ທີ່ດິນ

Public land lease

ຊາວບ້ານກັງວົນກ່ຽວກັບການສໍາປະທານຂຸດຄົ້ນບໍ່ແຮ່ຂະໜາດໃຫຍ່ ຈະລົບມາກວນຊີວິດການເປັນຢູ່ຂອງພວກເຂົາ

ອຳນາດການປົກຄອງແຂວງອັດຕະປື ໄດ້ເຊັນສັນຍາກັບບໍລິສັດຮັບເໝົາກໍ່ສ້າງ ສຳຣວດຫີນອ່ອນ ແລະຫີນອ່ອນອື່ນໆ ທີ່ບ້ານຄໍາວົງສາ ເມືອງພູວົງ ແຂວງອັດຕະປື ໃນວັນທີ 8 ກຸມພາ 2023 ທີ່ຜ່ານມາ. ປະຊາຊົນຢູ່ແຂວງອັດຕະປື ພາກໃຕ້ຂອງລາວ ເປັນຫ່ວງວ່າ: ຫຼາຍກວ່າ 1 ສ່ວນ 4 ຂອງແຂວງ ໄດ້ຮັບການໃຫ້ 10 ບໍຣິສັດ ໃນການສໍາປະທານ ທີ່ຈະອະນຸຍາດໃຫ້ ເຂົາເຈົ້າຂຸດຄົ້ນແຮ່ທາດ.ອ່ານເພິ່ມເຕີມ ...

RFA Lao

(English) South Korean Company Authorized to Build Multi-Billion Dollar Resort

ທາງການລາວ ໄດ້ລົງນາມ ໃນຂໍ້ຕົກລົງ ກັບ ບໍຣິສັດ ເກົາຫລີໃຕ້ ໃຫ້ສໍາປະທານ ທີ່ດິນ 1,200 ເຮັກຕາ ເພື່ອສ້າງຣີສອດ ມູນຄ່າ 2,9 ຕື້ໂດລາ. ຮັກສາການຫົວໜ້າກົມຂົນສົ່ງ, ທ່ານ ພັນໂທ ທອງສຸກ ເຢືອງລາວລີ ພ້ອມດ້ວຍຄະນະ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການລົງນາມໂຄງການກໍ່ສ້າງ ຣີສອດລາວ ທີ່ຕັ້ງຢູ່ເຂດກມ 62 ເມືອງໂພນໂຮງ ແຂວງວຽງຈັນ. ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ໂຄງການ​ດັ່ງກ່າວ​ໃນ​ເດືອນ​ກຸມພາ 2016, ​ໂດຍ​ໃຫ້​ສອງ​ປະ​ເທດ​ເລີ່​ມຄົ້ນຄວ້າ​ຄວາມ​ເປັນ​ໄປ​ໄດ້. ພວກເຂົາເຈົ້າຍັງໄດ້ຂໍອະນຸຍາດຈາກລັດຖະບານເພື່ອນໍາໃຊ້ທີ່ດິນ 500 ເຮັກຕາເພື່ອການພັດທະນາການກໍ່ສ້າງໃນເບື້ອງຕົ້ນ ຊຶ່ງເປັນສ່ວນຫນຶ່ງຂອງການສຶກສາຄວາມເປັນໄປໄດ້. ອ່ານເພິ່ມເຕີມ ...

