ກະຊວງສາທາລາວງານຍອດຜູ້ເສຍຊີວິດ, ຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ

(ຂປລ) ກໍລະນີຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງນັບແຕ່ວັນທີ 29 ທັນວາ 2018 ມາເຖິງປະຈຸບັນ ມີຜູ້ຕິດເຊື້ອກວ່າ 15,500 ກໍລະນີ ແລະ ຜູ້ເສຍຊີວິດ 35 ກໍລະນີ ຕາມການລາຍງານຂອງກະຊວງສາທາລະນະສຸກ.

ຈຳນວນຄົນເຈັບທີ່ເສຍຊີວິດຍ້ອນພະຍາດດັ່ງກ່າວຢູ່ແຂວງສະຫວັນນະເຂດແມ່ນສູງທີ່ສຸດທຽບກັບບັນດາແຂວງໃນທົ່ວປະເທດ.

ແຂວງສະຫວັນນະເຂດພົບຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ 11 ກໍລະນີ, ນະຄອນຫຼວງວຽງຈັນ 7 ກໍລະນີ, ແຂວງຈຳປາສັກ 5 ກໍລະນີ, ແຂວງສາລະວັນ 3 ກໍລະນີ, ແຂວງຄຳມ່ວນ 4 ກໍລະນີ, ແຂວງບໍລິຄຳໄຊ 2 ກໍລະນີ ແລະ ແຂວງໄຊຍະບູລີ 1 ກໍລະນີ.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47198