ເຂດເສດຖະກິດພິເສດ ບໍ່ເຕັນ ຄາດໝາຍການລົງທຶນ 11 ຕື້ກວ່າໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດ ບໍ່ເຕັນ ແຂວງຫຼວງນ້ຳທາ ຄາດຄະເນການລງທຶນຕ່ຳສຸດ US$10 ຕື້ໂດລາໃນການພັດທະນາພື້ນທີ່ທັງໝົດ, ຕາມຜູ້ຕາງໜ້າເຂດ.

ເຂດເສດຖະກິດດັ່ງກ່າວມີຊາຍແດນຕິດກັບບໍ່ຫານ ແຂວງຢຸນນານ, ປະເທດຈີນ ແລະ ເປັນສ່ວນໜຶ່ງຂອງການຮ່ວມມືດ້ານເສດຖະກິດທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ລະຫວ່າງລາວ ແລະ ຈີນ.

ໃນປີ 2016 ເຂດດັ່ງກ່າວມີເນື້ອທີ່ 16.4 ກິໂລຕາແມັດ ແຕ່ມາໃນປະຈຸບັນມີການຂະຫຍາຍເປັນ 700​ ກວ່າເຮັກຕາ. ສາທາລະນຸປະໂຫຍດຄົບວົງຈອນກຳລັງຢູ່ໃນໄລຍະກໍ່ສ້າງ ລຽບຕາມເສັ້ນທາງຫຼວງຂະໜາດຫົກເລນ ແລະ ພື້ນຖານໂຄງລ່າງອື່ນໆ.

ອ່ານຕໍ່…

 

ສຸກສະໄໝ ບູລົມ