ລາວມີກໍລະນີຜູ້ຕິດເຊື້ອໄຂ້ປ່າ 5,600 ກວ່າກໍລະນີທົ່ວປະເທດສຳລັບປີນີ້

ແຂວງວຽງຈັນ: ລາວມີກໍລະນີຜູ້ຕິດເຊື້ອພະຍາດໄຂ້ປ່າ 5,600 ກວ່າກໍລະນີທົ່ວປະເທດສຳລັບປີນີ້, ແຕ່ບໍ່ພົບຜູ້ເສຍຊີວິດ ໃນຂະນະທີ່ຈຳນວນຜູ້ຕິດເຊື້ອຍັງສືບຫຼຸດລົງ.ຂໍ້ມູນດັ່ງກ່າວ ມີການເປີດເຜີຍໃນກອງປະຊຸມສະຫຼຸບວຽກງານ ຂອງກະຊວງສາທາລະນະສຸກໃນປີຜ່ານມາ ແລະ ຫາລືແຜນການສຳລັບປີ 2020 ຢູ່ເມືອງວັງວຽງ ແຂວວຽງຈັນ ໃນວັນທີ 16-20 ທັນວານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ກະຊວງສືບຕໍ່ຄວາມພະຍາຍາມໃນການຈຳກັດການລະບາດຂອງພະຍາດໄຂ້ເລືອດອອກ

ບັນດາຄອບຄົວໃນແຕ່ລະຊຸມຊົນ ຮ່ວມກັບເຈົ້າໜ້າທີ່ສາທາລະນະສຸກ ກຳລັງຮ່ວມແຮງກັນໃນການກຳຈັດແຫຼ່ງເພາະພັນຂອງຍຸງລາຍ ເພື່ອຊ່ວຍສະກັດກັ້ນການລະບາດຂອງພະຍາດໄຂ້ເລືອດອອກ.ເຈົ້າໜ້າທີ່ສາທາລະນະສຸກໄດ້ມີການຮ່ວມງານຢ່າງໃກ້ຊິດກັບພະແນກສາທາລະນະສຸກສູນກາງ ແລະ ແຂວງ ເພື່ອຕິດຕາມຈຳນວນກໍລະນີຄົນເຈັບພະຍາດໄຂ້ເລືອດອອກ ແລະ ກຳຈັດແຫຼ່ງເພະາພັນຂອງຍຸງລາຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງສາທາລາວງານຍອດຜູ້ເສຍຊີວິດ, ຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ

(ຂປລ) ກໍລະນີຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງນັບແຕ່ວັນທີ 29 ທັນວາ 2018 ມາເຖິງປະຈຸບັນ ມີຜູ້ຕິດເຊື້ອກວ່າ 15,500 ກໍລະນີ ແລະ ຜູ້ເສຍຊີວິດ 35 ກໍລະນີ ຕາມການລາຍງານຂອງກະຊວງສາທາລະນະສຸກ.ຈຳນວນຄົນເຈັບທີ່ເສຍຊີວິດຍ້ອນພະຍາດດັ່ງກ່າວຢູ່ແຂວງສະຫວັນນະເຂດແມ່ນສູງທີ່ສຸດທຽບກັບບັນດາແຂວງໃນທົ່ວປະເທດ.ແຂວງສະຫວັນນະເຂດພົບຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ 11 ກໍລະນີ, ນະຄອນຫຼວງວຽງຈັນ 7 ກໍລະນີ, ແຂວງຈຳປາສັກ 5 ກໍລະນີ, ແຂວງສາລະວັນ 3 ກໍລະນີ, ແຂວງຄຳມ່ວນ 4 ກໍລະນີ, ແຂວງບໍລິຄຳໄຊ 2 ກໍລະນີ ແລະ ແຂວງໄຊຍະບູລີ 1 ກໍລະນີ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47198

ກອງທຶນໂລກສະໜັບສະໜູນວຽກງານການປ້ອງກັນພະຍາດໄຂ້ປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທອນໂລກໄດ້ຄາດຄະເນງົບປະມານກວ່າ 2 ລ້ານໂດລາເພື່ອຊ່ວຍເຫຼືອລາວແຕ່ປີ 2018 ເຖິງປິ 2020 ໃນການລຶບລ້າງພະຍາດໄຂ້ປ່າ ແລະ ຫຼຸດຜ່ອນຜົນກະທົບຈາກການດື້ຢາຫຼາຍຊະນິດໃນຫ້າແຂວງຂອງລາວ.ຂໍ້ຕົກລົງກ່ຽວກັບທຶນດັ່ງກ່າວໄດ້ຮັບການລົງນາມໃນວັນສຸກແລ້ວນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ໂຣນາວໂດ ເອັສ໌ເຕີຣາ ອຳນວຍການອົງການ Health Poverty Action ປະຈຳລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ປີ 2018 ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ປ່າ 19 ຄົນໃນລາວ

(ຂປລ) ພະຍາດໄຂ້ປ່າ ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ໃນຈຳນວນຜູ້ຕິດເຊື້ອກວ່າ 6,000 ກໍລະນີໃນປີ 2018, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ກອງປະຊຸມປະຈຳປີຂອງກົມຄັ້ງວັນທີ 2 ມັງກອນລາຍງານວ່າ ໃນປີ 2017 ມີຜູ້ຕິດເຊື້ອໄຂ້ປ່າ 10,067 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດ 14 ຄົນ.ອ່ານຕໍ່ ...

ບັນນາທິການ ຂປລ

ເສີມຂະຫຍາຍເຄືອຂ່າຍກາຍຮ່ວມມືລັດ ເອກະຊົນ ເພື່ອປັບປຸງການຄວບຄຸມພະຍາດໄຂ້ປ່າໃນລາວ

(ຂປລ) ນະໂຍບາຍແຫ່ງຊາດເພື່ອຄວບຄຸມ ແລະ ລຶບລ້າງພະຍາດປ່າ2016-2020 ຂອງສູນໄຂ້ຍູງ, ແມ່ກາຝາກ ແລະ ແມງໄມ້ ເຊິ່ງເປັນແຜນຍຸດທະສາດເທື່ອທີຫ້າກ່ຽວກັບການລຶບລ້າງພະຍາດໄຂ້ປ່າໃນ ສປປ ລາວ ມີເປົ້າໝາຍແນໃສ່ການຄວບຄຸມ ແລະ ລຶບລ້າງພະຍາດໄຂ້ປ່າໃນບັນດາແຂວງພາກເໜືອ ແລະ ພາກໃຕ້ ເຊິ່ງພົບວ່າຍັງມີການລະບາດຂອງພະຍາດດັ່ງກ່າວ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ສະຫະລາດຊະອານາຈັກໃຫ້ທຶນກູ້ຢືມເພື່ອຊ່ວຍໃນການຄວບຄຸມໄຂ້ມາເລເລຍ

ກອງທຶນການກຸສົນເພື່ອການບັນເທົາທຸກຂອງສະຫະລາດຊະອານາຈັກອັງກິດ ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນກວ່າ US$700,000 ເພື່ອຊ່ວຍໃນການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ມາເລເລຍຢູ່ສາມແຂວງໃນລາວ ແຕ່ປີ 2018 ຫາ 2020.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

jpA8s
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!