ພອນທຳ ວິຊັບພະ

ການເປີດຕົວໂຄງການພັດທະນາໃໝ່ເຂດເສດຖະກິດພິເສດສີພັນດອນ

ແຜນການ​ຂອງໂຄງການ​ດັ່ງກ່າວໄດ້​ສຳ​ເລັດ​ໃນ​ວັນ​ທີ 25 ກໍລະກົດ​ນີ້ ພາຍຫຼັງການປຶກສາຫາລືເປັນເວລາ 45 ວັນ​ຂອງ​ລັດຖະບານ​ ແລະ ​ຜູ້​ຮັບ​ເໝົາ. ໂຮງແຮມ Mekong Intercontinental ເປັນໜຶ່ງໃນໂຄງການ ຄາດວ່າຈະເປັນໂຮງແຮມທີ່ສູງທີ່ສຸດໃນປະເທດລາວ. ​ໂຄງການ​ອື່ນໆ​ກ່ຽວ​ກັບ​ການ​ກໍ່ສ້າງ​ສາງ​ສິນຄ້າ​ຂະໜາດ​ໃຫຍ່. ການກໍ່ສ້າງສາງເກັບມ້ຽນແຫ່ງໃໝ່ໃນເນື້ອທີ່ 120,000 ຕາແມັດ ໄດ້ເລີ່ມຂຶ້ນໃນມື້ດຽວກັນກັບການກໍ່ສ້າງຂອງໂຮງແຮມ. ຄາດ​ວ່າ​ສາງ​ດັ່ງກ່າວ​ຈະ​ປັບປຸງ​ລະບົບ​ຂົນ​ສົ່ງ​ສິນຄ້າ​ລະຫວ່າງ​ໄທ, ກຳປູ​ເຈຍ, ຈີນ ​ແລະ ລາວ. ໂຄງການ​ກໍ່ສ້າງ​ເຂດ​ເສດຖະກິດ​ພິ​ເສດ​ສີ​ທັນ​ດອນ​ໄລຍະ​ທຳ​ອິດ​ໄດ້​ເລີ່​ມ​ແຕ່​ປີ 2018 ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2025. ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ທາງດ່ວນເສັ້ນໃໝ່ເຊື່ອມຕໍ່ສູ່ສະໜາມບິນສາກົນບໍ່ແກ້ວ

ອຳນາດການປົກຄອງແຂວງບໍ່ແກ້ວ ກໍາລັງກວດກາການກໍ່ສ້າງເສັ້ນທາງແປດເລນ ລະຫວ່າງເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ ຫາ ສະໜາມບິນສາກົນບໍ່ແກ້ວ. ຖະ​ໜົນມີ​ຊື່​ວ່າ​ທຽນ​ລອງ, ປະຈຸ​ບັນ​ແມ່ນ​ໄດ້​ຮັບ​ການ​ປູ​ຢາງ, ຕາມ​ການ​ລາຍ​ງານ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ. ປະຈຸບັນເສັ້ນທາງດັ່ງກ່າວເປັນເສັ້ນທາງຫຼັກເຊື່ອມຕໍ່ໃຈກາງເມືອງໄປຫາສະໜາມບິນ ແລະ ໃກ້ຈະສຳເລັດແລ້ວ.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ການລົງທຶນຂອງເກົາຫຼີ ໃນເຂດເສດຖະກິດພິເສດບຶງທາດຫຼວງ

ບໍລິສັດລົງທຶນອະສັງຫາລິມະຊັບຂອງ ສ.ເກົາຫຼີ D&C Mineun ໄດ້ຈັດກອງປະຊຸມສຳມະນາສົ່ງເສີມການຂາຍເປັນເວລາ 1 ອາທິດ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 13 ຫາ 16 ພະຈິກ ທີ່ນັກລົງທຶນໄດ້ປຶກສາຫາລືກ່ຽວກັບໂອກາດທາງທຸລະກິດພາຍໃນເຂດເສດຖະກິດພິເສດບຶງທາດຫຼວງ. ການຜ່ອນຜັນພາສີ ແລະ ຖົມຂຸມຕ່າງໆ ແມ່ນຢູ່ພາຍໃຕ້ສັນຍາຂອງລັດຖະບານລາວ ລະຫວ່າງນັກລົງທຶນໃນໂຄງການພັດທະນາ, ແລະ ຜູ້ທີ່ລົງທຶນຫຼາຍກວ່າ 100,000 ໂດລາ ຈະໄດ້ຮັບທີ່ຢູ່ອາໄສຖາວອນໃນລາວ. ບັນດານັກລົງທຶນແມ່ນຈະຖືກຍົກເວັ້ນຈາກພາສີອະສັງລິມະຊັບ, ພາສີຊັບສິນ ແລະ ພາສີການຖືຄອງຊັບສິນ ແລະ ໄດ້ສ່ວນຫຼຸດ 50 ສ່ວນຮ້ອຍຈາກອາກອນມູນຄ່າເພິ່ມ ຫຼື  value-added tax (VAT). ພາສີລາຍໄດ້ແມ່ນຈະໄດ້ຮັບການຍົກເວັ້ນໃນ 4 ປີທຳອິດ.ອ່ານເພິ່ມເຕີມ  ...

