ທີ່ດິນ

Public land lease

ຊາວບ້ານປະຕິເສດການໃຫ້ພື້ນທີ່ສຳລັບເຂດເສດຖະກິດພິເສດ, ເຊິ່ງປະຈຸບັນໄດ້ເລີ່ມມີການຕັດຖະໜົນເຂົ້າເຖິງແລ້ວ

ຊາວບ້ານ 140 ຄອບຄົວຈາກແປດບ້ານໃນເມືອງໂຂງ ແຂວງຈຳປາສັກ ທາງພາກໃຕ້ຂອງລາວ ປະຕິເສດການຂາຍທີ່ດິນ ຫຼື ຍ້າຍພູມລຳເນົາເພື່ອເປີດທາງ ໃຫ້ແກ່ການສ້າງເຂດເສດຖະກິດພິເສດ ທີ່ໄດ້ວາງແຜນສຳລັບເຂດດັ່ງກ່າວ.ເຖິງຢ່າງໃດກໍຕາມ ຜູ້ຮັບເໝົາກໍໄດ້ເລີ່ມເລັ່ງມືໃນການກໍ່ສ້າງຖະໜົນເຂົ້າເຖິງພື້ນທີ່ ເຊິ່ງອາດເຮັດໃຫ້ການສັນຈອນໃນການກໍ່ສ້າງເປັນອັນຕະລາຍ ເນື່ອງຈາກຢູ່ໃກ້ກັບບ້ານ.ອ່ານຕໍ່ ...

RFA’s Lao Service

KOICA ສືບຕໍ່ສະໜັບສະໜູນໂຄງການແຕ້ມແຜນທີ່ແຂວງສະຫວັນນະເຂດ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ໄດ້ເລີ່ມໂຄງການການສ້າງຕັ້ງໂຄງລ່າງຂໍ້ມູນດ້ານທີ່ຕັ້ງ ແລະ ການສ້າງຄວາມສາມາດເພື່ອພັດທະນາເຂດເສດຖະກິດພິເສດຢູ່ແຂວງສະຫວັນນະເຂດ.ໂຄງການແຕ້ມແຜນທີ່ມູນຄ່າກວ່າ 51 ຕື້ກີບ (US$6 ລ້ານໂດລາ) ແຂວງສະຫວັນນະເຂດດັ່ງກ່າວ ແມ່ນດຳເນີນແຕ່ປີ 2018-2021 ແລະ ແນໃສ່ເລັ່ງມືການພັດທະນາເຂດເສດຖະກິດພິເສດແຂວງສະຫວັນນະເຂດ ໂດຍການສ້າງພື້ນຖານໂຄງລ່າງດ້ານແຜນທີ່.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ນັກລົງທຶນຈີນເລັ່ງມືການພັດທະນາເຂດເສດຖະກິດພິເສດໃນລາວ

(ຂປລ) ກຸ່ມນັກລົງທຶນຈີນໄດ້ລົງທຶນກວ່າ 10 ຕື້ຢວນ ເພື່ອເລັ່ງມືໃນການພັດທະນາພື້ນຖານໂຄງລ່າງຂອງເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ທາງພາກເໜືອຂອງລາວ.“ເຂດເສດຖະກິດພິເສດບໍ່ເຕັນແມ່ນຕັ້ງຢູ່ຕິດກັບເມືອງໂມຫານ ມົນທົນຢຸນນານປະເທດຈີນ. ຄາດວ່າເມື່ອສຳເລັດການພັດທະນາ ແລະ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນປີ 2021 ແລ້ວ ຈະມີນັກທ່ອງທ່ຽວຈາກຈີນເຂົ້າມາໃນເຂດດັ່ງກ່າວປະມານ 50,000 ຄົນຕໍ່ປີ,” ທ່ານ ກັງ ເປັງ ຜູ້ຮັບຜິດຊອບການສົ່ງເສີມການລົງທຶນ ເຂດເສດຖະກິດພິເສດບໍ່ເຕັນກ່າວ.ອ່ານຕໍ່ ...

