ວິທະຍາສາດ ແລະ ເຕັກໂນໂລຊີ

ການຄົ້ນຄວ້າ ແລະ ການພັດທະນາດ້ານວິທະຍາສາດ ແລະ ເຕັກໂນໂລຊີ

ສິງກະໂປ ສືບຕໍ່ການຮ່ວມມືກັບລາວ ໃນດ້ານຊັບສິນທາງປັນຍາ ເພື່ອສົ່ງເສີມການຂະຫຍາຍຕົວດ້ານນະວັດຕະກຳຂອງອາຊຽນ

(ຂປລ) ບັນດາວິສາຫະກິດໃນອາຊຽນ ຈະໄດ້ຮັັບຜົນປະໂຫຍດຈາກການຮ່ວມມືທາງດ້ານຊັບສິນທາງປັນຍາ ທີ່ມີການເຊັນຕົກລົງລະຫວ່າງສິງກະໂປ ແລະ ສປປ ລາວ. ເຊິ່ງຈະເຮັດໃຫ້ວິສາຫະກິດດ້ານນະວັດຕະກຳ ສາມາດເຂົ້າເຖິງຕະຫຼາດຂອງສອງປະເທດ ເຊິ່ງມີປະຊາກອນລວມກັນ 12.5 ລ້ານຄົນ ໄດ້ໄວຍິ່ງຂຶ້ນ.ບົດບັນທຶກການຕົກລົງ ໄດ້ມີການລົງນາມໃນວັນທີ 27 ພະຈິກນີ້ ໂດຍທ່ານ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເທັກໂນໂນຢີຂອງລາວ ແລະ ທ່ານ ດາເຣັນ ຕັງ ຫົວໜ້າຫ້ອງການຊັບສິນທາງປັນຍາຂອງສິງກະໂປ ໃນກອງປະຊຸມຍ່ອຍຫົວໜ້າຫ້ອງການຄຸ້ມຄອງຊັບສິນທາງປັນຍາ ອາຊຽນ-ເກົາຫຼີ ຄັ້ງທີ 2 ທີ່ນະຄອນຫຼວງໂຊນ, ເກົາຫຼີ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ບໍລິສັດນ້ຳເທີນ 2, ສະຖາບັນ IRD ລົງນາມໃນຂໍ້ຕົກລົງການຮ່ວມມື ດ້ານວິທະຍາສາດ ແລະ ວິຊາການ

(ຂປລ) ບໍລິສັດໄຟຟ້ານ້ຳເທີນ 2 ແລະ ສະຖາບັນຄົ້ນຄ້ວາເພື່ອການພັດທະນາແຫ່ງປະເທດຝຼັ່ງ (IRD) ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະ ວິຊາການ ເພື່ອສົ່ງເສີມການຕິດຕາມລະບົບນິເວດທາງນ້ຳ ໃນອ່າງນ້ຳເທີນ 2.ພິທີເຊັນຂໍ້ຕົກລົງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກນີ້ ທີ່ຫ້ອງການອົງການຝຼັ່ງໂກໂຟນ (AUF) ເຊິ່ງຕັ້ງຢູ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ວິທະຍາເຂດດົງໂດກ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ລາວ: ຄະນະລັດຖະບານຈັດຕັ້ງການສຶກສາການນຳໃຊ້ກັນຊາໃນທາງການແພດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຖະແຫຼງການຈັດຕັ້ງຄະນະສະເພາະກິດ ເພື່ອດຳເນີນການສຶກສາຄົ້ນຄວ້າ ກ່ຽວກັບການນຳໃຊ້ກັນຊາໃນທາງການແພດ.ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການແຕ່ງຕັ້ງໃຫ້ທ່ານ ຮສ.ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ນຳພາຄະນະ.ຄະນະກຳມະການດັ່ງກ່າວຈະມີໜ້າທີ່ດຳເນີນການສຶກສາກ່ຽວກັບການນຳໃຊ້ກັນຊາໃນທາງການແພດ ກໍຄືຜົນກະທົບທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ເພື່ອຮັບປະກັນໃຫ້ສອດຄ່ອງຕາມລະບຽບການສາກົນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/laos-govt-committee-formed-study-medicinal-marijuana-104728