ລັດສະໝີ ພອນວິໄລ

ໂຄງການເຂື່ອນໄຟຟ້ານໍ້າອູທີ່ພັດທະນາໂດຍບໍລິສັດຈີນຢູ່ລາວ ເລີ່ມດໍາເນີນການເຕັມຢ່າງຮູບແບບ

ພິທີໄດ້ຈັດຂື້ນໃນວັນອັງຄານ  ເພື່ອທີ່ຈະລິເລີ່ມການຜະລິດພະລັງງານທັງໝົດທີ່ 7 ແຫ່ງຂອງໂຄງການເຂື່ອນໄຟຟ້ານ້ຳອູ ທີ່ພັດທະນາໂດຍບໍລິສັດກໍ່ສ້າງພະລັງງານຂອງຈີນ (PowerChina). ພິທີໄດ້ຈັດຂຶ້ນໂດຍຜ່ານການປະຊຸມທາງວິດີໂອຢູ່ທີ່ຫ້ອງການ PowerChina ຂອງປັກກິ່ງ, ສູນປະຕິບັດງານ ແລະ ບໍາລຸງຮັກສານໍ້າອູຢູ່ໃນແຂວງຫຼວງພະບາງ ແລະ ຢູ່ໂຮງງານໄຟຟ້ານໍ້າອູ ແຫ່ງທີ່ 7 ທາງພາກເໜືອທີ່ສຳເລັດແລ້ວວ່າງບໍ່ດົນນີ້. ໂຄງການນ້ຳອູດັ່ງກ່າວ ນອນໃນສາຂາທີ່ໃຫຍ່ທີ່ສຸດຂອງແມ່ນ້ຳຂອງໃນລາວ ຊຶ່ງໄດ້ຖືກພັດທະນາເປັນສອງໄລຍະ, ໂດຍມີຄວາມຈຸທັງໝົດ 1.272 ລ້ານກິໂລວັດ ແລະ ສາມາດແຈກຈ່າຍພະລັງງານການຜະລິດປະຈຳປີປະມານ 5 ຕື້ກິໂລວັດໂມງ.ໂຄງການນໍ້າອູ, ມີມູນຄ່າການລົງທຶນທັງທັງໝົດປະມານ 2,8 ຕື້ໂດລາຈາກບໍລິສັດຈີນ ແລະ ຈະຖືກໂອນໃຫ້ລັດຖະບານລາວຫຼັງຈາກດໍາເນີນການມາໄດ້ 29 ປີ.ສືບຕໍ່ອ່ານ   ...

ແຫ່ງຂ່າວຊິນຫົວ

ນັກລົງທຶນຈີນ ສະເໜີແຜນພັດທະນາສາມລ່ຽມ ລາວ-ຫວຽດນາມ-ຈີນ

ອຳນາດການປົກຄອງແຂວງຜົ້ງສາລີໄດ້ຮັບຮອງເອົາການສຶກສາຄວາມເປັນໄປໄດ້ສຳລັບການພັດທະນາ ແລະ ສ້າງເຂດເສດຖະກິດພິເສດແຫ່ງໃໝ່ຕາມແລວຊາຍແດນລາວ, ຈີນ ແລະ ຫວຽດນາມ. ບໍລິສັດຈີນຈະລົງສຳຫຼວດເນື້ອທີ່ດິນທັງໝົດ 250​ ກິໂລຕາແມັດລວມທັງ 100 ກິໂລຕາແມັດຢູ່ສຖານທີ່ທ່ອງທ່ຽວແລະບໍລິການ ແລະ 150 ກິໂລຕາແມັດຂອງເນື້ອທີ່ເຂດກະສິກຳ ແລະ ອຸດສາຫະກຳ. ບໍລິສັດຈະອອກແບບການສ້າງຫົນທາງເຊື່ອມຕໍ່ຈາກບ້ານອູນູຫາຊາຍແດນສາມລ່ຽມພັດທະນາແຫ່ງໃໝ່ ແລະ ຈະມີການລົງສຳຫຼວດການນຳໃຊ້ທີ່ດິນໃນແຫ່ງດັ່ງກ່າວ. ອ່ານເພິ່ມເຕີມ  ...

