ລາວ: ຄະນະລັດຖະບານຈັດຕັ້ງການສຶກສາການນຳໃຊ້ກັນຊາໃນທາງການແພດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຖະແຫຼງການຈັດຕັ້ງຄະນະສະເພາະກິດ ເພື່ອດຳເນີນການສຶກສາຄົ້ນຄວ້າ ກ່ຽວກັບການນຳໃຊ້ກັນຊາໃນທາງການແພດ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການແຕ່ງຕັ້ງໃຫ້ທ່ານ ຮສ.ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ນຳພາຄະນະ.

ຄະນະກຳມະການດັ່ງກ່າວຈະມີໜ້າທີ່ດຳເນີນການສຶກສາກ່ຽວກັບການນຳໃຊ້ກັນຊາໃນທາງການແພດ ກໍຄືຜົນກະທົບທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ເພື່ອຮັບປະກັນໃຫ້ສອດຄ່ອງຕາມລະບຽບການສາກົນ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/laos-govt-committee-formed-study-medicinal-marijuana-104728