Gender

ສາທາລະນະສຸກ

ເກົາຫຼີຊ່ວຍເຫຼືອໃນການປັບປຸງມາດຕະຖານສາທາລະນະສຸກໃນແຂວງບໍລິຄຳໄຊ

ສະຖາບັນວັດທະນະທຳ ແລະ ການພັດທະນາຶອາຊີ (IACD) ປະຈຳລາວ ເຊິ່ງມີສຳນັກງານໃຫຍ່ຢູ່ສາທາລະນະລັດເກົາຫຼີ ຈະສືບຕໍ່ໃຫ້ການບໍລິການປິ່ນປົວສຸຂະພາບ ແລະ ອຸປະກອນດ້ານການແພດໂດຍບໍ່ເສຍຄ່າສຳລັບແຂວງບໍລິຄຳໄຊ ເພື່ອສົ່ງເສີມສຸຂະພາບຂອງປະຊາຊົນທ້ອງຖິ່ນ.ທ່ານ ດຣ ໂຮຊິກ ອິມ ອຳນວຍການ IACD ກ່າວໃນວານນີ້ວ່າ ໃນປີ 2020 ທາງສະຖາບັນຈະເລັ່ງໃສ່ການປິ່ນປົວສຸຂະພາບຢູ່ເມືອງບໍລິຄັນ, ວຽງທອງ ແລະ ຄຳເກີດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ກະຊວງ ອອກແຈ້ງເຕືອນກ່ຽວກັບຜະລິດຕະພັນປຸກອາລົມທາງເພດ

ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ແຈ້ງເຕືອນບໍ່ໃຫ້ປະຊາຊົນ ຊື້ຜະລິດຕະພັນປຸກອາລົມທາງເພດທີ່ບໍ່ໄດ້ຮັບອະນຸຍາດ ທີ່ວາງຂາຍບໍ່ຖືກຕ້ອງຜ່ານຊ່ອງທາງອອນໄລ ແລະ ເຟສ໌ບຸ໊ກ.ຢາປອມ ຫຼື ຢາຄຸນນະພາຕ່ຳ ເຊັ່ນ ຢາຍີ້ຫໍ້ “Girly Sex” ອາດມີຜົນຂ້າງຄຽງທີ່ຮ້າຍແຮງ ເຖິງຂັ້ນເສຍຊີວິດ, ຕາມຄຳເຫັນຈາກຜູ້ຊ່ຽວຊານ. ນອກຈາກນີ້ ການໂຄສະນາຜະລິດຕະພັນຢາທຸກຢ່າງ ຄວນໄດ້ຮັບການອະນຸຍາດຈາກກົມອາຫານ ແລະ ຢາ ເພື່ອບໍ່ໃຫ້ມີການໂຄສະນາແອບອ້າງ ແລະ ຮັບປະກັນຄວາມປອດໄພຂອງພົນລະເມືອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວສັນຍາຈະປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບໃນກອງປະຊຸມລະດັບພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ພາກພື້ນ ເພື່ອປັບປຸງການເຂົ້າເຖິງການບໍລິການດ້ານສາທາລະນະສຸກຂອງປະເທດ ໃນກອງປະຊຸມທີ່ກຸງມະນິລາ ປະເທດຟິລິປິນ.ກອງປະຊຸມສະໄໝທີ 70 ຂອງຄະນະກຳມະການ WHO ສຳລັບພາກພື້ນປາຊິຟິກຕາເວັນຕົກ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-11 ຕຸລານີ້ ເຊິ່ງຄະນະຜູ້ແທນລາວແມ່ນນຳໂດຍທ່ານ ຮສ.ດຣ ພູທອນ ເມືອງພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ຄູ່ຮ່ວມພັດທະນາ ທົບທວນການຕ້ານພະຍາດວັນນະໂລກ, ເອດ, ໄຂ້ປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ, ອົງການຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທ້ອງຖິ່ນ ພ້ອມດ້ວຍອຳນາດການປົກຄອງ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ເພື່ອສົ່ງເສີມການປະກອບສ່ວນໃນໂຄງການ ສົ່ງເສີມດ້ານວິຊາການຂອງຝຼັ່ງ (ການລິເລີ່ມ 5 ສ່ວນຮ້ອຍ) ເພື່ອການຕ້ານພະຍາດວັນນະໂລກ, ໂລກເອດ, ໄຂ້ປ່າໃນລາວ.ກອງປະຊຸມສຳມະນາດັ່ງກ່າວແມ່ນຈັດຕັ້ງໂດຍສະຖານທູດຝຼັ່ງປະຈຳລາວ ພາຍໃຕ້ການຮ່ວມເປັນປະທານໂດຍທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ ຟຼໍລອງ ຊອງບຼັງ-ຣິສແລ ເອກອັກຄະລັດຖະທູດຝຼັ່ງປະຈຳລາວ. ເຊິ່ງໄດ້ເນັ້ນໃຫ້ເຫັນຜົນດີຂອງການປະກອບສ່ວນຂອງໂຄງການໃນລາວ ຕັ້ງແຕ່ປີ 2012.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-partners-review-fight-against-tuberculosis-hiv-malaria-105837

