ການຜະລິດໄຟຟ້າ

ການຜະລິດພະລັງງານທາງເລືອກ

ລາວກຽມຜະລິດນ້ຳມັນຊີວະພາບເພື່ອນຳໃຊ້ພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າ

ບໍລິສັດນ້ຳມັນເຊື້ອໄຟລາວ ໄດ້ລົງນາມໃນຂໍ້ຕົກລົງໃນວັນທີ 1 ພະຈິກນີ້, ກັບບໍລິສັດ GAIA Petro ຈຳກັດ ແຫ່ງ ສປປ ເກົາຫຼີ ເພື່ອເປີດໂຄງການຜະລິດນ້ຳມັນເຊື້ອໄຟຊີວະພາບໃນລາວ ມູນຄ່າ 20 ລ້ານໂດລາສະຫະລັດ. ​ໂຄງການ​ຜະລິດ​ນ້ຳມັນ​ຊີວະ​ພາບ​ມີ​ເປົ້າ​ໝາຍ​ຜະລິດ​ນ້ຳມັນ​ຊີວະ​ພາບ 500,000 ລິດ​ຕໍ່​ມື້. ຄາດ​ວ່າ​ປີ​ທຳ​ອິດ​ຈະ​ສາມາດ​ສະໜອງ​ນ້ຳມັນ​ໄດ້​ປະມານ 10 ລ້ານ​ລິດ​ຕໍ່​ເດືອນ. ປະລິມານນໍ້າມັນເຊື້ອໄຟຊີວະພາບຈະເພີ່ມຂຶ້ນ 20% ຕໍ່ປີຈາກປີທີສອງ. ຜູ້ລົງນາມໃນສັນຍາດັ່ງກ່າວມີ ທ່ານ ສິດສັງຄົມ ໂຄດສະໝອນ, ຜູ້ອໍານວຍການໃຫຍ່ ບໍລິສັດນໍ້າມັນເຊື້ອໄຟລາວ, ທັງເປັນປະທານສະພາອາຊ່ຽນກ່ຽວກັບນ້ຳມັນເຊື້ອໄຟ ແລະ ປະທານບໍລິສັດ GAIA Petro Co., Ltd., ທ່ານ Kikung Jung. ອ່ານເພິ່ມເຕີມ ...

ຂ່າວສານປະເທດລາວ

ພະລັງງານຄວາມຮ້ອນໃຕ້ດິນສາມາດຜະຫຼິດປ້ອນໃຫ້ໄດ້ລາວ ຫຼາຍກວ່າ 600 ລ້ານໂດລາສະຫະລັດ ຕໍ່ປີ

ບໍລິສັດ ພັດທະນາ ແລະ ການລົງທຶນລາວ ຈຳກັດ (LDIC), ບໍລິສັດ GEIOS ການາດາ ແລະ ກຸ່ມບໍລິສັດ Wealth Power ຂອງຫວຽດນາມ (WPC) ໄດ້ລົງນາມໃນສັນຍາຮ່ວມທຶນໃນຫວຽດນາມ ກ່ຽວກັບໂຄງການພັດທະນາພະລັງງານຄວາມຮ້ອນໃຕ້ດິນໃນລາວ ເມື່ອບໍ່ດົນມານີ້. ພາຍໃຕ້​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ໃນ​ວັນ​ທີ 23 ມິຖຸນາ​ນີ້​ຢູ່​ນະຄອນ​ເຫ້ວ, ຫວຽດນາມ, ລາວ​ຈະ​ໄດ້​ຮັບ​ການ​ຊຸກຍູ້​ການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ​ໃຕ້​ດິນ​ເພື່ອ​ສະໜອງ​ໄຟຟ້າ 5.000 ​ເມ​ກາ​ວັດ​ໃຫ້​ຫວຽດນາມ. ລັດຖະບານລາວຈະໄດ້ຮັບເງິນປັນຜົນປະຈໍາປີຢ່າງໜ້ອຍ 613 ລ້ານໂດລາສະຫະລັດ ຈາກການຂາຍພະລັງງານທົດແທນເມື່ອໂຄງການດັ່ງກ່າວສຳເລັດ. ອ່ານເພິ່ມເຕີມ   ...

