Gender

ສາທາລະນະສຸກ

ອົງການ UNFPA ແລະ ກະຊວງສາທາລະນະສຸກຂອງລາວ ໄດ້ຮ່ວມກັນສ້າງຂີດໝາຍໃນວັນສຳຄັນຂອງການແພດຜະດຸງຄັນ

ງານພົບປະທາງອອນລາຍຈັດຂື້ນໂດຍກະຊວງສາທາລະນະສຸກ ພາຍໃຕ້ການຮ່ວມມືຈາກກອງທຶນເພື່ອປະຊາກອນຂອງອົງການສະຫະປະຊາຊາດ ປະຈຳລາວ ພາຍໃຕ້ຫົວຂໍ້: “ຕິດຕາມຂໍ້ມູນ, ລົງທຶນໃສ່ຂະແໜງການແພດຜະດຸງຄັນ” ໂດຍເນັ້ນໃສ່ບົດບາດຄວາມສຳຄັນຂອງວຽກງານຜະດຸງຄັນ ແລະ ເດັກນ້ອຍ ທີ່ຍັງມີຄວາມຕ້ອງການການຊ່ວຍເຫຼືອ. ສິ່ງສຳຄັນຂອງຂະບວນການ SRMNAH ໃນ ສປປ ລາວນີ້ ໄດ້ຮັບການປັບປຸງຈາກ 19% ໃນປີ 2014 ມາເປັນ 62% ທຽບກັບບົດລາຍງານ SoWMy (2021) ທີ່ຜ່ານມາ, ມີພຽງແຕ່ປະມານ 12% ຂອງແພດຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມຢ່າງເຕັມສ່ວນຕາມມາດຕະຖານສາກົນ.ອ່ານເພິ່ມເຕີມ.  ...

ຂ່າວສານປະເທດລາວ

ວັກຊິນໄຟເຊີ (Pfizer) ຈະຖືກນຳໃຊ້ເພື່ອປົກປ້ອງກຸ່ມທີ່ມີຄວາມສ່ຽງຫຼາຍທີ່ສຸດ

ການສົ່ງຢາວັກຊີນ 100,620  ໂດສ ໄດ້ມາຮອດລາວໃນວັນຈັນ, ໂດຍການໃຫ້ບໍລິສັດ COVAX Facility ເປັນຄູ່ຮ່ວມມືລະຫວ່າງອົງການ ນະວັດຕະກຳເພື່ອຕ້ານພະຍາດລະບາດ, Gavi, ໜ່ວຍງານວັກຊິນພັນທະມິດ, ອົງການ UNICEF, ແລະ ອົງການອະນາໄມໂລກ (WHO).ລັດຖະບານຈະນຳໃຊ້ປະລິມານດັ່ງກ່າວ ເພື່ອສັກໃຫ້ແກ່ປະຊາຊົນຈຳນວນ 50.300 ສຳລັບກຸ່ມສ່ຽງ ແລະມີພະຍາດປະຈຳຕົວ; ການສັກຢາວັກຊີນຮອບໃໝ່ ຈະເລີ່ມຕົ້ນໃນເດືອນໜ້າ, ໂດຍຈະໃຊ້ໃນນະຄອນຫຼວງວຽງຈັນ ແລະ ບາງນະຄອນ/ແຂວງໃຫຍ່ຕາມລຳດັບຂອງຈຳນວນທີ່ມີການແຜ່ລະບາດຫຼາຍໃນຊຸມຊົນ. ອ່່ານເພິ່ມເຕີມ   ...

ເພັດໂພໄຊ ແສງປະເສີດ

ພາກສ່ວນສັງຄົມພົນລະເຮືອນປະກອບສ່ວນຊຸກຍູ້ລັດຖະບານເພື່ອຮັບມືກັບການປ້ອງກັນພະຍາດລະບາດ COVID-19 ຢູ່ບັນດາ10 ທົ່ວປະເທດ

ໃນວັນທີ 28 ພຶດສະພາ, 10 ອົງການຈັດຕັ້ງທາງສັງຄົມພົນລະເຮືອນ (CSOs)  ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ເພື່ອຕອບສະໜອງ ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນ 10 ແຂວງທົ່ວປະເທດລາວ. ຊຶ່ງເປັນຂໍ້ຕົກລົງຮ່ວມກັບ Plan International ກຳນົດເວລາ 12 ເດືອນ ເພື່ອຈັດຕັ້ງປະຕິບັດກິດຈະກຳ ເພື່ອປ້ອງກັນ ແລະ ຫຼຸດຜ່ອນການລະບາດ COVID-19 ຫຼື (CiSAC) ໃນໄລຍະຍາວ. ໂຄງການນີ້ແມ່ນທຶນສະໜັບສະໜູນຈາກສະຫະພາບເອີຣົບຕໍ່ລັດຖະບານລາວ.ອ່ານເພິ່ມເຕີມ   ...

