ໂອກາດທາງດິຈິຕອລ໌ ​ເພື່ອອະນາຄົດຂອງລາວ

(ຂປລ) ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຮ່ວມກັບທະນາຄານໂລກ ຈັດຕັ້ງກອງປະຊຸມວິຊາການໃນຫົວຂໍ້ “ໂອກາດທທາງດິຈິຕອລ໌ ເພື່ອການແຂ່ງຂັນທີ່ຫຼາຍຂຶ້ນໃນອະນາຄົດ” ຂຶ້ນໃນວັນທີ 28 ພະຈິກນີ້.

ກອງປະຊຸມດັ່ງກ່າວ ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຕາງໜ້າຈາກຂະແໜງເອກະຊົນ ແລະ ຊ່ຽວຊານຕ່າງປະເທດ, ໄດ້ມີການຫາລືກ່ຽວກັບເສດຖະກິດຍຸກດິຈິຕອລ໌, ທ່າແຮງຂອງມັນທີ່ມີຜົນຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ວິທີການເພື່ອຮັບປະກັນວ່າຄົນລາວ ສາມາດສ້າງປະໂຫຍດຈາກໂອກາດທາງດິຈິຕອລ໌ໄດ້ຫຼາຍຂຶ້ນ ໃນທົ່ວປະເທດ.

ກອງປະຊຸມດັ່ງກ່າວແມ່ນເລັ່ງໃສ່ຄວາມຈຳເປັນເພື່ອກ້າວໄປສູ່ການຂ້າມຜ່ານ ສູ່ຍຸກດິຈິຕອລ໌ ໃນ ສປປ ລາວ ເຮັດໃຫ້ປະເທດລາວໄດ້ຮັບປະໂຫຍດຈາກໂອກາດ ທີ່ມາຄຽງຄູ່ກັບການເຊື່ອມຕໍ່ທາງດິຈິຕອລ໌.

ອ່ານຕໍ່…

ໂຕະຂ່າວ ຂປລ