ການພັດທະນາດ້ານສັງຄົມ

ການສຶກສາ ແລະ ການຝຶກອົບຮົມ

ອະດີດນັກສຶກສາອົສຕຣາລີຊຸກຍູ້ການຄຸ້ມຄອງດ້ານຊັບພະຍາກອນມະນຸດ

ອະດີດນັກສຶກສາຈາກອົສຕຣາລີ ສະໜັບສະໜູນການພັດທະນາຜູ້ບໍລິຫານດ້ານຊັບພະຍາກອນມະນຸດແບບມືອາຊີບໃນລາວ ໃນເວທີປະຊຸມວິຊາການດ້ານຊັບພະຍາກອນມະນຸດຄັ້ງທີສອງ ທີ່ວຽງຈັນ.ອ່ານຕໍ່ ...

ວຽງຈັນທາມສ໌

ມຊ ເປີດຫຼັກສູດປະລິນຍາຕີໃໝ່ ວິຊາເສດຖະສາດ ແລະ ການວາງແຜນການພັດທະນາ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຈະເປີດຫຼັກສູດປະລິນຍາຕີໃໝ່ໃນຂະແໜງເສດຖະສາດ ແລະ ການວາງແຜນການພັດທະນາ ໃນສົກສຶກສາ 2018-2019 ທີ່ຈະມາເຖິງນີ້. ກະຊວງສຶກສາທິການ ແລະ ກິລາ, ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຮ່ວມກັນຈັດຕັ້ງພິທີເປີດຫຼັກສູດໃໝ່ດັ່ງກ່າວໃນວັນພຸດນີ້ທີ່ວຽງຈັນ.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກກ່າວ: ຊັບພະຍາກອນມະນຸດເປັນກຸນແຈສຳລັບການລວມສູນດ້ານເສດຖະກິດຂອງອາຊຽນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ ເພື່ອສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ ແລະ ເຮັດໃຫ້ລາວສາມາດລວມຕົວເຂົ້າກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ທ່ານາຍົກໄດ້ໃຫ້ຄຳໂອວາດດັ່ງກ່າວແກ່ນັກສຶກສາ ແລະ ນັກວິຊາການ ທີ່ມະຫາວິທະຍາໄລແຂວງຈຳປາສັກ ໃນວັນສຸກທ່ີຜ່ານມານີ້.ອ່ານຕໍ່ ...

ວຽງຈັນທາມສ໌

ອົງການ CPA ອົດສະຕຣາລີ ແລະ ມຊ ຮ່ວມມືກັນສົ່ງເສີມອາຊີບສຳລັບນັກສຶກສາ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມມືກັບ ອົງການ CPA ອົດສະຕຣາລີ ເພື່ອສົ່ງເສີມການມີວຽກເຮັດງານທຳສຳລັບນັກສຶກສາ ໂດຍຜ່ານການສົ່ງເສີມທາງດ້ານການສຶກສາ. ມຊ ເປັນມະຫາວິທະຍາໄລແຫ່ງທຳອິດໃນລາວທີ່ສ້າງສາຍສຳພັນກັບ ອົງການ CPA ອົດສະຕຣາລີ ໜຶ່ງໃນອົງການການບັນຊີທີ່ໃຫຍ່ທີ່ສຸດໃນໂລກ ໂດຍການລົງນາມໃນຂໍ້ຕົກລົງ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຈະເລີ່ມນຳໃຊ້ຫຼັກສູດການສຶກສາຊັ້ນປະຖົມໃໝ່ໃນເດືອນກັນຍາ 2019

(ຂປລ) ຕັ້ງແຕ່ປີ 2015 ກະຊວງສຶກສາທິການ ແລະ  ກິລາ ໄດ້ດຳເນີນການປັບປຸງຫຼັກສູດຊັ້ນປະຖົມສາມັນສຶກສາແຫ່ງຊາດ ແລະ ທຳການພັດທະນາປຶ້ມແບບຮຽນ,​ ຄູ່ມືຄູ ແລະ ອຸປະກອນຕ່າງໆສຳລັບໂຮງຮຽນ.ອ່ານຕໍ່ ...