ຄົນລາວໄດ້ຮັບການກວດສາຍຕາ, ຜ່າຕັດຕາຕໍ້ຟຼີເນື່ອງໃນວັນສາຍຕາໂລກ

ປະຊາຊົນຫຼາຍຮ້ອຍຄົນ ໄດ້ຮັບການກວດສາຍຕາຟຼີທີ່ສູນປິ່ນປົວສາຍຕາ ນະຄອນຫຼວງວຽງຈັນ ໃນວັນອັັງຄານນີ້ ສ່ວນຜູ້ທີ່ເປັນຕໍ້ກະຈົກກໍໄດ້ຮັບການຜ່າຕັດຕາໂດຍບໍ່ເສຍຄ່າ.ທ່ານ ພອນສະຫວັນ ຢາງເຊຍຢີ ຕາງໜ້າຈາກມູນນິທິ ເຟຼດຮອລໂລສ໌ ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ການກວດ ແລະ ຜ່າຕັດຕາໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກທາງມູນນິທິ ເນື່ອງໃນໂອກາດວັນສາຍຕາໂລກ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ສູນບໍລິຈາກເລືອດ ຮຽກຮ້ອງໃຫ້ຜູ້ໃຈບຸນເຂົ້າມາບໍລິຈາກ

ສູນບໍລິຈາກເລືອດ ສະພາກາແດງລາວ ຮຽກຮ້ອງໃຫ້ມະຫາຊົນເຂົ້າມາບໍລິຈາກເລືອດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການຖ່າຍເລືອດທີ່ເພີ່ມສູງຂຶ້ນໃນໂຮງໝໍຕ່າງໆ ທົ່ວປະເທດ.ໃນຊຸມປີຜ່ານມາ ທາງສູນໄດ້ຮັບບໍລິຈາກເລືອດໂດຍສະເລ່ຍ 55,000 ຕໍ່ປີ ແຕ່ວ່າປະຈຸບັນແມ່ນບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການໃນການນຳໃຊ້. ໃນຊ່ວງເຈັດເດືອນຂອງປີນີ້ ທາງສູນໄດ້ຮັບບໍລິຈາກເລືອດແລ້ວ 34,000 ຖົງຈາກຜູ້ບໍລິຈາກ ແລະ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸ 60,000 ຖົງພາຍໃນທ້າຍປີນີ້.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ກະຊວງໃຫ້ການສັກຢາກັນວໍ້ໂດຍບໍ່ເສຍຄ່າ ເນື່ອງໃນວັນວໍ້ໂລກ

ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສາທາລະນະສຸກ ພ້ອມດ້ວຍຕາງໜ້າຈາກອົງການສະຫະປະຊາຊາດ ໄດ້ເຕົ້າໂຮມກັນ ໃນອາທິດແລ້ວນີ້ ໃນງານສັກຢາປ້ອງກັນພະຍາດວໍ້ ເນື່ອງໃນວັນວໍ້ໂລກ 28 ກັນຍາ.ງານສັກຢາປ້ອງກັນພະຍາດວໍ້ ພາຍໃຕ້ຫົວຂໍ້ທົ່ວໂລກ “ໂລກວໍ້: ສັກຢາເພື່ອນຳໄປສູ່ການລົບລ້າງ” ໄດ້ຈັດຂຶ້ນທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ງານສັກຢາປ້ອງກັນພະຍາດສັດຟຼີ ຈະຈັດຂຶ້ນໃນວັນທີ 27 ກັນຍານີ້

(ຂປລ) ງານສັກຢາປ້ອງກັນພະຍາດສັດໂດຍບໍ່ເສຍຄ່າ ຈະຈັດຂຶ້ນທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ ໃນວັນທີ 27 ກັນຍານີ້ ແຕ່ເວລາ 8:00 ເຊົ້າຫາ 5:00 ແລງ.ງານດັ່ງກ່າວແມ່ນຈັດຕັ້ງໂດຍກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອສະເຫຼີມສະຫຼອງວັນວໍ້ໂລກ ຄັ້ງທີ 13 ທັງເປັນການສົ່ງເສີມຄວາມຮູ້ຂອງມະຫາຊົນ ກ່ຽວກັບການປ້ອງກັນພະຍາດວໍ້.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48382

ລາວ: ຄະນະລັດຖະບານຈັດຕັ້ງການສຶກສາການນຳໃຊ້ກັນຊາໃນທາງການແພດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຖະແຫຼງການຈັດຕັ້ງຄະນະສະເພາະກິດ ເພື່ອດຳເນີນການສຶກສາຄົ້ນຄວ້າ ກ່ຽວກັບການນຳໃຊ້ກັນຊາໃນທາງການແພດ.ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການແຕ່ງຕັ້ງໃຫ້ທ່ານ ຮສ.ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ນຳພາຄະນະ.ຄະນະກຳມະການດັ່ງກ່າວຈະມີໜ້າທີ່ດຳເນີນການສຶກສາກ່ຽວກັບການນຳໃຊ້ກັນຊາໃນທາງການແພດ ກໍຄືຜົນກະທົບທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ເພື່ອຮັບປະກັນໃຫ້ສອດຄ່ອງຕາມລະບຽບການສາກົນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/laos-govt-committee-formed-study-medicinal-marijuana-104728

ກະຊວງ, ທະນາຄານໂລກກະກຽມຈັດຕັ້ງປະຕິບັດໂຄງການສົ່ງເສີມການເຂົ້າເຖິງສຸຂະພາບ ແລະ ໂພຊະນາການ

ເຈົ້າໜ້າທີ່ສາທາລະນະສຸກລາວ ແລະ ຕາງໜ້າຈາກທະນາຄານໂລກ ໄດ້ຈັດກອງປະຊຸມວານນີ້ ເພື່ອຫາລືການກະກຽມຈັດຕັ້ງປະຕິບັດໂຄງການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ໂພຊະນາການ (HANSA), ໂດຍສະເພາະແມ່ນຕົວຊີ້ວັດກ່ຽວທີ່ເຊື່ອມໂຍງກັບການໃຊ້ຈ່າຍຕາມແຜນ.ໂຄງການ HANSA ແມ່ນແນໃສ່ຮັບປະກັນການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ໂພຊະນາການທີ່ມີຄຸນນະພາບໃນ 14 ແຂວງເປົ້າໝາຍຂອງລາວ.ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ເຈົ້າໜ້າທີ່ຈາກແຂວງເປົ້າໝາຍ ແລະ ຄູ່ຮ່ວມພັດທະນາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ZK8jN
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!