ມະນີພອນ ວົງພະຈັນ

ລາວຈະສ້າງໂຄງການພະລັງງານແສງອາທິດແບບປະສົມປະສານຂະໜາດໃຫຍ່

ລັດຖະບານລາວ ແລະ ບັນດາຄູ່ຮ່ວມມືໃນໂຄງການນຳເທີນ 2 ໄດ້ຕົກລົງພັດທະນາໂຄງການພະລັງານແສງອາທິດນຳເທີນ ຊຶ່ງອາດຈະກາຍເປັນໜຶ່ງໃນໂຄງການພະລັງງານແສງອາທິດແບບປະສົມປະສານຂະໜາດໃຫຍ່ຂອງໂລກ.​ ມີຄວາມຈຸທັງໝົດ 240 ເມກາວັດ, ຊຶ່ງຈະສ້າງຂື້ນຢູ່ອ່າງເກັບນ້ຳເທີນ 2.​ອ່ານເພິ່ມເຕີມ  ...

ປະເທດອົດສະຕາລີ, ເຢຍລະມັນ ແລະ ສະວິດເຊີແລນ ມອບເງິນອຸປະຖຳຈຳນວນ 13 ລ້ານໂດລາ ສະຫະລັດ ເພື່ອພັດທະນາສະພາບລວມຂອງແມ່ນ້ຳຂອງ

ໃນວັນທີ 24 ມິຖຸນາ, ປະເທດອົດສະຕາລີ, ເຢຍລະມັນ ແລະ ສະວິດເຊີແລນ ໄດ້ໃຫ້ການສະໜັບສະໜູນເກືອບ 13 ລ້ານໂດລາສະຫະລັດໃຫ້ແກ່ ຄະນະກຳມາທິການແມ່ນ້ ຳຂອງ (MRC) ເພື່ອຊ່ວຍເຫຼືອປະເທດ ກຳປູເຈຍ, ລາວ, ໄທ, ແລະ ຫວຽດນາມໃນການຮັບມືກັບສິ່ງທ້າທາຍຕ່າງໆ ເພື່ອປົກປ້ອງລະບົບນິເວດວິທະຍາຂອງແມ່ນ້ຳຂອງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.ພາຍໃຕ້ແຜນຍຸດທະສາດປີ 2021-2025, ຄະນະກຳມາທິການແມ່ນ້ຳຂອງ ຈະຮັບປະກັນໃຫ້ແຜນການຜະລິດພະລັງງານແຫ່ງຊາດ ໃໝ່ ພິຈາລະນາແຫຼ່ງກຳລັງການຜະລິດທີ່ມີປະສິດຕິພາບ, ເຊິ່ງລວມທັງພະລັງງານນ້ຳ – ອາຫານພ້ອມທັງເລັ່ງໃສ່ນຳໃຊ້ພະລັງງານລົມ ແລະ ພະລັງງານແສງຕາເວັນຕື່ມອີກ. ມັນທັງຈະສົ່ງເສີມຄວາມຫຼາກຫຼາຍທາງເພດ, ຄວາມສະເໝີພາບ ແລະ ການມີສ່ວນຮ່ວມຢູ່ໃນຂະແໜງການນ້ຳ. ອ່ານເພິ່ມເຕີມ  ...

ຜູ້ສື່ຂ່າວສານປະເທດລາວ

ສ ປປ ລາວ ກຽມສົ່ງອອກພະລັງງານແສງອາທິດ ຈາກ ນະຄອນຈຳປາສັກ

ລາວຊຽນທາມສ໌- ລັດຖະບານລາວ ໄດ້ເຊັນສັນຍາຕົກລົງຮ່ວມກັບ ບໍລິສັດເມືອງໂຂງພະລັງງານສະອາດ ໃນການກໍ່ສ້າງພະລັງງານແສງອາທິດ ຢູ່ທີ່ເມືອງໂຂງ, ນະຄອນຈຳປາສັກ. ໂຄງການດັ່ງກ່າວ ຢູ່ໃນຂັ້ນຕອນສຳເລັດການສຳຫຼວດຄວາມເປັນໄປໄດ້ ແລະ ຈະກາຍເປັນການສ້າງພະລັງງານແສງອາທິດເທື່ອທຳອິດຂອງລາວ ທີ່ຈະສົ່ງໄປປະເທດກຳປູເຈຍ. ອ່ານເພິ່ມເຕີມ..    ...

