ໂຄງການເຂື່ອນໄຟຟ້ານໍ້າອູທີ່ພັດທະນາໂດຍບໍລິສັດຈີນຢູ່ລາວ ເລີ່ມດໍາເນີນການເຕັມຢ່າງຮູບແບບ

ພິທີໄດ້ຈັດຂື້ນໃນວັນອັງຄານ  ເພື່ອທີ່ຈະລິເລີ່ມການຜະລິດພະລັງງານທັງໝົດທີ່ 7 ແຫ່ງຂອງໂຄງການເຂື່ອນໄຟຟ້ານ້ຳອູ ທີ່ພັດທະນາໂດຍບໍລິສັດກໍ່ສ້າງພະລັງງານຂອງຈີນ (PowerChina). ພິທີໄດ້ຈັດຂຶ້ນໂດຍຜ່ານການປະຊຸມທາງວິດີໂອຢູ່ທີ່ຫ້ອງການ PowerChina ຂອງປັກກິ່ງ, ສູນປະຕິບັດງານ ແລະ ບໍາລຸງຮັກສານໍ້າອູຢູ່ໃນແຂວງຫຼວງພະບາງ ແລະ ຢູ່ໂຮງງານໄຟຟ້ານໍ້າອູ ແຫ່ງທີ່ 7 ທາງພາກເໜືອທີ່ສຳເລັດແລ້ວວ່າງບໍ່ດົນນີ້. ໂຄງການນ້ຳອູດັ່ງກ່າວ ນອນໃນສາຂາທີ່ໃຫຍ່ທີ່ສຸດຂອງແມ່ນ້ຳຂອງໃນລາວ ຊຶ່ງໄດ້ຖືກພັດທະນາເປັນສອງໄລຍະ, ໂດຍມີຄວາມຈຸທັງໝົດ 1.272 ລ້ານກິໂລວັດ ແລະ ສາມາດແຈກຈ່າຍພະລັງງານການຜະລິດປະຈຳປີປະມານ 5 ຕື້ກິໂລວັດໂມງ.

ໂຄງການນໍ້າອູ, ມີມູນຄ່າການລົງທຶນທັງທັງໝົດປະມານ 2,8 ຕື້ໂດລາຈາກບໍລິສັດຈີນ ແລະ ຈະຖືກໂອນໃຫ້ລັດຖະບານລາວຫຼັງຈາກດໍາເນີນການມາໄດ້ 29 ປີ.

ສືບຕໍ່ອ່ານ …

 

ແຫ່ງຂ່າວຊິນຫົວ