ວິທະຍາສາດ ແລະ ເຕັກໂນໂລຊີ

ການສຶກສາ ແລະ ການສົ່ງເສີມດ້ານວິທະຍາສາດ ແລະ ເຕັກໂນໂນຊີ

ກະ​ຊວງຖວ​ພິຈາລະນາການ​ຮ່ວມ​ມື​ກັບ​ຜູ້​ບໍ​ລິ​ການ​ການ​ບໍ​ລິ​ການ​ທ່ອງ​ທ່ຽວຮູບແບບ​ອອນ​ລາຍ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍາລັງພິຈາລະນາຮ່ວມມືກັບ ບໍລິສັດ Booknea Inc., ບໍລິສັດທ່ອງທ່ຽວອອນໄລນ໌ຂອງລາວ ເພື່ອສົ່ງເສີມການຂະຫຍາຍຕົວຂອງການທ່ອງທ່ຽວດ້ວຍການບໍລິການໂຄສະນາຜ່ານແອັບ Booknea. ນາງ ດາຣານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາແລະການທ່ອງທ່ຽວໄດ້ກ່າວວ່າ: “ການນໍາໃຊ້ແອັບນີ້, ພວກເຮົາຈະເຜີຍແຜ່, ໂຄສະນາແລະ ເຜີຍແຜ່ຂໍ້ມູນກ່ຽວກັບອຸດສາຫະກໍາການທ່ອງທ່ຽວເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວແລະຜົນປະໂຫຍດຈາກການນໍາໃຊ້ດິຈິຕອນ”.ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ຄວາມຫຍຸ້ງຍາກໃນລະບົບການຮຽນທາງໄກ ນຳໄປສູ່ການຊຸກຍູ້ໃຫ້ມີການສັກວັກຊິນໃຫ້ແກ່ເດັກນ້ອຍ

ການເຂົ້າເຖິງລະບົບອິນເຕີເນັດທີ່ຕ່ຳ ແລະ ບັນຫາອື່ນໆ ລວມທັງຂໍ້ຈຳກັດທາງດ້ານງົບປະມານ ໄດ້ເຮັດໃຫ້ການຫັນປ່ຽນໄປເປັນການຮຽນອອນລາຍເກີດຄວາມຫຍຸ້ງຍາກສຳລັບນັກຮຽນ ແລະ ຄູອາຈານຂອງໂຮງຮຽນລັດ. ປັດຈຸບັນ, ອຳນາດລັດໄດ້ມີຄວາມມຸ່ງຫວັງວ່າພາຍຫຼັງການສັກຢາວັກຊິນໃຫ້ເດັກນ້ອຍນັບແຕ່ອາຍຸ 12-17 ປີແລ້ວ, ໂຮງຮຽນກໍຈະສາມາດກັບເປີດຄືນຕາມປົກກະຕິໄດ້.   ອ່ານເພິ່ມເຕີມ  ...

ລັດສະໝີ ພອນວິໄລ

ການຮຽນອອນລາຍປະສົບບັນຫາຫຍຸ້ງຍາກທ່າມກາງສະຖານະການໂຄວິດ-19

ປັດຈຸບັນ, ຫ້ອງການການຮຽນ ແລະ ກິລາ ໄດ້ເກັບກຳຂໍ້ມູນໂຮງຮຽນທີ່ໄດ້ຈັດການຮຽນ-ການສອນອອນລາຍໂດຍຜ່ານຈໍຊຸມ; ຫົວໜ້າອຳນວຍການກົມການສຶກສາ ແລະ ກິລາໄດ້ກ່າວວ່າ: “ການສອນອອນລາຍບໍ່ສາມາດຖ່າຍທອດຜົນການຮຽນໄດ້ດີເທົ່າທີ່ຄວນ ແລະ ມັນກໍເປັນບັນຫາໃຫ້ບັນດາໂຮງຮຽນລັດ ແລະ ເອກະຊົນ ພ້ອມທັງຜູ້ປົກຄອງທີ່ຍັງບໍ່ມີຄວາມພ້ອມຕໍ່ລະບົບດັ່ງກ່າວ”. ອ່ານເພິ່ມເຕີມ .  ...

