ນັກລົງທຶນຈີນຍາດແຍ່ງເຂົ້າມາລົງທຶນໃນເຂດເສດຖະກິດພິເສດບໍ່ເຕັນກ່ອນສຳເລັດໂຄງການທາງລົດໄຟ

ເຂດເສດຖະກິດພິເສດ (SEZ) ບໍ່ເຕັນຂອງລາວໄດ້ຮັບຄວາມສົນໃຈເປັນພິເສດຈາກນັກລົງທຶນຈີນ ເນື່ອງຈາກໂຄງການທາງລົດໄຟລາວ-ຈີນໃກ້ສຳເລັດການກໍ່ສ້າງ, ແຕ່ວ່າຊາວບ້ານພັດມີຄວາມຢ້ານກົວຕໍ່ການປ່ຽນແປງຢ່າງໄວວາດັ່ງກ່າວ. ພວກເຂົາເວົ້າວ່າໂຄງການພັດທະນາດັ່ງກ່າວແມ່ນດີສຳລັບຊາວຈີນ, ແຕ່ວ່າບໍ່ແມ່ນສຳລັບປະຊາຊົນລາວທີ່ອາໄສຢູ່ເຂດດັ່ງກ່າວ.

ເຂດເສດຖະກິດດັ່ງກ່າວ ເຊິ່ງຕັ້ງຢູ່ແຂວງຫຼວງນ້ຳທາ ມີຊາຍແດນຕິດກັບເມືອງໂມຮັນໃນມົນທົນຢຸນນານປະເທດຈີນ. ລັດຖະບານລາວຄາດວ່າເມື່ອໂຄງການສຳເລັດ ແລະ ມີການເປີດນຳໃຊ້ທາງລົດໄຟໃນປີ 2021, ນັກທ່ອງທ່ຽວຈີນຫຼາຍລ້ານຄົນຈະຫຼັ່ງໄຫຼເຂົ້າມາໃນເຂດດັ່ງກ່າວ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