ພະລັງງານຄວາມຮ້ອນໃຕ້ດິນສາມາດຜະຫຼິດປ້ອນໃຫ້ໄດ້ລາວ ຫຼາຍກວ່າ 600 ລ້ານໂດລາສະຫະລັດ ຕໍ່ປີ

ບໍລິສັດ ພັດທະນາ ແລະ ການລົງທຶນລາວ ຈຳກັດ (LDIC), ບໍລິສັດ GEIOS ການາດາ ແລະ ກຸ່ມບໍລິສັດ Wealth Power ຂອງຫວຽດນາມ (WPC) ໄດ້ລົງນາມໃນສັນຍາຮ່ວມທຶນໃນຫວຽດນາມ ກ່ຽວກັບໂຄງການພັດທະນາພະລັງງານຄວາມຮ້ອນໃຕ້ດິນໃນລາວ ເມື່ອບໍ່ດົນມານີ້. ພາຍໃຕ້​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ໃນ​ວັນ​ທີ 23 ມິຖຸນາ​ນີ້​ຢູ່​ນະຄອນ​ເຫ້ວ, ຫວຽດນາມ, ລາວ​ຈະ​ໄດ້​ຮັບ​ການ​ຊຸກຍູ້​ການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ​ໃຕ້​ດິນ​ເພື່ອ​ສະໜອງ​ໄຟຟ້າ 5.000 ​ເມ​ກາ​ວັດ​ໃຫ້​ຫວຽດນາມ. ລັດຖະບານລາວຈະໄດ້ຮັບເງິນປັນຜົນປະຈໍາປີຢ່າງໜ້ອຍ 613 ລ້ານໂດລາສະຫະລັດ ຈາກການຂາຍພະລັງງານທົດແທນເມື່ອໂຄງການດັ່ງກ່າວສຳເລັດ. 

ອ່ານເພິ່ມເຕີມ…

 

 

ມະນີພອນ ວົງພະຈັນ