ບໍລິສັດລາວຈະພັດທະນາໂຄງການພະລັງງານແສງອາທິດ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດລາວພັດທະນາຈຳກັດ ຈະເລີ່ມການຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ໃນການລົງທຶນ ແລະ ການພັດທະນາໃນໂຄງງານພະລັງງານແສງອາທິດທາງເລືອກ ໃນແຂວງຕ່າງໆໃນເດືອນໜ້າ ຫຼັງຈາກໄດ້ເຮັດຂໍ້ຕົກລົງກັບພາກສ່ວນລັດ.

ບໍລິສັດດັ່ງກ່າວໄດ້ລົງນາມຂໍ້ຕົກລົງການຮ່ວມມືດ້ານວິຊາການກັບສະຖາບັນສົ່ງເສີມພະລັງງານທາງເລືອກ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ວຽງຈັນໃນອາທິດແລ້ວນີ້. ເຊິ່ງມີການລົງນາມຂອງທ່ານ ວິໄລສັນ ພົມມີໄຊ ປະທານບໍລິສັດ ແລະ ທ່ານ ຈັນໂທ ມີລັດຕະນະເພັງ ຕາງໜ້າສະຖາບັນ.

ທ່ານ (ປອ) ວິໄລສັນກ່າວວ່າ ທາງບໍລິສັດຈະເລີ່ມດຳເນີນການຄົ້ນຄວ້າໃນເດືອນເມສາ ຫຼັງຈາກປີໃໝ່ລາວ ແລະ ຈະໃຊ້ເວລາປະມານ 24 ເດືອນ.

ອ່ານຕໍ່…

ໂຕະຂ່າວ