ກະຊວງ, ທະນາຄານໂລກກະກຽມຈັດຕັ້ງປະຕິບັດໂຄງການສົ່ງເສີມການເຂົ້າເຖິງສຸຂະພາບ ແລະ ໂພຊະນາການ

ເຈົ້າໜ້າທີ່ສາທາລະນະສຸກລາວ ແລະ ຕາງໜ້າຈາກທະນາຄານໂລກ ໄດ້ຈັດກອງປະຊຸມວານນີ້ ເພື່ອຫາລືການກະກຽມຈັດຕັ້ງປະຕິບັດໂຄງການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ໂພຊະນາການ (HANSA), ໂດຍສະເພາະແມ່ນຕົວຊີ້ວັດກ່ຽວທີ່ເຊື່ອມໂຍງກັບການໃຊ້ຈ່າຍຕາມແຜນ.

ໂຄງການ HANSA ແມ່ນແນໃສ່ຮັບປະກັນການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ໂພຊະນາການທີ່ມີຄຸນນະພາບໃນ 14 ແຂວງເປົ້າໝາຍຂອງລາວ.

ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ເຈົ້າໜ້າທີ່ຈາກແຂວງເປົ້າໝາຍ ແລະ ຄູ່ຮ່ວມພັດທະນາ.

ອ່ານຕໍ່…

ພົມພົງ ເຫຼົາອິນ