ລາວຈະພັດທະນາຊັອບແວໄມໂຄຣຊັອບອອຟ໌ຟິດສ໌ເປັນພາສາລາວພາຍໃຕ້ການຊ່ວຍເຫຼືອຂອງເກົາຫຼີ

ບໍລິສັດພັດທະນາຊັອບແວຂອງເກົາຫຼີໃຕ້ ຮັນຄອມ ໄດ້ຖະແຫຼງວ່າຈະສະໜັບສະໜູນລາວໃນການພັດທະນາຊັອບແວໄມໂຄຣຊັອບອອຟ໌ຟິດສ໌ເປັນພາສາລາວ. ໃນປະຈຸບັນ ຊັອບແວໄມໂຄຣຊັອບເວີດ ແລະ ໄມໂຄຣຊັອບອອຟ໌ຟິດສ໌ ກໍຄືລະບົບຊອບແວກູເກິ້ນດ໊ອກ ໄດ້ມີການນຳໃຊ້ຢ່າງແຜ່ຫຼາຍໃນລາວ.ພາຍໃຕ້ບົດບັດທຶກຄວາມເຂົ້າໃຈທີ່ລົງນາມລະຫວ່າງບໍລິສັດ ຮັນຄອມ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ສະບັບວັນທີ 8 ສິງຫາ, ບໍລິສັດ ຮັນຄອມ ກ່າວວ່າທາງບໍລິສັດບໍ່ພຽງແຕ່ຈະສະໜັບສະໜູນລັດຖະບານລາວໃນການພັດທະນາຊອບແວເທົ່ານັ້ນ, ແຕ່ຍັງຈະສົ່ງເສີມເປົ້າໝາຍຂອງລາວໃນການສ້າງລັດຖະບານແບບອີເລັກໂທຣນິກ (e-Government).ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/09/laos-to-develop-localized-office-software-with-korean-support/

WhatsApp ແມ່ນແອັບມືຖືທີ່ນິຍົມໃຊ້ທີ່ສຸດໃນລາວ

WhatsApp ແມ່ນແອັບມືຖືທີ່ນິຍົມໃຊ້ທີ່ສຸດໃນລາວ ຕາມການສຳຫຼວດຂອງອົງການສົ່ງເສີມການຄ້າ-ການລົງທຶນເກົາຫຼີ (Kotra).“WhatsApp ແມ່ນແອັບມືຖືທີ່ເປັນທີ່ນິຍົມທີ່ສຸດໃນກຸ່ມນັກສົ່ງຂໍ້ຄວາມໃນລາວ ເຊິ່ງມີຄວາມສະດວກຕໍ່ນຳໃຊ້ໃນການສື່ສານຜ່ານໝາຍເລກໂທລະສັບທີ່ຕັ້ງໃສ່ໃນໂທລະສັບມືຖື” ອົງການ Kotra ລາຍງານ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/12/whatsapp-the-most-popular-mobile-app-in-laos/