Phayboune Thanabouasy

ລາວ: ພະລັງງານແສງອາທິດຊ່ວຍໃຫ້ຊາວກະສິກອນແຂວງອັດຕະປືປະຢັດເງິນຄ່າໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອັດຕະປືພວມເດີນໜ້າການນຳໃຊ້ພະລັງງານແສງອາທິດເຂົ້າໃນລະບົບຊົນລະປະທານ.ທ່ານ ແສງສະໝຸດ ນໍຣະແສງ ເຈົ້າຂອງບໍລິສັດອິນເຕີເນັດການຄ້າຂາອອກ-ຂາເຂົ້າ ແລະ ເຈົ້າຂອງໂຄງການພະລັງງານແສງອາທິດ ກ່າວວ່າໄດ້ມີການລິເລີ່ມໂຄງການຢູ່ເຂດນາເຊືອກ ບ້ານຄຳວົງສາໃນປີ 2018 ແລະ ຈະສຳເລັດໃນປີ 2020.ອ່ານຕໍ່ ...

ປັນຍາສິດ ທຳມະວົງສາ
http://annx.asianews.network/content/laos-solar-power-helps-farmers-attapeu-save-electricity-payments-98797

ບໍລິສັດລາວຈະພັດທະນາໂຄງການພະລັງງານແສງອາທິດ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດລາວພັດທະນາຈຳກັດ ຈະເລີ່ມການຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ໃນການລົງທຶນ ແລະ ການພັດທະນາໃນໂຄງງານພະລັງງານແສງອາທິດທາງເລືອກ ໃນແຂວງຕ່າງໆໃນເດືອນໜ້າ ຫຼັງຈາກໄດ້ເຮັດຂໍ້ຕົກລົງກັບພາກສ່ວນລັດ.ບໍລິສັດດັ່ງກ່າວໄດ້ລົງນາມຂໍ້ຕົກລົງການຮ່ວມມືດ້ານວິຊາການກັບສະຖາບັນສົ່ງເສີມພະລັງງານທາງເລືອກ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ວຽງຈັນໃນອາທິດແລ້ວນີ້. ເຊິ່ງມີການລົງນາມຂອງທ່ານ ວິໄລສັນ ພົມມີໄຊ ປະທານບໍລິສັດ ແລະ ທ່ານ ຈັນໂທ ມີລັດຕະນະເພັງ ຕາງໜ້າສະຖາບັນ.ທ່ານ (ປອ) ວິໄລສັນກ່າວວ່າ ທາງບໍລິສັດຈະເລີ່ມດຳເນີນການຄົ້ນຄວ້າໃນເດືອນເມສາ ຫຼັງຈາກປີໃໝ່ລາວ ແລະ ຈະໃຊ້ເວລາປະມານ 24 ເດືອນ.ອ່ານຕໍ່ ...

ໂຕະຂ່າວ

ໂຮງງານພະລັງງານແສງອາທິດຈະສະໜອງພະລັງງານໃຫ້ແກ່ເຂດເສດຖະກິດພິເສດທ່າແຂກ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຕ່າງຊາດຈະສ້າງໂຮງໄຟຟ້າພະລັງແສງອາທິດ ໃນພື້ນທີ່ 54.2 ເຮັກຕາໃນເຂດເສດຖະກິດພິເສດທີ່ແຂກ (SEZ) ແຂວງຄຳມ່ວນ. ຂໍ້ຕົກລົງການພັດທະນາໂຄງການໄດ້ມີການລົງນາມລະຫວ່າງຄະນະບໍລິຫານເຂດເສດຖະກິດພິເສດທ່າແຂກ ແລະ ບໍລິສັດ Hainan Zhenlin Industry/Eden Tours GMBH ຈຳກັດ ໃນອາທິດແລ້ວ.ອ່ານຕໍ່ ...

News Desk

ບໍລິສັດຈີນສົນໃຈລົງທຶນດ້ານພະລັງງານແສງອາທິດໃນລາວ

ບໍລິສັດຈີນ ຫາງຈູ ເຊັບຟາວ ເທັກໂນໂລຢີ ຈຳກັດສົນໃຈໃນການພັດທະນາພະລັງງານແສງອາທິດໃນລາວ ເນື່ອງຈາກປະເທດລາວມີພູມມິປະເທດທີ່ເໝາະສົມ ມີແສງຕາເວັນສ່ອງເກືອບຕະຫຼອດປີ.ປະຈຸບັນ ບໍລິສັດຄາດວ່າຈະດຳເນີນການສຶກສາຄວາມເປັນໄປໄດ້ກ່ຽວກັບການພັດທະນາໂຄງການພະລັງງານໄຟຟ້າແສງອາທິດເທິງໜ້າເຂື່ອນໄຟຟ້ານ້ຳງື່ມ 1 ໂດຍແນໃສ່ຊຸມຊົນບ້ານໂພນສະຫວາດ ເມືອງລ້ອງຊານ ແຂວງໄຊສົມບູນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

tG6P5
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!