ຂປລ

ໂຄງການເພື່ອອະນາຄົດອັນສົດໃສສຳລັບເດັກຊົນນະບົດ

ເຂດຊົນນະບົດໃນແຂວງອຸດົມໄຊ ຈະໄດ້ຮັບການຊ່ວຍເຫຼືອໃນການພັດທະນາດ້ານການສຶກສາ ຜ່ານໂຄງການ “ສະໜັບສະໜູນ ແລະ ສົ່ງເສີມຂະແໜງການສຶກສາໃນຊົນນະບົດ” ເຊິ່ງເປັນໂຄງການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ໂຄງການເດັກອາຊີຊ່ວຍລາວ.ອ່ານຕໍ່ ...

ວຽງຈັນທາມສ໌

ກະຊວງທົບທວນຫຼັກສູດການສຶກສາລະດັບປະລິຍາຕີຂອງວິທະຍາໄລ

ການຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ວິທະຍາໄລພາກລັດ ແລະ ເອກະຊົນ ຍື່ນບົດສະເໜີໃນການເປີດຫຼັກສູດການສຶກສາຊັ້ນສູງ ແລະ ປະລິນຍາຕີຄືນໃໝ່ ຫຼັງຈາກໄດ້ມີການປິດການໃຫ້ບໍລິການຫຼັກສູດດັ່ງກ່າວຊົ່ວຄາວແຕ່ສົກການສຶກສາ 2013-14. ວິທະຍາໄລຂອງລັດ ແລະ ເອກະຊົນຫຼາຍແຫ່ງໃນວຽງຈັນ ແລະ ຕ່າງແຂວງ ສາມາດຍື່ນບົດສະເໜີຕໍ່ກົມການສຶກສາຊັ້ນສູງຂອງກະຊວງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງປະເມີນຄືນຄວາມສາມາດໃນການສິດສອນຫຼັກສູດດັ່ງກ່າວ ອີງຕາມການລາຍງານຈາກທາງການອ່ານຕໍ່ ...

ວຽງຈັນທາມສ໌

ກະຊວງຈະສ້າງການສຶກສາໃຫ້ເຂົ້າເຖິງເດັກນ້ອຍໃນຊົນນະບົດທົ່ວເຖິງຍິ່ງຂຶ້ນ

ກະຊວງສຶກສາ ແລະ ກິລາ ວາງແຜນເພີ່ມໂອກາດໃຫ້ແກ່ເດັກນ້ອຍຊົນນະບົດໄດ້ເຂົ້າເຖິງການສຶກສາ ໂດຍການສ້າງຫ້ອງຮຽນ ແລະ ຫໍພັກສຳລັບຄູເພີ່ມເຕີມ. ກະຊວງໄດ້ປະກາດການລິເລີ່ມດັ່ງກ່າວໃນກອງປະຊຸມ ເພື່ອຄຳນັບຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...

ວຽງຈັນທາມສ໌

ເກົາຫຼີຍົກລະດັບຄວາມຮູ້ດ້ານໄອທີ ໃຫ້ແກ່ຊາວໜຸ່ມທີ່ສູນກາງຊາວໜຸ່ມ

ຊາວໜຸ່ມລາວໄດ້ຮັບການຝຶກອົບຮົມກ່ຽວກັບການພັດທະນາແອປລິເຄຊັນ iOS ຂອງ Apple ເຊິ່ງເປັນສ່ວນໜຶ່ງຂອງການສ້າງຄວາມສາມາດດ້ານໄອທີ ຢູ່ສູນກາງຊາວໜຸ່ມ ຊຶ່ງສະໜັບສະໜູນໂດຍອົງການຮ່ວມມືສາກົນເກົາຫຼີ (KOICA).ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

CuSGv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!