ຂ່າວສານປະເທດລາວ

ໂອກາດທາງດິຈິຕອລ໌ ​ເພື່ອອະນາຄົດຂອງລາວ

(ຂປລ) ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຮ່ວມກັບທະນາຄານໂລກ ຈັດຕັ້ງກອງປະຊຸມວິຊາການໃນຫົວຂໍ້ “ໂອກາດທທາງດິຈິຕອລ໌ ເພື່ອການແຂ່ງຂັນທີ່ຫຼາຍຂຶ້ນໃນອະນາຄົດ” ຂຶ້ນໃນວັນທີ 28 ພະຈິກນີ້.ກອງປະຊຸມດັ່ງກ່າວ ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຕາງໜ້າຈາກຂະແໜງເອກະຊົນ ແລະ ຊ່ຽວຊານຕ່າງປະເທດ, ໄດ້ມີການຫາລືກ່ຽວກັບເສດຖະກິດຍຸກດິຈິຕອລ໌, ທ່າແຮງຂອງມັນທີ່ມີຜົນຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ວິທີການເພື່ອຮັບປະກັນວ່າຄົນລາວ ສາມາດສ້າງປະໂຫຍດຈາກໂອກາດທາງດິຈິຕອລ໌ໄດ້ຫຼາຍຂຶ້ນ ໃນທົ່ວປະເທດ.ກອງປະຊຸມດັ່ງກ່າວແມ່ນເລັ່ງໃສ່ຄວາມຈຳເປັນເພື່ອກ້າວໄປສູ່ການຂ້າມຜ່ານ ສູ່ຍຸກດິຈິຕອລ໌ ໃນ ສປປ ລາວ ເຮັດໃຫ້ປະເທດລາວໄດ້ຮັບປະໂຫຍດຈາກໂອກາດ ທີ່ມາຄຽງຄູ່ກັບການເຊື່ອມຕໍ່ທາງດິຈິຕອລ໌.ອ່ານຕໍ່ ...

ໂຕະຂ່າວ ຂປລ

ສິງກະໂປ ສືບຕໍ່ການຮ່ວມມືກັບລາວ ໃນດ້ານຊັບສິນທາງປັນຍາ ເພື່ອສົ່ງເສີມການຂະຫຍາຍຕົວດ້ານນະວັດຕະກຳຂອງອາຊຽນ

(ຂປລ) ບັນດາວິສາຫະກິດໃນອາຊຽນ ຈະໄດ້ຮັັບຜົນປະໂຫຍດຈາກການຮ່ວມມືທາງດ້ານຊັບສິນທາງປັນຍາ ທີ່ມີການເຊັນຕົກລົງລະຫວ່າງສິງກະໂປ ແລະ ສປປ ລາວ. ເຊິ່ງຈະເຮັດໃຫ້ວິສາຫະກິດດ້ານນະວັດຕະກຳ ສາມາດເຂົ້າເຖິງຕະຫຼາດຂອງສອງປະເທດ ເຊິ່ງມີປະຊາກອນລວມກັນ 12.5 ລ້ານຄົນ ໄດ້ໄວຍິ່ງຂຶ້ນ.ບົດບັນທຶກການຕົກລົງ ໄດ້ມີການລົງນາມໃນວັນທີ 27 ພະຈິກນີ້ ໂດຍທ່ານ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເທັກໂນໂນຢີຂອງລາວ ແລະ ທ່ານ ດາເຣັນ ຕັງ ຫົວໜ້າຫ້ອງການຊັບສິນທາງປັນຍາຂອງສິງກະໂປ ໃນກອງປະຊຸມຍ່ອຍຫົວໜ້າຫ້ອງການຄຸ້ມຄອງຊັບສິນທາງປັນຍາ ອາຊຽນ-ເກົາຫຼີ ຄັ້ງທີ 2 ທີ່ນະຄອນຫຼວງໂຊນ, ເກົາຫຼີ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ລັດຖະບານອິນເດຍສະໜັບສະໜູນໂຄງການຝຶກອົບຮົມສຳລັບນັກວິຊາການລາວ

ລັດຖະບານເດຍສະໜັບສະໜູນຫຼັກສູດພະນັກງານວິຊາການ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະກ່ຽວກັບຊັອບແວ ລາວ-ອິນເດຍ (CESDT) ຂອງສະຖາບັນເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ເຊິ່ງເປັນສ່ວນໜຶ່ງຂອງໂຄງການມູນຄ່າ US$1.3 ລ້ານໂດລາ.ໂຄງການ CESDT ແຕ່ປີ 2017-2019 ແມ່ນພາລະກິດການຮ່ວມມືລະຫວ່າງສະຖາບັນເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (IICT) ພາຍໃຕ້ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ແລະ ສູນພັດທະນາການຄັອມພິວເຕີລະດັບສູງຂອງອິນເດຍ (C-DAC). ອ່ານຕໍ່ ...