ຂປລ

ນັກລົງທຶນຈີນຍາດແຍ່ງເຂົ້າມາລົງທຶນໃນເຂດເສດຖະກິດພິເສດບໍ່ເຕັນກ່ອນສຳເລັດໂຄງການທາງລົດໄຟ

ເຂດເສດຖະກິດພິເສດ (SEZ) ບໍ່ເຕັນຂອງລາວໄດ້ຮັບຄວາມສົນໃຈເປັນພິເສດຈາກນັກລົງທຶນຈີນ ເນື່ອງຈາກໂຄງການທາງລົດໄຟລາວ-ຈີນໃກ້ສຳເລັດການກໍ່ສ້າງ, ແຕ່ວ່າຊາວບ້ານພັດມີຄວາມຢ້ານກົວຕໍ່ການປ່ຽນແປງຢ່າງໄວວາດັ່ງກ່າວ. ພວກເຂົາເວົ້າວ່າໂຄງການພັດທະນາດັ່ງກ່າວແມ່ນດີສຳລັບຊາວຈີນ, ແຕ່ວ່າບໍ່ແມ່ນສຳລັບປະຊາຊົນລາວທີ່ອາໄສຢູ່ເຂດດັ່ງກ່າວ.ເຂດເສດຖະກິດດັ່ງກ່າວ ເຊິ່ງຕັ້ງຢູ່ແຂວງຫຼວງນ້ຳທາ ມີຊາຍແດນຕິດກັບເມືອງໂມຮັນໃນມົນທົນຢຸນນານປະເທດຈີນ. ລັດຖະບານລາວຄາດວ່າເມື່ອໂຄງການສຳເລັດ ແລະ ມີການເປີດນຳໃຊ້ທາງລົດໄຟໃນປີ 2021, ນັກທ່ອງທ່ຽວຈີນຫຼາຍລ້ານຄົນຈະຫຼັ່ງໄຫຼເຂົ້າມາໃນເຂດດັ່ງກ່າວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ນັກລົງທຶນລາວທຸ້ມທຶນໂຄງການຫຼາຍຮ້ອຍລ້ານໂດລາໃນເຂດເສດຖະກິດພິເສດທ່າແຂກ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດໂຈ້ບຸນມີ, ກຸ່ມເຄືອຂ່າຍທຸລະກິດຊັ້ນນຳຂອງລາວ ໄດ້ທຸ້ມທຶນ US$500 ລ້ານໂດລາໃນການກໍ່ສ້າງກຸ່ມທຸລະກິດການຄ້າ ແລະ ສາງເກັບສິນຄ້າໃນເຂດເສດຖະກິດພິເສດທ່າແຂກ (TSEZ) ແຂວງຄຳມ່ວນ.ບໍລິສັດດັ່ງກ່າວມີແຜນສ້າງທຸລະກິດການຄ້າ ເຊັ່ນ ສູນການຄ້າ, ສາງຈັດເກັບສິນຄ້າ ແລະ ສູນລວມສິນຄ້າປະເພດຕ່າງໆ.ໂຄງການດັ່ງກ່າວກວມເອົາເນື້ອທີ່ກວ່າ 100 ເຮັກຕາ ແລະ ມີໄລຍະການສຳປະທານ 68 ປີ.ອ່ານຕໍ່ ...

ໂຕະຂ່າວ

ລົງນາມຂໍ້ຕົກລົງການສຳປະທານໂຄງການກໍ່ສ້າງທາງດ່ວນໝາຍເລກ 1 ວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນວຽງຈັນ ໄດ້ອະນຸມັດໃຫ້ບໍລິສັດກໍ່ສ້າງທາງດ່ວນໝາຍເລກ 1 ວຽງຈັນຈຳກັດຜູ້ດຽວ ໃນການກໍ່ສ້າງເສັ້ນທາງດ່ວນວຽງຈັນແຕ່ເຂດເສດຖະກິດສະເພາະບຶງທາດຫຼວງຫາດົງໝາກຄາຍ ໄລຍະ 15.3 ກມ.ຂໍ້ຕົກລົງການສຳປະທານການກໍ່ສ້າງ-ດຳເນີນການ-ມອບຄືນ (BOT) ໄດ້ມີພິທີລົງນາມໃນວັນທີ 4 ມີນານີ້ ໂດຍພະແນກແຜນການ ແລະ ການລົງທຶນ, ໃນນາມຂອງອຳນາດການປົກຄອງນະຄອນຫຼວງວຽງຈັນ ແລະ ບໍລິສັດກໍ່ສ້າງດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ

ເຂດພັດທະນາໄຊເສດຖາມີເປົ້າເປີດຮັບການລົງທຶນໃຫ້ໄດ້ 20 ບໍລິສັດພາຍໃນປີ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດພັດທະນາໄຊເສດຖາ (SDZ) ນະຄອນຫຼວງວຽງຈັນຈະສົ່ງເສີມໃຫ້ນັກລົງທຶນເຂົ້າມາລົງທຶນໃນພື້ນທີ່ໂຄງການ ເຊິ່ງປະຈຸບັນສາມາດຮັບແຮງງານຫຼາຍພັນອັດຕາສຳລັບໜ່ວຍທຸລະກິດທີ່ມີຢູ່ໃນປະຈຸບັນ.ທ່ານ ອຸດອນ ເນັງວັນນະວົງຫົວໜ້າ SDZ ເປີດເຜີຍຕໍ່ວຽງຈັນທາມສ໌ວ່າ, “ເຂດພັດທະນາພວກເຮົາຈະສົ່ງເສີມການລົງທຶນໃຫ້ໄດ້ຢ່າງໜ້ອຍ 20 ບໍລິສັດພາຍໃນປີໜ້າ.”ອ່ານຕໍ່ ...

ໂຕະຂ່າວ

ພະລັງງານແສງອາທິດມີທ່າແຮງນຳໃຊ້ຢູ່ໃນເຂດເສດຖະກິດສະເພາະທ່າແຂກ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຝ່າຍລາວໄດ້ອະນຸມັດໃຫ້ບໍລິສັດຈີນດຳເນີນການສຳຫຼວດສະຖານທີ່ໃນການກໍ່ສ້າງໂຮງງານໄຟຟ້າພະລັງແສງອາທິດໃນເຂດເສດຖະກິດສະເພາະທ່າແຂກ ແຂວງຄຳມ່ວນ.ໂຄງການດັ່ງກ່າວມີມູນຄ່າການລົງທຶນທັງໝົດ 385 ຕື້ກີບ (US$45 ລ້ານໂດລາ), ພາຍໃຕ້ທຶນຂອງບໍລິສັດ Hainan-Edentour GmbH Co., Ltd. ແຫ່ງປະເທດຈີນ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ໂຮງງານພະລັງງານແສງອາທິດຈະສະໜອງພະລັງງານໃຫ້ແກ່ເຂດເສດຖະກິດພິເສດທ່າແຂກ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຕ່າງຊາດຈະສ້າງໂຮງໄຟຟ້າພະລັງແສງອາທິດ ໃນພື້ນທີ່ 54.2 ເຮັກຕາໃນເຂດເສດຖະກິດພິເສດທີ່ແຂກ (SEZ) ແຂວງຄຳມ່ວນ. ຂໍ້ຕົກລົງການພັດທະນາໂຄງການໄດ້ມີການລົງນາມລະຫວ່າງຄະນະບໍລິຫານເຂດເສດຖະກິດພິເສດທ່າແຂກ ແລະ ບໍລິສັດ Hainan Zhenlin Industry/Eden Tours GMBH ຈຳກັດ ໃນອາທິດແລ້ວ.ອ່ານຕໍ່ ...

News Desk

ມູນຄ່າການສົ່ງອອກ-ນຳເຂົ້າປີ 2018 ແຕະລະດັບ US$679ລ້ານ

ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າຈາກເຂດເສດຖະກິດພິເສດ ແລະ ສະເພາະ (SEZs)  ໃນລາວມີປະມານ US$679 ລ້ານໂດລາໃນປີ 2018.ໃນນັ້ນມູນຄ່າການນຳເຂົ້າສິນຄ້າມີເຖິງ US$430 ລ້ານໂດລາ, ສ່ວນມູນຄ່າການສົ່ງອອກແມ່ນຢູ່ທີ່ US$249 ລ້ານໂດລາ.ອ່ານຕໍ່  ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Bdvdj
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!