ລາວຕ້ອງການເທັກໂນໂລຢີດິຈິຕອລ໌ ເພື່ອຂັບເຂື່ອນການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈຳເປັນຕ້ອງນຳໃຊ້ທ່າແຮງຈາກເທັກໂນໂລຊີດິຈິຕອລ໌ ເພື່ອຂັບເຂື່ອນການພັດທະນາດ້ານເສດຖະກິດ ແລະ ຕ້ອງມີລະບົບທີ່ພຽງພໍເພື່ອຂ້າມຜ່ານສິ່ງທ້າທາຍໃນອະນາຄົດ.ນີ້ແມ່ນຂໍ້ຄວາມຈາກທ່ານ ຫຸມພັນ ອິນທິລາດ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໃນລະຫວ່າງກອງປະຊຸມສຳມະນາ ການຫັນສູ່ຍຸກອຸດສາຫະກຳ 4.0 ທີ່ວຽງຈັນ ອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ຮອງນາຍົກແນະນຳກ່ຽວກັບການພັດທະນາ ICT ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) — ວານນີ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີໄດ້ແນະນຳຂະແໜງການໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ສືບຕໍ່ພັດທະນາ ແລະ ຂະຫຍາຍພື້ນຖານໂຄງລ່າງທາງດ້ານເຕັກໂນໂລຊີຂໍໍ້ມູນຂ່າວສານ ແລະ ການຄົມມະນາຄົມແຫ່ງຊາດ.ໂດຍສະເພາະທ່ານໄດ້ສົ່ງເສີມກ່ຽວກັບການສືບຕໍ່ການນຳໃຊ້ເຕັກໂນໂລຊີໃໝ່ໆ ເຂົ້າໃນການເຊື່ອມຕໍ່ກັບພາກພື້ນ ແລະ ບັນດາປະເທດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລັດຖະບານລາວມອບຫຼຽນກາໃຫ້ແກ່ນັກຄົ້ນຄວ້າດີເດັ່ນຈາກລາດຊະອານາຈັກ

ລັດຖະບານລາວໄດ້ມອບຫຼຽນກາແຮງງານໃຫ້ແກ່ນັກຄົ້ນຄວ້າຈາກລາດຊະອານາຈັກ ເພື່ອຊົມເຊີຍຕໍ່ຜົນງານການປະກອບສວ່ນດີເດັ່ນທີ່ທ່ານໄດ້ສ້າງກ່ຽວກັບຄຸນນະພາບໃນຫ້ອງທົດລອງ ແລະ ລະບົບຄຸ້ມຄອງຂໍ້ມູນໃນຫ້ອງທົດລອງຈຸລະຊີບໂຮງໝໍມະໂຫສົດ ວຽງຈັນ.ພິທີມອບຫຼຽນກາດັ່ງກ່າວໃຫ້ແກ່ທ່ານ (ສຈ) ເດວິດ ອະລັນ ເບຣດ ດານສ໌ ແມ່ນຈັດໂດຍທ່ານ (ຮສ) ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃນວັນອັງຄານທີ່ 12 ມີນາ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ກະຊວງການເງິນຈະໃຊ້ງົບປະມານ US$20 ລ້ານໂດລາໃນການຍົກລະດັບວຽກງານ ICT 

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການເງິນຄາດວ່າຈະເດີນໜ້າການປະຕິຮູບຄັ້ງໃຫຍ່ໃນຄະນະບໍລິຫານການເງິນ ເພື່ອກ້າວໄປສູ່ການນຳໃຊ້ລະບົບທັນສະໄໝ ຜ່ານໂຄງການເສີມຂະຫຍາຍດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ແລະ ການຝຶກທັກສະ.ໜຶ່ງໃນໂຄງການການຮ່ວມມືທີ່ສຳຄັນທີ່ສຸດ ແມ່ນແຜນພັດທະນາຍຸດທະສາດຮ່ວມລະຫວ່າງລັດຖະບານ ແລະ ທະນາຄານໂລກ ປີ 2019-2025, ເຊິ່ງກະຊວງການເງິນ, ໃນນາມຂອງລັດຖະບານ, ໄດ້ຕັ້ງເປົ້າງົບປະມານໄວ້ທີ່ US$20 ລ້ານໂດລາສຳລັບໂຄງການພັດທະນາຄວາມສາມາດດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ

ນັກສຶກສາມະຫາວິທະຍາໄລລົງທະບຽນສອບເສັງເຂົ້າຮຽນແບບອອນໄລ

ປະຈຸບັນມີນັກສຶກສາຫຼາຍກວ່າ 12,000 ຄົນທີ່ໄດ້ລົງທະບຽນສອບເສັງເພື່ອເຂົ້າຮຽນທີ່ມະຫາວິທະຍາໄລແຫ່ງຊາດສຳລັບສົກການສຶກສາທີ່ຈະມາເຖິງ ຜ່ານລະບົບອອນໄລ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8mvYF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!