ຂ່າວສານປະເທດລາວ

ໂຮງໝໍພາກສະໜາມແຫ່ງທີສອງໄດ້ເປີດນຳໃຊ້

ສະໜາມກິລາໃນຮົ່ມລ້ານຊ້າງ ໄດ້ຖືກປັບປຸງໃຫ້ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ປ່ວຍພະຍາດໂຄວິດ-19 ຢູ່ໃນນະຄອນຫຼວງວຽງຈັນພາຍຫຼັງໄດ້ຈຳນວນຜູ້ຕິດເຊື້ອເພິ່ມຂື້ນໃນປັດຈຸບັນ. ໂຮງໝໍຫຼັງດັ່ງກ່າວໄດ້ຕັ້ງຢູ່ບ້ານດອນກອຍ, ເມືອງສີສັດຕະນາກ ຊຶ່ງປະກອບມີ 303​ ຕຽງນອນ. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ໂຮງໝໍທີ່ພັກຊົ່ວຄາວ ຖືກສ້າງຂື້ນສືບເນື່ອງຈາກການເພິ່ມຂື້ນຂອງພະຍາດລະບາດໂຄວິດ-19

ຄະນະກຳມະການວຽກງານປ້ອງກັນ ແລະ ຄວບຄຸມ Covid-19 ແຫ່ງຊາດ ກຳລັງກະກຽມໂຮງໝໍຊົ່ວຄາວ ທ່າມກາງການເພີ່ມຂື້ນຂອງ ຈຳນວນກໍລະນີ Covid-19. ອີງຕາມການໃຫ້ຂ່າວໂດຍຫຍໍ້ຕໍ່ສື່ມວນຊົນ ໃນວັນທີ 25 ເມສາ ຂອງ ທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ທ່ານ ດຣ ລັດຕະນະໄຊ ເພັດເພັດສະຫວັນ ກ່າວວ່າເຈົ້າໜ້າທີ່ ໄດ້ກວດກາສະຖານທີ່ ທີ່ສະເໜີໃຫ້ນຳໃຊ້ເປັນໂຮງໝໍຊົ່ວຄາວ ທີ່ອາດຈະຖືກນຳໃຊ້ ຖ້າກໍລະນີໂຮງໝໍທີ່ມີຢູ່ນັ້ນເຕັມ. ສືບຕໍ່ອ່ານ  ...

ຜູ້ລາຍງານຂ່າວທາມສ໌

ສະຫະລັດອາເມລິກາ ໃຫ້ທຶນຊ່ວຍເຫຼືອການບູລະນະໂຮງຮຽນທີ່ແຂວງສາລະວັນ

ປະຊາຊົນຊາວເມືອງຄົງເຊໂດນ ແລະ ພື້ນທີ່ໃກ້ຄຽງແຂວງສາລະວັນ ຈະໄດ້ຮັບໂອກາດທີ່ດີຂື້ນໃນເລື່ອງການດູແລສຸຂະພາບ ແລະ ການເບິ່ງແຍງຊ່ວຍເຫຼືອທາງການແພດ ທີ່ໄດ້ຮັບຈາກການຊຸກຍູ້ຈາກລັດຖະບານສະຫະລັດອາເມລິກາ ໃນການບູລະນະໂຄງໝໍເມືອງຄົງເຊໂດນ. ພິທີທາງການດັ່ງກ່າວ ໄດ້ເປີດຂື້ນໃນວັນພະຫັດ ຊຶ່ງນຳໂດຍທ່ານ ດຣ. ປີເຕີ ໄຮມອນ, ເອກອັກຄະລັດຖະທູດອາເມລິກາປະຈຳລາວ, ທ່ານ ສົມໃຈ ອຸ່ນຈິດ, ຮອງເຈົ້າເມືອງ ແລະ ທ່ານ ອາຄົມ ລຳວິຈິດ, ຫົວໜ້າຫ້ອງວ່າການແຂວງສາລະວັນ. ສືບຕໍ່ອ່ານ  ...

ຜູ້ສື່ຂ່າວທາມສ໌

ຈຳນວນກໍລະນີມີເຊື້ອໄຂ້ຍຸງ ເພິ່ມຂື້ນສູງເຖິງ 7,928 ກໍລະນີໃນລາວ, 12 ຄົນເສຍຊີວິດ

ຂ່າວສານຊິນຮົວ – ບັນດາກໍລະນີຖືເຊື້ອໃຂ້ຍຸງໃນ ສປປ ລາວ ເພິ່ມສູງຂື້ນເຖິງ 7,928 ຄົນ, ຊຶ່ງນັບແຕ່ເດືອນມັງກອນເປັນຕົ້ນມາ, ໃນນັ້ນມີ 1​2 ຄົນເສຍຊີວິດ, ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກ. ອີງຕາມການລາຍງານຈາກສູນຂໍ້ມູນຂ່າວສານ ແລະ ການສຶກສາດ້ານສາທາລະນະສຸກລາຍງານໃນວັນພະຫັດທີ່ຜ່ານມານີ້ວ່າໃນນັ້ນຕົວເລກສູງສຸດຂອງຜູ້ປ່ວຍເຊື້ອພະຍາດໄຂ້ຍຸງແມ່ນມີໃນນະຄອນຫຼວງວຽງຈັນເຖິງ 1823 ກໍລະນີ. ອ່ານເພິ່ມເຕີມ.   ...