ໄພບູນ ທະນະບົວສີ

ອຳນາດການປົກຄອງລັດໄດ້ຊີ້ແຈງກ່ຽວກັບການປະທ້ວງຂອງແຮງງານຊາວພະມ້າຢູ່ເຂດເສດຖະກິດພິເສດ

ເຂດເສດຖະກິດພິເສດ ສາມລ່ຽມທອງຄຳ ໄດ້ຖືກປິດບໍລິເວນໃນວັນສຸກທີ່ຜ່ານມາ ເນື່ອງຈາກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຈາກຄົນງານພາຍໃນນັ້ນ. ອຳນາດການປົກຄອງທີ່ກ່ຽວຂ້ອງຢູ່ເຂດເສດຖະກິດພິເສດສາມລ່ຽມທອງຄຳແຫ່ງນັ້ນ ໄດ້ອອກຄຳຖະແຫຼງກ່ຽວກັບເຫດການໂຮມຊຸມນຸມຂອງບັນດາແຮງານຕ່າງດ້າວຈາກປະເທດມຽນມ້າ.​ ການປະທ້ວງດັ່ງກ່າວແມ່ນເກີດຈາກຄວາມບໍ່ພໍໃຈກັບການຫວ່າງງານ ແລະ ຕໍ່ກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ໃນລະຫວ່າງການປິດລ້ອມໃນເຂດເສດຖະກິດພິເສດ.ອ່ານຕໍ່ທີ່ນີ້  ...

ໄພບູນ ທະນະບົວສີ

ແຮງງານອົບພະຍົບຕົກຢູ່ໃນສະພາບຖືກປິດລ້ອມຍ້ອນການລະບາດຂອງພະຍາດໂຄວິດ -19: ສິ້ນຫວັງທີ່ຈະອອກຈາກເຂດເສດຖະກິດພິເສດຂອງລາວ

ຄົນງານຢູ່ເຂດເສດຖະກິດພິເສດ (SEZ) ຢູ່ພາກເໜືອຂອງລາວ ທີ່ເຮັດວຽກບໍລິການແກ່ນັກພະນັນຊາວຈີນ ສິ້ນຫວັງທີ່ຈະກັບຄືນບ້ານຂອງເຂົາເຈົ້າທ່າມກາງການລະບາດຂອງພະຍາດໂຄໂຣນາ ທີ່ເຮັດໃຫ້ເກີດມີການປິດປະຕູໃນຕົ້ນອາທິດນີ້, ໂດຍກ່າວວ່າເຂົາເຈົ້າບໍ່ໄດ້ຮັບເງິນມາເປັນຫຼາຍເດືອນ ແລະ ບໍ່ກໍບໍ່ສາມາດຮັບຜິດຊອບຄ່າເຊົ່າ ແລະ ອາຫານໄດ້ອີກຕໍ່ໄປ. ອ່ານຕໍ່ທີ່ນີ້  ...

ວິທະຍຸເອເຊຍເສລີ

ໂສມໜ້າທຳອິດຂອງໂຄງການພັດທະນາເຂດເສດຖະກິດພິເສດກຳລັງເລີ່ມຕົ້ນຂື້ນ

ອີງຕາມການລາຍງານຂອງຂ່າວສານເສດຖະກິດ – ສັງຄົມ, ໄລຍະທຳອິດຂອງການກໍ່ສ້າງໂຄງການເຂດເສດຖະກິດພິເສດ ສີພັນດອນ ໄດ້ເລີ່ມຕົ້ນໃນປີ 2018 ແລະມີກຳນົດສຳເລັດໃນປີ 2025. ຮອງປະທານບໍລິສັດ ສີພັນດອນ ຮ່ວມພັດທະນາຈຳກັດ, ທ່ານ ລາຕີ ສີສຸພັນທອງ ກ່າວວ່າເຂດເສດຖະກິດພິເສດສີພັນດອນ ໄດ້ສຳເລັດການປຸກສ້າງເຮືອນວິນລາແລ້ວ 21 ຫຼັງ ເຊິ່ງເປັນສ່ວນໜຶ່ງ ຂອງສະຖານທີ່ພັກຜ່ອນ, ອາຄານໂຮງແຮມຫລັງໃໝ່, ສູນບໍລິການຫລັງການຂາຍ ພ້ອມທັງເຮືອນເລກ 43 ກິໂລແມັດແຄມທາງຄອນກີດອ້ອມດອນໂຂງ.ອ່ານເພິ່່ມເຕີມທີ່  ...

ໄພບູນ ທະນາບົວສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

WNezn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!