ສຸກສະໄໝ ບຸບຜານຸວົງ

ກອງປະຊຸມວິຊາການຊ່ວຍຍົກລະດັບການຮຽນຮູ້ກ່ຽວກັບໜ່ວຍປະມວນຜົນຂະໜາດນ້ອຍໃນການອອກແບບຫຸ່ນຍົນ

ອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ໂຮງຮຽນວິທະຍາໄລແຂວງວຽງຈັນ ແລະ ຫຼວງພະບາງ ເຂົ້າຮ່ວມກອງປະຊຸມວິຊາການກ່ຽວກັບການນຳໃຊ້ໜ່ວຍປະມວນຜົນຂະໜາດນ້ອຍໃນການອອກແບບຫຸ່ນຍົນ.ຄູອາຈານ ແລະ ນັກສຶກສາຈະໄດ້ນຳໃຊ້ຄວາມຮູ້ ແລະ ທັກສະໃໝ່ທີ່ໄດ້ຮຽນຮູ້ນີ້ ເຂົ້າໃນການພັດທະນາ ແລະ ອອກແບບຫຸ່ນຍົນຂອງຕົນ ເພື່ອເຂົ້າຮ່ວມໃນການແຂ່ງຂັນຫຸ່ນຍົນຄົ້ງທີ 15 ໃນເດືອນມິນາປີໜ້າ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ງານວາງສະແດງໄອຊີທີເນັ້ນນຳສະເໜີຄວາມສາມາດທາງດິຈິຕອລ໌ຂອງລາວ

ກະຊວງໄປສະນີ ແລະ ໂທລະຄົມມະນາຄົມໄດ້ເປັນເຈົ້າພາບຈັດງານວາງສະແດງເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ທີ່ວຽງຈັນ ແຕ່ວັນທີ 26-30 ມິຖຸນານີ້ ເພື່ອຈັດສະແດງນະວັດຕະກຳດ້ານເທັກໂນໂລຢີ ແລະ ດິຈິຕອລ໌ຫຼ້າສຸດ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ເຂົ້າຮ່ວມພິທີເປີດງານຢ່າງເປັນທາງການທີ່ໂຮງແຮມດອນຈັນພາເລັສ໌ ໃນວັນອັງຄານຜ່ານມານີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ສູນກາງຊາວໜຸ່ມໄດ້ຮັບການສົ່ງເສີມດ້ານເທັກໂນໂລຢີຜ່ານສູນ IT ແຫ່ງໃໝ່

ສູນເທັກໂນໂລຢີຂໍ້ມູນຂ່າວສານເພື່ອເດັກ-ໄວໜຸ່ມ ພາຍໃຕ້ທຶນຊ່ວຍເຫຼືອກວ່າ US$3 ລ້ານໂດລາຈາກອົງການຮ່ວມມືສາກົນເກົາຫຼີ (KOICA) ເພື່ອຊ່ວຍເຫຼືອສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ນະຄອນວຽງຈັນໃນອາທິດນີ້.ເປົ້າໝາຍຂອງສູນດັ່ງກ່າວແມ່ນເພື່ອຍົກລະດັບຄວາມຮູ້ ແລະ ທັກສະດ້ານ IT ໃຫ້ແກ່ຊາວໜຸ່ມລາວ ເພື່ອເພີ່ມທະວີການມີສ່ວນຮ່ວມຂອງເຂົາເຈົ້າໃນການສ້າງສາພັດທະນາປະເທດຊາດ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວຕ້ອງການຊ່ຽວຊານດິຈິຕອລເພື່ອຂັບເຂື່ອນການພັດທະນາ: ຕາມລັດຖະມົນຕີ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຕ້ອງຜະລິດຊ່ຽວຊານທາງດິຈິຕອລ ເພື່ອສ້າງພື້ນຖານດ້ານເຕັກໂນໂລຊີທີ່ເຂັ້ມແຂງເພື່ອການນຳໃຊ້ ແລະ ການບໍລິການ  ເພື່ອສະໜອງກັບຄວາມຕ້ອງການໃນການພັດທະນາປະເທດຊາດໃນອະນາຄົດ, ຕາມເຈົ້າໜ້າທີ່ການນຳ.ທ່ານ ສຈ ປອ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຄຳແນະນະໃນກອງປະຊຸມການນຳໃຊ້ເຕັກໂນໂລຊີດິຈິຕອລ ແລະ ຍຸກອຸດສາຫະກຳ 4.0 ທີ່ວຽງຈັນວານນີ້.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

NMfHa
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!