huaxia

ສ ປປລາວ ຮ່ວມມືືກັບສາກົນ ເພື່ອເພິ່ມການເອົາໃຈໃສ່ກ່ຽວກັບການນຳໃຊ້ຢາຕ້ານເຊືື້ອ

(ສຳນັກຂ່າວສານປະເທດລາວ)- ເພື່ອເປັນຂີດໝາຍປະຫວັດສາດ ໃນການສະເຫຼີມສະຫຼອງວັນນຳໃຊ້ຢາຕ້ານເຊື້ອຢ່າງລະມັດລະວັງ ໃນປີ 2020 (18-24 ພະຈິກ). ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຊັ່ນ: ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ພ້ອມຄູ່ຮ່ວມມືຕ່າງໆ ໄດ້ຮ່ວມກັນ ເພື່ອປຸກລະດົມ ຄວາມເອົາໃຈກ່ຽວກັບຄວາມສຳຄັນຂອງທຸກຄົນໃນການນຳໃຊ້ຢາຕ້ານເຊື້ອຢ່າງຖືກວິທີ. ອ່ານເພິ່ມເຕີມ.. ...

KPL

ລາວມີກໍລະນີຜູ້ຕິດເຊື້ອໄຂ້ປ່າ 5,600 ກວ່າກໍລະນີທົ່ວປະເທດສຳລັບປີນີ້

ແຂວງວຽງຈັນ: ລາວມີກໍລະນີຜູ້ຕິດເຊື້ອພະຍາດໄຂ້ປ່າ 5,600 ກວ່າກໍລະນີທົ່ວປະເທດສຳລັບປີນີ້, ແຕ່ບໍ່ພົບຜູ້ເສຍຊີວິດ ໃນຂະນະທີ່ຈຳນວນຜູ້ຕິດເຊື້ອຍັງສືບຫຼຸດລົງ.ຂໍ້ມູນດັ່ງກ່າວ ມີການເປີດເຜີຍໃນກອງປະຊຸມສະຫຼຸບວຽກງານ ຂອງກະຊວງສາທາລະນະສຸກໃນປີຜ່ານມາ ແລະ ຫາລືແຜນການສຳລັບປີ 2020 ຢູ່ເມືອງວັງວຽງ ແຂວວຽງຈັນ ໃນວັນທີ 16-20 ທັນວານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ສຸຂະພາບຈະເລີນພັນ ຍັງຄົງເປັນສິ່ງທ້າທາຍສຳລັບກຸ່ມແມ່ຍິງລາວທີ່ທຸກຍາກ: ຕາມເຈົ້າໜ້າທີ່

ວຽງຈັນ, 10 ທັນວາ (Xinhua) — ອຳນາດການປົກຄອງກ່າວວ່າ ໃນຂະນະທີ່ໃນປະຈຸບັນ ຄົນສ່ວນໃຫຍ່ສາມາດເຂົ້າເຖິງການບໍລິການທາງການແພດທີ່ມີຄຸນນະພາບກວ່າເກົ່າ, ການເຂົ້າເຖິງການບໍລິການດ້ານສຸຂະພາບຈະເລີນພັນ ຍັງຄົງເປັນສິ່ງທ້າທາຍສຳລັບຫຼາຍໆຄົນ, ໂດຍສະເພາະແມ່ນແມ່ຍິງທີ່ທຸກຍາກ.ແມ່ຍິງ ແລະ ຄົນໜຸ່ມສາວໃນລາວ ຍັງຄົງຂາດຂໍ້ມູນກ່ຽວກັບການເຂົ້າເຖິງບໍລິການດ້ານສຸຂະພາບຈະເລີນພັນ, ຕາມບົດລາຍງານຫຼ້າສຸດຂອງອົງການກອງທຶນປະຊາກອນ ສະຫະປະຊາຊາດ (UNFPA). ເວັ້ນເສຍແຕ່ຈະຈັດການເລັ່ງດ່ວນ ຕໍ່ບັນຫາຄວາມບໍ່ສະເໝີພາບ, ແມ່ຍິງທີ່ທຸກຍາກ ຈຶ່ງຈະມີອຳນາດໃນການຕັດສິນໃຈກ່ຽວກັບຊີວິດຂອງເຂົາເຈົ້າ, ຖ້າບໍ່ດັ່ງນັ້ນ ລາວກໍຕ້ອງຜະເຊີນກັບສິ່ງທ້າທາຍຕໍ່ເປົ້າໝາຍການພັດທະນາ.ອ່ານຕໍ່ ...

Yurou

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2dPWu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!