດພັດທະນາຄື ເຂດການຄ້າ, ການທະນາຄານ ແລະ ການເງິນ, ເຂດການຂົນສົ່ງ, ເຂດການສຶກສາ ແລະ ການແພດ, ​ແລະ ເຂດການທ່ອງທ່ຽວ.” ເມື່ອສຳເລັດການກໍ່ສ້າງຄາດວ່າຈະມີຜູ້ຢູ່ອາໄສປະມານ 300,000 ຄົນ. ສະນັ້ນ ຂະແໜງການສຶກສາ ແລະ ສາທາລະນະສຸກຈຶ່ງມີຄວາມສຳຄັນ,” ທ່ານ ຈູ ກຸນ ປະທານກຸ່ມຕະຫຼາດຫຸ້ນອຸດສາຫະກຳ ຢຸນນານ ໄຫ ເຈິງ ກ່າວ.

ອ່ານຕໍ່…

ສຸກສະໄໝ ບູລົມ